ລັດຖະບານອົດສະຕຣາລີປະກາດຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 5,75% ຫລື 15,34 ໂດລາສະຫະລັດຕໍ່ຊົ່ວໂມງ

ລັດຖະບານອົດສະຕຣາລີປະກາດຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 5,75% ຫລື 15,34 ໂດລາສະຫະລັດຕໍ່ຊົ່ວໂມງ - A Path To Australia hero image for web - ລັດຖະບານອົດສະຕຣາລີປະກາດຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 5,75% ຫລື 15,34 ໂດລາສະຫະລັດຕໍ່ຊົ່ວໂມງ
ລັດຖະບານອົດສະຕຣາລີປະກາດຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 5,75% ຫລື 15,34 ໂດລາສະຫະລັດຕໍ່ຊົ່ວໂມງ - kitchen vibe - ລັດຖະບານອົດສະຕຣາລີປະກາດຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 5,75% ຫລື 15,34 ໂດລາສະຫະລັດຕໍ່ຊົ່ວໂມງ

ລັດຖະບານອົດສະຕຣາລີປະກາດຂຶ້ນຄ່າແຮງງານຂັ້ນຕໍ່າ 5,75% ມີຜົນນັບແຕ່ວັນທີ 1 ກໍລະກົດ 2023 ເປັນຕົ້ນໄປ ດ້ວຍເຫດຜົນສັ້ນໆວ່າ: “ລັດຖະບານມີຄວາມເຂົ້າໃຈວ່າ ແຕ່ລະຄອບຄົວຕ້ອງຕໍ່ສູ້ຕໍ່ຄ່າຄອງຊີບທີ່ເພີ່ມສູງຂຶ້ນ ແລະ ເອກະຊົນຕ້ອງແບກຮັບຄ່າໃຊ້ຈ່າຍພະນັກງານຍຸກໃໝ່”. ຂະນະທີ່ທັງ 3 ລັດໃຫຍ່ກຽມຮັບມືຄ່າໄຟຟ້າປັບສູງຂຶ້ນ 25% ທ່າມກາງສຽງສະທ້ອນຂອງນັກເສດຖະສາດທີ່ກັງວົນວ່າ: ຕົ້ນທຶນເຫລົ່ານີ້ຈະກະທົບເຖິງການຕັດສິນໃຈດໍາເນີນນະໂຍບາຍຂອງທະນາຄານກາງ.

ອັດຕາເງິນເຟີ້ທົ່ວໂລກກໍາລັງເລັ່ງຂຶ້ນສູ່ລະດັບສູງສຸດໃນຮອບຫລາຍທົດສະວັດ ກະທັ້ງອາເມລິກາ ແລະ ອັງກິດ ເອີ້ນໄດ້ວ່າສູງທີ່ສຸດໃນຮອບ 40 ປີ ລວມທັງອົດສະຕຣາລີເຊັ່ນກັນ, ແຕ່ລະປະເທດຈຶ່ງມີຄວາມຈໍາເປັນຕ້ອງຂຶ້ນຄ່າແຮງງານເພື່ອຮັກສາຄ່າຄອງຊີບ.

ລັດຖະບານອົດສະຕຣາລີປະກາດຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 5,75% ຫລື 15,34 ໂດລາສະຫະລັດຕໍ່ຊົ່ວໂມງ - Visit Laos Visit SALANA BOUTIQUE HOTEL - ລັດຖະບານອົດສະຕຣາລີປະກາດຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 5,75% ຫລື 15,34 ໂດລາສະຫະລັດຕໍ່ຊົ່ວໂມງ

ສໍານັກຂ່າວ Kikkei ລາຍງານວ່າ: ຄະນະກໍາມາທິການການງານຍຸຕິທໍາ (Fair Work Commission: FWC) ເຊິ່ງເປັນອົງກອນອິດສະຫລະໃນການເບິ່ງແຍງແຮງງານອົດສະຕຣາລີ ເປີດເຜີຍວ່າ: ລັດຖະບານຈະຂຶ້ນຄ່າແຮງງານຂັ້ນຕໍ່າ 5,75% ໂດຍໃຫ້ມີຜົນນັບແຕ່ວັນທີ 1 ກໍລະກົດ 2023 ເປັນຕົ້ນໄປ ດ້ວຍເຫດຜົນວ່າ: ແຕ່ລະຄອບຄົວຕ້ອງຕໍ່ສູ້ຕໍ່ຄ່າຄອງຊີບທີ່ເພີ່ມສູງຂຶ້ນ.

ໂດຍພະນັກງານທີ່ໄດ້ຮັບຄ່າແຮງງານຕໍ່າສຸດຈະໄດ້ຮັບ 22,61 ໂດລາອົດສະຕຣາລີ (15,34 ໂດລາສະຫະລັດຕໍ່ຊົ່ວໂມງ) ໂດຍຄາດວ່າຈະມີຜົນຕໍ່ລາຍໄດ້ແຮງງານທົ່ວປະເທດຫລາຍກວ່າ 2 ລ້ານຄົນ.

ຄະນະກໍາມາທິການການງານຍຸຕິທໍາລະບຸວ່າ: ການຂຶ້ນຄ່າແຮງງານຄັ້ງນີ້ຜ່ານການພິຈາລະນາຈາກທຸກຝ່າຍ ແລະ ຈະບໍ່ເຮັດໃຫ້ເກີດ ຫລື ມີສ່ວນເຮັດໃຫ້ລາຄາຄ່າແຮງງານເພີ່ມສູງຂຶ້ນ ເມື່ອທຽບໃສ່ປີຜ່ານມາທີ່ປັບຢູ່ລະດັບ 5,2%.

ເຖິງຢ່າງໃດກໍຕາມ, ສຽງສະທ້ອນຈາກນັກເສດຖະສາດກັງວົນວ່າ: ການຂຶ້ນຄ່າແຮງງານໃຫ້ສອດຄ່ອງກັບອັດຕາເງິນເຟີ້ 7% ອາດສ້າງເກນມາດຕະຖານສໍາລັບການຄາດຄະເນຄ່າແຮງງານອື່ນໆ ສົ່ງຜົນກະທົບຕໍ່ການພິຈາລະນາຂອງທະນາຄານກາງອົດສະຕຣາລີ ຫລື RBA ໃນການຄວບຄຸມອັດຕາເງິນເຟີ້ໃຫ້ກັບໄປສູ່ໄລຍະເປົ້າໝາຍ 2-3%.

ອ້າງອີງ:

https://asia.nikkei.com/…/Australia-to-raise-minimum…

https://www.9news.com.au/…/5f906576-ea17-47fc-a0fc…

ລັດຖະບານອົດສະຕຣາລີປະກາດຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 5,75% ຫລື 15,34 ໂດລາສະຫະລັດຕໍ່ຊົ່ວໂມງ - 3 - ລັດຖະບານອົດສະຕຣາລີປະກາດຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 5,75% ຫລື 15,34 ໂດລາສະຫະລັດຕໍ່ຊົ່ວໂມງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!