ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ

ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ - 5050 - ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ
ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ - kitchen vibe - ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ

ສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ສະມາຄົມ ມິດຕະພາບ ເຢຍລະມັນ-ລາວ ໄດ້ຈັດກອງປະຊຸມປຶກສາຫາລື ຄັ້ງທີ I ໂດຍການເປັນປະທານຮ່ວມ ຂອງ ທ່ານ ຄຳລຽນ ພົນເສນາ ປະທານສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ທ່ານ ຣູດວິກ ນອຍເບີ ປະທານສະມາຄົມມິດຕະພາບ ເຢຍລະມັນ-ລາວ, ເຊິ່ງຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ເມືອງຣູບປິສເຕີໂຣດ ສາທາລະນະລັດ ສະຫະພັນ ເຢຍລະມັນ.

ກອງປະຊຸມໄດ້ທົບທວນ ແລະ ພ້ອມກັນຕີລາຄາຄືນການພົວພັນຮ່ວມມື ແລະ ການຈັດຕັ້ງປະຕິບັດກິດຈະກຳຂອງສອງສະມາຄົມໃນໄລຍະຊຸມປີຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມນີ້ ຍັງໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນກ່ຽວກັບກົນໄກການຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ, ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ, ສະໜັບສະໜູນຊຸກຍູ້ນັກທຸລະກິດ, ຊຸກຍູ້ການລົງທຶນ, ເຕົ້າໂຮມບັນດາອະດີດນັກສຶກສາທີ່ຮຽນຈາກ ເຢຍລະມັນ ແລະ ສົ່ງເສີມໃຫ້ປະຊາຊົນຂອງສອງປະເທດ ມີການພົວພັນຮ່ວມມື, ໄປມາຫາສູ່ກັນ ແລະ ມີການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ມູນເຊື້ອວັດທະນາທໍາ ແລະ ຂະນົບທຳນຽມອັນດີງາມໃຫ້ປະຊາຊົນສອງຊາດໄດ້ເຂົ້າໃຈຢ່າງກວ້າງຂວາງ. ນອກນັ້ນ, ສອງສະມາຄົມມິດຕະພາບ ຍັງໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືໃນໄລຍະ 5 ປີ (2023-2027) ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການພົວພັນຮ່ວມມື ລະຫວ່າງ ສອງສະມາຄົມມິດຕະພາບ ໃຫ້ມີບາດກ້າວອັນໃໝ່ໃນຕໍ່ໜ້າ.

ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ - Visit Laos Visit SALANA BOUTIQUE HOTEL - ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ
ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ - Visit Laos Visit SALANA BOUTIQUE HOTEL - ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ

ໄລຍະຜ່ານມາ, ສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ ໄດ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງດ້ານການສຶກສາ, ວັດທະນະທຳ-ສັງຄົມ ແລະ ການຊ່ວຍເຫລືອດ້ານມະນຸດສະທໍາ. ນອກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ໄດ້ສະແດງຄວາມພາກພູມໃຈຕໍ່ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເຢຍລະມັນ ໂດຍສະເພາະແມ່ນ ສອງສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງເຮັດໃຫ້ປະຊາຊົນຂອງທັງສອງປະເທດມີຄວາມເຂົ້າໃຈອັນດີຕໍ່ກັນ, ໄປມາຫາສູ່, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ຮ່ວມມືເພື່ອການພັດທະນາ. ການພົວພັນຮ່ວມມືດັ່ງກ່າວນັ້ນ ໄດ້ກາຍເປັນກົນໄກເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເຢຍລະມັນ ເພື່ອສົ່ງເສີມຜົນປະໂຫຍດມາສູ່ປະຊາຊົນສອງຊາດຢ່າງກວ້າງຂວາງ.

ຂ່າວ-ພາບ: ສະມາຄົມມິດຕະພາບ ລາວ-ເຢຍລະມັນ

 

ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ - 5 - ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ
ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ - 3 - ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ
ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ - 4 - ສະມາຄົມມິດຕະພາບ ລາວ-ເຢຍລະມັນ, ເຢຍລະມັນ-ລາວ ຮ່ວມມືໃນໄລຍະ 5 ປີ ໃຫ້ມີບາດກ້າວໃໝ່ໃນຕໍ່ໜ້າເພື່ອການພັດທະນາ