ພາຍຸ ທໍນາໂດ ຖະຫລົ່ມຈີນ ຢ່າງໜ້ອຍ 5 ລູກ ເຮັດໃຫ້ເກີດຄວາມເສຍຫາຍເປັນບໍລິເວນກວ້າງ
June 2, 2023 - 3:43 PM
ເວັນໄຊ ໄຊນ່າເດລີ ລາຍງານວ່າ: ຫລາຍເມືອງຂອງມົນທົນຫລຽວໜິງຕ້ອງປະເຊີນກັບພາຍຸທໍນາໂດພັດຖະຫລົ່ມ ໂດຍສະເພາະເມືອງເຖີ່ຍຫລິງ ທີ່ມີລາຍງານຜູ້ບາດເຈັບຢ່າງໜ້ອຍ 13 ຄົນ, ບ້ານເຮືອນປະຊາຊົນໄດ້ຮັບຜົນກະທົບປະມານ 60 ຫລັງ ຂະນະທີ່ລົດໄຟຄວາມໄວສູງຕ້ອງຢຸດໃຫ້ບໍລິການ.
ນອກຈາກເມືອງເຖີ່ຍເຫລິງແລ້ວ ພາຍຸຍັງພັດເຂົ້າເມືອງ ເສີ່ນຫຍາງ ແລະ ຝູຊິນ ແຕ່ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບໃນ 2 ເມືອງນີ້, ຫລ້າສຸດໜ່ວຍກູ້ໄພ ແລະ ເຈົ້າໜ້າທີ່ທ້ອງຖິ່ນໄດ້ເລັ່ງງເຂົ້າຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບຈາກພາຍຸແລ້ວ, ເຊິ່ງຜູ້ຊ່ຽວຊານລະບຸວ່າ: ທໍນາໂດທີ່ເກີດຂຶ້ນມີຄວາມຮຸນແຮງສູງ ສາມາດພັດເອົາລົດທີ່ມີນ້ຳໜັກເບົາໃຫ້ປິວໄປກັບລົມໄດ້.