ພະແນກແຮງງານ ແຂວງວຽງຈັນ ແຈ້ງຮັບສະໝັກແຮງງານລາວເມືອງໂພນໂຮງ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ

ພະແນກແຮງງານ ແຂວງວຽງຈັນ ແຈ້ງຮັບສະໝັກແຮງງານລາວເມືອງໂພນໂຮງ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ -                                                                         22 - ພະແນກແຮງງານ ແຂວງວຽງຈັນ ແຈ້ງຮັບສະໝັກແຮງງານລາວເມືອງໂພນໂຮງ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ
ພະແນກແຮງງານ ແຂວງວຽງຈັນ ແຈ້ງຮັບສະໝັກແຮງງານລາວເມືອງໂພນໂຮງ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ - kitchen vibe - ພະແນກແຮງງານ ແຂວງວຽງຈັນ ແຈ້ງຮັບສະໝັກແຮງງານລາວເມືອງໂພນໂຮງ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ອອກແຈ້ງການ ມາຍັງຫ້ອງການ ຮສສ ເມືອງ ໂພນໂຮງ ຊາບວ່າ: ເມືອງ ອຶມຊອງ, ຢ່າງຈູ ແລະ ຈອງຈູ ສ.ເກົາຫລີ ໄດ້ສະແດງເຈດຈໍານົງໃນການນໍາໃຊ້ແຮງງານລາວ ເພື່ອໄປເຮັດວຽກ ຕາມລະດູການ ຈໍານວນ 40 ຄົນ (ຍິງແລະຊາຍ), ໃນນັ້ນຈະມີ 15 ຄູ່ເພື່ອອອກແຮງງານຈອງຈູ ສ.ເກົາຫລີ ໃນເດືອນ ກໍລະກົດ 2023. ສະນັ້ນ ເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ, ພະແນກ ຮສສ ແຂວງວຽງຈັນ ແຈ້ງມາຍັງທ່ານເພື່ອປະກາດຮັບສະໝັກ ແລະ ຂຶ້ນທະບຽນແຮງງານຈໍານວນ 90 ຄົນ ໃນໄລຍະວັນທີ 1-6 ມີຖຸນາ 2023 ພາຍຫລັງຂຶ້ນທະບຽນສໍາເລັດແລ້ວ ກົມການຈັດຫາງານ ພ້ອມດ້ວຍຄະນະ ຈະດໍາເນີນການຮັບສະໝັກ, ຄັດເລືອກຜູ້ທີ່ຄົບຕາມເງື່ອນໄຂຂອງນາຍຈ້າງປະເທດ ສ.ເກົາຫລີ 40 ຄົນ, ໃນນັ້ນຈະມີ 15 ຄູ່ ໃນວັນທີ 7 ມີຖຸນາ 2023.

ສະນັ້ນເພື່ອເຮັດໃຫ້ຂະບວນການຮັບສະໝັກ ແລະ ຄັດເລືອກເອົາແຮງງານມີຄວາມສະດວກ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການທີ່ໄດ້ກໍານົດໄວ້, ພະແນກ ຮສສ ແຂວງວຽງຈັນ ແຈ້ງມາຍັງຫ້ອງການເພື່ອແຈ້ງການ ຫາ ບ້ານພາຍໃນເມືອງໂພນໂຮງ ແຈ້ງໃຫ້ແຮງງານຜູ້ທີ່ມີຄວາມສົນໃຈ ແລະ ເງື່ອນໄຂຄົບຖ້ວນຈາກບ້ານຕ່າງໆພາຍໃນເມືອງ ເພື່ອເຂົ້າຮ່ວມສະໝັກໄປເຮັດວຽກຢູ່ ສ.ເກົາຫລີ ຕາມລະດູການໃນວັນເວລາທີ່ໄດ້ລະບຸໄວ້. ສໍາລັບແບບຟອມການສະໝັກ ກົມການຈັດຫາງານ ຈະກະກຽມໄປແຈກຈ່າຍໃນມື້ລົງທະບຽນ ແລະ ຂໍໃຫ້ຫ້ອງການ ຮສສ ເມືອງໂພນໂຮງ ແລະ ການປົກຄອງບ້ານໃຫ້ຄວາມຮ່ວມມືໃນການສະກັດກັ້ນບໍ່ໃຫ້ມີນາຍຫນ້າເຂົ້າມາມີສ່ວນຮ່ວມໃນຂະບວນການຄັດເລືອກແຮງງານຄັ້ງນີ້ຢ່າງເດັດຂາດ. ສໍາລັບຄ່າລົງທະບຽນ, ສະໝັກ ແລະ ຄັດເລືອກ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ.

ພະແນກແຮງງານ ແຂວງວຽງຈັນ ແຈ້ງຮັບສະໝັກແຮງງານລາວເມືອງໂພນໂຮງ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ - Visit Laos Visit SALANA BOUTIQUE HOTEL - ພະແນກແຮງງານ ແຂວງວຽງຈັນ ແຈ້ງຮັບສະໝັກແຮງງານລາວເມືອງໂພນໂຮງ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ

ພະແນກແຮງງານ ແຂວງວຽງຈັນ ແຈ້ງຮັບສະໝັກແຮງງານລາວເມືອງໂພນໂຮງ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ - 350956 734x1024 - ພະແນກແຮງງານ ແຂວງວຽງຈັນ ແຈ້ງຮັບສະໝັກແຮງງານລາວເມືອງໂພນໂຮງ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ

ເງື່ອນໄຂການສະໝັກ: ເປັນພົນເມືອງລາວ ແລະ ອາໄສຢູ່ ເມືອງໂພນໂຮງ ຢ່າງໜ້ອຍ 1 ປີ; ເພດຊາຍ ແລະ ຍິງ ອາຍຸ 25-45 ປີ; (ສໍາລັບເພດຍິງແມ່ນບໍ່ຢູ່ໃນໄລຍະຖືພາ ແລະ ມີລູກນ້ອຍຕໍ່າກວ່າ 01 ປີ); ມີສຸຂະພາບແຂງແຮງ, ຕາບໍ່ບອດສີ, ບໍ່ເປັນໂລກຕ້ອງຫ້າມ ເປັນຕົ້ນ: ໄວຣັດຕັບບີ, ພະຍາດ ຕິດຕໍ່ທາງເພດສໍາພັນ, ຜູ້ທີ່ໃຊ້ຢາເສບຕິດ ແລະ ວັນນະໂລກ; ບໍ່ມີຄະດີ, ບໍ່ມີປະຫວັດຫ້າມເຂົ້າ-ອອກ ສ.ເກົາຫລີ ຫລື ບໍ່ຖືກຈໍາກັດການເດີນທາງອອກນອກປະເທດ; ຈົບການສຶກສາຂັ້ນປະຖົມສຶກສາຂຶ້ນໄປ ສາມາດອ່ານ, ຂຽນພາສາລາວໄດ້; ສາມາດຊໍາລະຄ່າໃຊ້ຈ່າຍຕ່າງໆດ້ວຍຕົນເອງ; ຕ້ອງມີໂທລະສັບສະມາດໂຟນ ເພື່ອໃຊ້ລົງທະບຽນຢູ່ ສ.ເກົາຫລີ; ລວງສູງ 155 ເຊັນຕີແມັດຂຶ້ນໄປ; ໄດ້ຮັບຊັກວັກຊີນຄົບ 2 ເຂັມຂຶ້ນໄປ; ຜູ້ຍິງນໍ້າຫນັກ 50 ກິໂລ ຂຶ້ນໄປ ແລະ ຜູ້ຊາຍນໍ້າຫນັກ 55 ກິໂລຂຶ້ນໄປ

ເອກະສານປະກອບ: ໃນເວລາລົງທະບຽນ ໃຫ້ແຮງງານຖືກເອກະສານຈໍາເປັນມາພ້ອມດັ່ງນີ້: ຮູບຂະຫນາດ3X4 ພື້ນຂາວ ຈໍານວນ 1 ໃບ; ຮູບຂະໜາດ 3.5X4.5 ພື້ນຂາວ ຈໍານວນ 1 ໃບ; ກ໊ອບປີ ສໍາມະໂນຄົວ 1 ສະບັບ; ກ໊ອບປີ ບັດປະຈໍາຕົວ 1 ສະບັບ; ກ໊ອບພັດສະປອດ 1 ສະບັບ (ຖ້າບໍ່ມີໃຫ້ໄປດໍາເນີນການ ພາຍຫລັງທີ່ໄດ້ຮັບການຄັດເລືອກ); ໃບຢັ້ງຢືນທີ່ຢູ່ຈາກນາຍບ້ານທີ່ຕົນອາໄສຢູ່;

❖ ໝາຍເຫດ: ເນື່ອງຈາກເວລາໃນການຮັບສະໝັກ, ສໍາພາດ ແລະ ຄັດເລືອກສັ້ນ, ແຮງງານຜູ້ທີ່ຄົບເງື່ອນໄຂ ແລະ ມີພາດສະປອດ ຈະໄດ້ຮັບການພິຈາລະນາພິເສດ; ເວລາ ເປີດຮັບສະໝັກ ຕອນເຊົ້າ 09:00–12:00 ຕອນບ່າຍ 13:30 – 16:00 ໂມງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.

ພະແນກແຮງງານ ແຂວງວຽງຈັນ ແຈ້ງຮັບສະໝັກແຮງງານລາວເມືອງໂພນໂຮງ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ - 350862 697x1024 - ພະແນກແຮງງານ ແຂວງວຽງຈັນ ແຈ້ງຮັບສະໝັກແຮງງານລາວເມືອງໂພນໂຮງ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ

 

ພະແນກແຮງງານ ແຂວງວຽງຈັນ ແຈ້ງຮັບສະໝັກແຮງງານລາວເມືອງໂພນໂຮງ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ - 4 - ພະແນກແຮງງານ ແຂວງວຽງຈັນ ແຈ້ງຮັບສະໝັກແຮງງານລາວເມືອງໂພນໂຮງ ໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!