ກີນກັນບໍ່ລົງ, ໂກລອຟກິນ ສະເໝີຄະແນນກັບ ອັລວາເຣດ ປ້ອງກັນແຊ໊ມໂລກ 4 ສະຖາບັນເອົາໄວ້ໄດ້
September 17, 2017 - 2:39 PM




ໂດຍການຊົກເປັນທາງ ໂກລອຟກິນ ເດີນໜ້າເຂົ້າຫາ ຕະຫຼອດ ແຕ່ກໍຖືກດ້ານ ອັລ ວາເຣດ ໃຊ້ຄວາມໄວດັກຊົກ ເຂົ້າເປົ້າຢ່າງຈະແຈ້ງຫຼາຍ ກວ່າ ໃນຍົກທີ 3 ໂກລອຟກິນ ເດີນໜ້າໄວ້ຂຶ້ນອອກໝັດແຢັບນຳແລ້ວອອກໝັດຂວາ ທາງ ອັລວາເຣດ ບໍ່ໜີ ຄອຍຕອບໂຕ້ ຕະຫຼອດ ໂກລອຟກິນ ຊົກຫຼາຍ ແທ້ແຕ່ບໍ່ເຂົ້າເປົ້າປານໃດ ຍົກ ທີ 6 ເປັນຍົກສະໜຸກ ອັລວາ ເຣດ ຕົ້ນຍົກເດີນເຂົ້າຫາອອກ ໝັດຕັດລຳໂຕໄດ້ດີ ໂກລອຟ ກິນ ຖືກໝັດເຂົ້າໄປແຕ່ກໍທົນ ໄດ້ ຍັງເດີນໜ້າເຂົ້າຊົກຕະ ຫຼອດຄືເກົ່າ ຜ່ານເຄິ່ງທາງຍັງ ສູສີກັນ.
ຍົກທີ 9 ໂກລອຟກິນ ເຮັດ ໄດ້ດີໄລ່ຊົກຈົນ ອັລວາເຣດ ອອກອາການຊືມຊ້າລົງໄປ ຢ່າງຈະແຈ້ງ ແຕ່ກໍຍັງຕອບ ໂຕ້ດ້ວຍຂວາໃສ່ ໂກລອຟກິ ຈົນຕ້ອງຖອຍອອກໄປ, ຍົກທີ 10 ອັລວາເຣດ ປັກຫຼັກແລກ ໂກລອຟກິນ ຍັງສ້າງບັນຫາ ອອກໝັດເຂົ້າໜ້າ ອັລວາເຣດ ໄດ້ຕະຫຼອດ, ຍົກທີ 11 ອັລວາ ເຣດ ບໍ່ປະທະຫັນມາຫຼິ້ນວົງ ນອກດັກຊົກເຮັດຄະແນນ ແຕ່ ໂກລອຟຫິນ ກໍໄລ່ຊົກທ້າຍຍົກ ຊົກອັບເປີຄັດແລ້ວຕາມດ້ວຍ ຊ້າຍເຂົ້າໜ້າ ອັລວາເຣດ ແຕ່ ກໍຍັງເຮັດຫຍັງບໍ່ໄດ້, ຍົກສຸດ ທ້າຍ ອັລວາເຣດ ເຮັດໄດ້ດີ ຫຼາຍກວ່າ ຊີງອອກໝັດກ່ອນ ເປັນຊຸດຊົກເຂົ້າໜ້າ ໂກລອຟ ກິນ ໄດ້ຕໍ່ເນື່ອງ ຄົບ 12 ຍົກ ຕ້ອງໄປຕັດສິນກັນທີ່ຄະແນນ ຜົນການໃຫ້ຄະແນນກຳມະ ການ ອະດີເລດ ເບິດ ໃຫ້ ອັລ ວາເຣດ ເອົາຊະນະໄປໄດ້ 118-110, ກຳມະການ ເດຟ ໂມເຣດຕິ ໃຫ້ ໂກລອຟກິນ 115-113 ແລະ ດອນ ເທຣລ ລ່າ ໃຫ້ສະເໝີກັນ 114- 114. ເຮັດໃຫ້ຜົນສຸດທ້າຍຈົບດ້ວຍ ການສະເໝີກັນ ເຮັດໃຫ້ ເກນ ນາດີ້ ໂກລອຟກິນ ສາມາດ ປ້ອງກັນແຊ໊ມໂລກ ມິດ ເດິລ ເວດ 4 ສະຖາບັນ (WBA/ WBC/IF/IBO) ເອົາໄວ້ໄດ້.