ພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ

ພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ - 349129413 642785481199862 3627752663273264698 n - ພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ
ພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ - kitchen vibe - ພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ

ນາງ ຈັນສະຫວາດ ບຸບຜາ  ຮອງລັັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານ ເນື່ອງໃຈໂອກາດ ພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ  ວັນທີ 22 ພຶດສະພາ 2023  ວ່າ: ການດໍາເນີນການສໍາຫຼວດສ້າງແຜນທີ່ທໍລະນີສາດ – ແຮ່ທາດ ຂັ້ນພື້ນຖານ ມາດຕາສ່ວນ 1:200.000 ໄດ້ສໍາເລັດໃນເນື້ອທີ່ 162.104 ກມ2 ເທົ່າກັບ 68,41% ຂອງເນື້ອທີ່ທົ່ວປະເທດ; ດໍາເນີນການສໍາຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດ ມາດຕາສ່ວນ 1:50.000 (ດ້ວຍວິທີການສໍາຫຼວດທໍລະນີຟີຊິກ, ທໍລະນີເຄມີ ໃນເນື້ອທີ່ 2,994 ກມ2 ເທົ່າກັບ 1,26 % ຂອງເນື້ອທີ່ທົ່ວປະເທດ, ຊຶ່ງໃນນັ້ນ ບາງເຂດໄດ້ຮັບການຮ່ວມມືສະໜັງສະໜູນຈາກປະເທດເພື່ອມິດຍຸດທະສາດ ເປັນຕົ້ນ ສປ ຈີນ, ສສ ຫວຽດນາມ ຜົນການສໍາຫຼວງດັ່ງກ່າວເປັນຂໍ້ມູນສໍາຄັນ ໃນການວາງແຜນພັດທະນາແຮ່ທາດ ແລະ ດຶງດູດການລົງທຶນດ້ານບໍ່ແຮ່.

ມາຮອດປະຈຸບັນ ໄດ້ມີນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນດ້ານບໍ່ແຮ່ມີທັງໝົດ 108 ບໍລິສັດ (150 ກິດຈະການ) ໃນນັ້ນຢູ່ໃນໄລຍະການຊອກຄົ້ນ ແລະ ສໍາຫຼວດມີທັງໝົດ 54 ບໍລິສັດ, 59 ກິດຈະການ, ຢູ່ໃນໄລຍະສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ຂຸດຄົ້ນປຸງແຕ່ງ 54 ບໍລິສັດ 91 ກິດຈະການ, ຊຶ່ງແຮ່ທາດທີ່ໄດ້ຮັບອະນຸຍາດມີ ແຮ່ຄໍາ, ທອງ, ເຫຼັກ, ກົ່ວ, ຊືນ-ສັງກະສີ ຫີນອ່ອນ, ແຮ່ມັງການ, ຫີນກາວ, ແຮ່ບຣິດ, ແຮ່ເກືອໂປຕັສ ແລະ ແຮ່ຫາຍາກ, ຊຶ່ງການພັດທະນາແຮ່ທາດໄດ້ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ຍຸດທະສາດການພັດທະນາແຮ່ທາດ 10 ປີ ( 2021-2023) ປະກອບດ້ວຍ 2 ຍຸດທະສາດຄື: ຍຸດທະສາດ1: ການຊອກຮູ້ ແລະ ປະເມີນທ່າແຮງຊັບພະຍາກອນແຮ່ທາດໃນທົ່ວປະເທດ; ຍຸດທະສາດ2. ການນໍາໃຊ້ພະຍາກອນແຮ່ທາດ ໃຫ້ມີປະສິດທິຜົນ ຕາມທິດສີຂຽວ ແລະ ຍືນຍົງ.

ພາຍໃຕ້ການຮ່ວມມືໃນຂະແໜງທໍລະນີສາດແຮ່ທາດ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງ ຊັບພະຍາກອນທໍາມະຊາດ ສປ ຈີນ (CGS) ໂຄງການຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ, ສໍາຫຼວດສ້າງແຜນທີ່ທໍລະນີເຄມີ ມາດຕາສ່ວນ 1:200.000 ໃນເນື້ອທີ່ 16.309 ກມ2 ຫຼື ເທົ່າກັບ 6,87 % ຂອງເນື້ອທີ່ທົ່ວປະເທດ ຈໍານວນ 03 ແຜ່ນ ກວມ 05 ແຂວງພາກເໜືອ (ແຂວງໄຊຍະບູລີ, ຫຼວງພະບາງ, ບໍ່ແກ້ວ, ອຸດົມໄຊ ແລະ ແຂວງວຽງຈັນ) ແລະ ສໍາຫຼວດສ້າງແຜນທີ່ທໍລະນີເຄມີ ມາດຕາສ່ວນ 1:1.000.000 ກວມເນື້ອທົ່ວປະເທດ, ຊຶ່ງໂຄງການໄດ້ເລີ່ມປະຕິບັດໃນປີ 2012 ແລະ ສໍາເລັດໃນປີ 2017; ໄລຍະສອງ ໃນວັນທີ 25 ສິງຫາ 2017 ກໍໄດ້ມີການເຊັນສັນຍາໂຄງການ ສືບຕໍ່ຊ່ວຍເຫຼືອໃນການສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ທໍລະນີເຄມີ ມາດຕາສ່ວນ 1:200.000 ເນື້ອທີ່ 9.631 ກມ2 ຫຼື ເທົ່າກັບ 4,06% ຂອງເນື້ອທີ່ທົ່ວປະເທດ.

ຈໍານວນ 02 ແຜ່ນ ເຂດເມືອງບໍ່ແຕນ, ແກນທ້າວ, ທົ່ງມີໄຊເມືອງປາກລາຍ ແຂວງໄຊຍະບູລີ ແລະ ເມືອງຊະນະຄາມ ແຂວງວຽງຈັນ. ໂຄງການດັ່ງກ່າວ ມີອາຍຸສັນຍາ 05 ປີ, ກໍານົດເວລາຈັດຕັ້ງປະຕິບັດໂຄງການ ແມ່ນເລີ່ມແຕ່ ວັນທີ 01 ກັນຍາ 2017 ຮອດວັນທີ 31 ທັນວາ 2021 (ແຕ່ຍ້ອນມີການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ການປະຕິບັດວຽກພາກສະ ໜາມຈຶ່ງມີຄວາມຫຍຸ້ງຍາກ. ຄາດໝາຍຂອງການປະຕິບັດວຽກໂຄງການຈະສໍາເລັດໃນທ້າຍປີ 2024). ເພື່ອສືບຕໍ່ປະຕິບັດວຽກງານໃຫ້ສໍາເລັດ ແລະ ເສີມຂະຫຍາຍການຮ່ວມມືໃນດ້ານວຽກງານທໍລະນີສາດ ແລະ ແຮ່ທາດ, ກົມໃຫຍ່ສໍາຫຼວດທໍລະນີສາດ, ກະຊວງຊັບພະຍາກອນ ສປ ຈີນ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ (ກົມທໍລະນີສາດ ແລະ ແຮ່ທາດ) ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຄັ້ງວັນທີ 12 ສິງຫາ 2022 ເພື່ອສືບຕໍ່ມືຮ່ວມ (ອາຍຸ MOU 05 ປີ).

ພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ - 4 - ພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ
ພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ - 5 - ພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ
ພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ - 3 - ພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ