ຫລາກຫລາຍເຫດຜົນເຮັດໃຫ້ຄົນໄປເຮັດສັນຍະກຳເສີມຄວາມງາມ
September 14, 2017 - 1:11 PM


ປະຈຸບັນການສັນຍະກຳ ຖືວ່າໃກ້ຈະເປັນເລື່ອງປົກກະຕິໃນສັງຄົມສ່ວນຫລາຍໄປແລ້ວ ເຊິ່ງແງ່ຄິດຂອງສັງຄົມສະໄໝໃໝ່ນັ້ນ ມີທັງດ້ານບວກ ແລະ ດ້ານລົບ ຈະມີເຫດຜົນຫລັກໆອັນໃດແດ່ທີ່ເຮັດໃຫ້ຄົນເຮົາຕັດສິນໃຈໄປເຮັດສັນຍະກຳໄດ້ ມີຄືດັ່ງຕໍ່ໄປນີ້ :
- ຖືກຄົນອ້ອມຂ້າງຢອກລໍ້ ເກີດປົມດ້ອຍ : ເປັນໃຜກໍຄົງຢາກເຮັດ ເພາະຄົງບໍ່ມີໃຜທີ່ຢາກຖືກຢອກລໍ້ວ່າເປັນຄົນຂີ້ຮ້າຍ ເຊິ່ງ ເມື່ອຖືກຢອກລໍ້ຫລາຍໆຈຶ່ງຕັດສິນໃຈທ້ອນເງິນໄປເຮັດສັນຍະກຳ.
- ອົກຫັກ, ແຟນຖິ້ມ, ຢາກມີແຟນ, ແຟນເວົ້າໃຫ້ວ່າບໍ່ງາມ : ກໍລະນີແຟນຖິ້ມ, ອົກຫັກ ຈຶ່ງຄິດຢາກຈະປ່ຽນແປງໂຕເອງ ແບບນີ້ບໍ່ແນະນຳໃຫ້ເຮັດສັນຍະກຳເລີຍ ເພາະເຖິງຈະເຮັດແນວໃດ ເຂົາກໍບໍ່ກັບມາ ເຖິງຈະກັບມາກໍຍ້ອນທ່ານງາມຂຶ້ນເທົ່ານັ້ນ, ເວລາໃຜເວົ້າວ່າທ່ານບໍ່ງາມກໍຮູ້ສຶກເສຍໃຈຄືກັນໝົດ ໂດຍສະເພາະຄົນທີ່ເວົ້າໃຫ້ນັ້ນເປັນແຟນຂອງທ່ານເອງ ຍິ່ງກົດດັນ ແລະ ຢາກຈະງາມຫລາຍຍິ່ງຂຶ້ນ.
- ເພື່ອປ່ຽນແປງໂຕເອງ : ຫລາຍໆຄົນໃນປະຈຸບັນທີ່ເຮັດສັນຍະກຳ ເຮັດເພື່ອປະໂຫຍດຈາກວຽກດ້ານບັນເທີງ, ເປັນດາລາ, ນັກຮ້ອງ, ນາງແບບ, ນາຍແບບ.
- ແຕ່ງໜ້າຍາກ : ແມ່ຍິງເຮົາຍິ່ງອາຍຸຫລາຍຂຶ້ນ ຮອຍຕ່າງໆເທິງໃບໜ້າກໍຈະປະກົດເຫັນແຈ້ງ ເຮັດໃຫ້ການແຕ່ງໜ້າແຕ່ລະເທື່ອ ຫຍຸ້ງຍາກ ແລະ ດົນຂຶ້ນ ເມື່ອເຫັນຂໍ້ບົກພ່ອງຂອງຕົນເອງທຸກໆມື້ ຈຶ່ງຄິດຢາກຈະເຮັດຫຍັງໃຫ້ມັນງ່າຍ ແລະ ງາມຂຶ້ນ.
- ສ້າງຄວາມໝັ້ນໃຈ ແລະ ເພີ່ມໂອກາດທີ່ດີໃຫ້ແກ່ໂຕເອງ : ເມື່ອໂຕເອງງາມຂຶ້ນ ກໍເສີມຄວາມໝັ້ນໃຈໃຫ້ແກ່ຕົນເອງໄດ້ຫລາຍຂຶ້ນ, ກ້າແຕ່ງໂຕຫລາຍຂຶ້ນ ບາງຄົນຈາກງາມທຳມະຊາດ ກໍປ່ຽນເປັນງາມແບບທັນສະໄໝທັນທີ.
- ເກີດອຸປະຕິເຫດ ເຊັ່ນ : ໄຟໄໝ້, ລົດຕຳ, ຖືກມີດບາດ : ການເກີດອຸປະຕິເຫດບາງເທື່ອກໍເຮັດໃຫ້ທ່ານສາມາດເສຍໂສມໄດ້ຄືກັນ ສະນັ້ນທ່ານຈຶ່ງຢາກຈະເຂົ້າຮັບການຕົກແຕ່ງເຮັດສັນຍະກຳ.
- ຮູ້ສຶກວ່າໂຕເອງແປກແຕກຕ່າງຈາກຄົນອື່ນ : ອາດມີຄວາມຮູ້ສຶກວ່າຕົນເອງແຕກຕ່າງຈາກສັງຄົມອ້ອມຂ້າງ ເນື່ອງຈາກໃນບາງເທື່ອຮູ້ສຶກວ່າຕົນເອງໜ້າຕາບໍ່ດີ, ແຕ່ຄົນໃນຄອບຄົວ ຫລື ຄົນໃກ້ຊິດໜ້າຕາດີ ອາດເຮັດໃຫ້ຮູ້ສຶກແຕກຕ່າງຈົນມີຄວາມຄິດຢາກຈະປ່ຽນແປງໂຕເອງ.
- ເຮັດສັນຍະກຳຕາມກະແສ : ເນື່ອງຈາກໃນປະຈຸບັນມີການເຮັດສັນຍະກຳຢ່າງແຜ່ຫລາຍ ເຮັດໃຫ້ຫລາຍໆຄົນຮູ້ສຶກຢາກຈະແຂ່ງຂັນ ຢາກງາມ ຢາກຂາວ ບໍ່ນ້ອຍໜ້າຄົນອື່ນ ຈົນຕ້ອງຕັດສິນໃຈເຂົ້າຮັບການເຮັດສັນຍະກຳໃນທີ່ສຸດ.