ຮອງປະທານສະພາແຫ່ງຊາດ ຊີ້ນຳ ແລະ ເນັ້ນໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ 7 ໜ້າວຽກສຳຄັນໃນການກວດສອບ


ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານກວດສອບແຫ່ງລັດ ຈັດຂຶ້ນວັນທີ 1-2 ມິຖຸນາ 2023 ທີ່ນະຄອນຫລວງວຽງຈັນ, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ໂອ້ລົມ ແລະ ເນັ້ນໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ 7 ໜ້າວຽກສຳຄັນຄື:
- ຕ້ອງສືບຕໍ່ເອົາໃຈໃສ່ສຶກສາອົບຮົມ-ການເມືອງແນວຄິດ ໃຫ້ສະມາຊິພັກ ພະນັກງານ-ລັດຖະກອນ ໃນແຕ່ລະຂັ້ນທີ່ຢູ່ໃນຄວາມຮັບຜິດຊອບ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ສ້າງການຫັນປ່ຽນຢ່າງເລິກເຊິ່ງຕໍ່ກັບພະນັກງານ, ໂດຍການສ້າງແຜນບໍາລຸງໃນເງື່ອນໄຂໃໝ່ຕາມທິດຫັນເປັນຄຸນນະພາບ ແລະ ດໍາເນີນຂັ້ນຕອນກໍ່ສ້າງນັກກວດ ສອບແຕ່ລະຂັ້ນ ໃຫ້ໄດ້ຕາມຄາດຫມາຍກໍານົດ.
- ເອົາໃຈໃສ່ປັບປຸງກໍານົດຕໍາແໜ່ງງານ ປັບປຸງວຽກງານຂອງສະຖາບັນເຝິກອົບຮົມໃຫ້ມີຄຸນນະພາບ, ສ້າງນັກກວດສອບລົງເລີກສະເພາະດ້ານ ເຝິກທັກສະ ແລະ ບົດຮຽນຕົວຈິງໃນເງື່ອນໄຂປັດຈຸບັນ, ເອົາໃຈໃສ່ຊຸກຍູ້ອົງການກວດສອບປະຈໍາພາກປະສານສົມທົບກັບສາຍຕັ້ງ, ສາຍຂວາງໃນການປະກອບບຸກຄະລາກອນ, ສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ຊ່ວຍອົງການກວດສອບແຫ່ງລັດ.
- ເອົາໃສ່ໃນການໂຄສະນາເຜີຍແຜ່ກົດໝາຍກວດສອບແຫ່ງລັດ ສະບັບປັບປຸງປີ 2022 ປັບປຸງບົດບັນທຶກການປະສານງານກັບພາກສ່ວນກ່ຽວຂ້ອງ, ຄົ້ນຄວ້າບົດແນະນໍາກ່ຽວກັບການສ້າງບົດລາຍງານຜົນການກວດສອບ ຕໍ່ສະພາແຫ່ງຊາດ ແລະ ສະພາປະຊາຊົນປະຈໍາແຂວງ-ນະຄອນຫລວງວຽງຈັນ.
- ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ແລະ ຫັນເປັນທັນສະໄໝ ໂດຍສະເພາະ ການນໍາໃຊ້ລະບົບຂໍ້ມູນ-ຂ່າວສານ, ເຊື່ອມຕໍ່ກັບລະບົບເຄືອຂ່າຍການຄຸ້ມຄອງງົບປະມານແຫ່ງລັດ ຂອງກະຊວງການເງິນເຂົ້າໃນການສ້າງແຜນການກວດສອບໃຫ້ມີຄວາມຊັດເຈນແຕ່ຫົວທີ, ສ້າງຂີດຄວາມສາມາດ ແລະ ພັດທະນາຊັບພະຍາກອນມະນຸດ ຢູ່ຂັ້ນສູນກາງ ແລະ ຂັ້ນປະຈໍາພາກໃນການນໍາໃຊ້ເຕັກໂນໂລຊີ, ເຂົ້າໃນການຄຸ້ມຄອງບໍລິຫານ ແລະ ການກວດສອບ.


5. ດ້ານວຽກງານວິຊາສະເພາະໃຫ້ເອົາໃຈໃສ່ດໍາເນີນການເຄື່ອນໄຫວວຽກງານກວດສອບ ປີ 2023 ໃຫ້ສໍາເລັດຕາມມະຕິກອງປະຊຸມສະພາແຫ່ງຊາດຮັບຮອງ, ດໍາເນີນການອອກບົດແຈ້ງຜົນການກວດສອບໃຫ້ສໍາເລັດຕາມເປົ້າໝາຍທີ່ໄດ້ດໍາເນີນການກວດສອບກ່ອນການກວດສອບໃນຮອບປີຖັດໄປ ແລະ ຕິດຕາມຊຸກຍູ້ຢ່າງເປັນປົກກະຕິ ເປັນລາຍໄຕມາດ, ການຈັດຕັ້ງປະຕິບັດຂໍ້ແນະນໍາຕາມຜົນການກວດສອບ.
6. ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຊຸກຍູ້ ວຽກງານຮອບດ້ານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ ຕາມທັດສະນະຂອງພັກທີ່ວ່າມີການນໍາພາຕ້ອງມີການຕິດຕາມກວດກາ ເປັນຕົ້ນແມ່ນການຕິດຕາມກວດກາການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກອົງການກວດສອບແຫ່ງລັດ, ແຜນພັດທະນາວຽກງານກວດສອບ ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ປະກົດຜົນເປັນຈິງ.
7. ເອົາໃຈໃສ່ການສົ່ງເສີມການຮ່ວມມື ແລະ ເຊື່ອມໂຍງກັບສາກົນໃນກອບຫລາຍຝ່າຍ ແລະ ອົງການຈັດຕັ້ງສາກົນ, ລະດົມ ແລະ ຍາດແຍ່ງເອົາການຮ່ວມມືຊ່ວຍເຫລືອ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການກວດສອບແຫ່ງລັດ.