ປະທານປະເທດ ສົ່ງສານສະແດງຄວາມເສົ້າສະຫລົດໃຈ ຕໍ່ເຫດການລົດໄຟຕຳກັນຢູ່ອິນເດຍ


ວັນທີ 5 ມິຖຸນາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ນາງ ດຣໍປາດິ ມູ່ມູ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ ຕໍ່ເຫດການອຸບັດເຫດຂະບວນລົດໄຟຕໍາກັນ ທີ່ລັດໂອດິສາ, ປະເທດອິນເດຍ.
ເນື້ອລະບຸວ່າ: ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າສະຫລົດໃຈ ຕໍ່ເຫດການອຸບັດເຫດຂະບວນລົດໄຟຕໍາກັນ ທີ່ລັດໂອດິສາ, ປະເທດອິນເດຍ ໃນວັນທີ 2 ມິຖຸນາ 2023 ທີ່ຜ່ານມາ, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບເປັນຈໍານວນຫລວງຫລາຍ.
ໃນນາມປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງທ່ານ ໂດຍຜ່ານທ່ານ ໄປຍັງປະຊາຊົນ ອິນເດຍ ໂດຍສະເພາະ ຕໍ່ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກອຸບັດຕິເຫດໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຂອງ ລັດຖະບານ, ປະຊາຊົນອິນເດຍ ຈະສາມາດຜ່ານຜ່າຊ່ວງເວລາອັນເສົ້າສະຫລົດໃຈນີ້ໂດຍໄວ.
ໃນໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ນາເຣັນດຣາ ໂມດີ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ສຸບຣາມານຢໍາ ໃຈສັນກ່າ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ຕໍ່ເຫດການອຸບັດຕິເຫດຂະບວນລົດໄຟຕໍາກັນ ທີ່ລັດໂອດິສາ, ປະເທດອິນເດຍ ໃນວັນທີ 2 ມິຖຸນາ 2023 ທີ່ຜ່ານມາ ເຊັ່ນດຽວກັນ.