ຖວທ ເມືອງຫລາ ແຂວງອຸດົມໄຊ ຊີ້ແຈງຕໍ່ກໍລະນີການແຕ່ງດອງ ຊາຍ 1 ຍິງ 2


ວັນທີ 3 ມິຖຸນາ 2023 ຜ່ານມາ ມີຜູ້ໃຊ້ເຟສບຸກທ່ານໜຶ່ງ ໂພສພາບພຣີເວດດິງ ຫລື ພາບກ່ອນແຕ່ງງານ ລົງເຟສບຸກສ່ວນຕົວ ໂດຍມີຍິງ 2 ຄົນເປັນເຈົ້າສາວ, ພ້ອມບັດເຊີນງານແຕ່ງດອງ ເຮັດໃຫ້ສັງຄົມສົນໃຈຕໍ່ກໍລະນີດັ່ງ ຈຳນວນຫລາຍ ແລະ ຕັ້ງຄຳຖາມຂໍ້ສົງໄສ ວ່າ ເຮັດແບບນີ້ໄດ້ຫລືບໍ່, ກໍລະນີດັ່ງກ່າວແມ່ນໃຜອະນຸຍາດ ແລະ ຜິດລະບຽບກົດໝາຍຄືແນວໃດ ? ຈົນກາຍເປັນກະແສຮືຮາໄປທົ່ວສັງຄົມ.
ຫລ້າສຸດ ວັນທີ 6 ມິຖຸນາ 2023 ນີ້ ຫ້ອງການ ຖວທ ເມືອງຫລາ ແຂວງອຸດົມໄຊ ອອກມາຊີ້ແຈງວ່າ: ໃນນາມຕ່າງໜ້າພາກສ່ວນທີ່ກ່ຽວຂ້ອງ ຫ້ອງການ ຖວທ ເມືອງຫລາ ໄດ້ລົງເກັບກຳຂໍ້ມູນນຳພວກກ່ຽວ ຊື່ ທ້າວ ສີແກ້ວ ອາຍຸ 29 ປີ, ສັນຊາດ ລາວ, ຊົນເຜົ່າ ອາຄາ, ປະຊາຊົນ ຢູ່ບ້ານກົກໄມ້ໃຫຍ່, ເມືອງຫລາ, ແຂວງອຸດົມໄຊ ທັງໝົດເປັນພາບຂໍ້ມູນຄວາມຈິງກ່ຽວກັບການລົງຮູບພາບ Pre-weddingກ່ອນການແຕ່ງດອງ ຜູ້ກ່ຽວໄດ້ໃຫ້ເຫດຜົນ ແລະ ຄວາມເປັນຈິງ ຄື:
ໃນເບື້ອງຕົ້ນທ້າວ ສີແກ້ວ ໄດ້ແຕ່ງດອງກັບ ນາງອີກຸງ ໂດຍຖືກຕ້ອງຕາມກົດໝາຍໃນປີ 2010 ມາຮອດປັດຈຸບັນເປັນ ເວລາ 12 ປີກວ່າ ແຕ່ຜູ້ເປັນເມຍບໍ່ສາມາດມີລູກໄດ້ເນື່ອງຈາກວ່າສຸຂະພາບບໍ່ແຂງແຮງ. ມາຮອດຕົ້ນເດືອນ ເມສາ ປີ 2023 ຜູ້ເປັນເມຍ ພ້ອມດ້ວຍຍາດຕິພີ່ນ້ອງທັງສອງຝ່າຍ ຈຶ່ງໄດ້ປຶກສາຫາລື ແລະເອກະພາບກັນໂດຍໃຫ້ທ້າວ ສີແກ້ວ ເອົາເມຍເພີ່ມຕື່ມອີກໜຶ່ງຄົນ ຕາມຮີດຄອງປະເພນີຂອງຊົນເຜົ່າອາຄາ.
ໂດຍພື້ນຖານແລ້ວ ການກະທໍາໃນຄັ້ງນີ້ອາດບໍ່ເໝາະສົມ ແລະ ບໍ່ຖືກຕ້ອງສອດຄ່ອງຕາມຮີດຄອງປະເພນີອັນດີງາມຂອງຊາດລາວ, ທັງເປັນການລະເມີດລະບຽບກົດໝາຍຂອງບ້ານເມືອງ.
ໂດຍອີງໃສ່ຮີດຄອງປະເພນີຂອງຊົນເຜົ່າອາຄາທີ່ເຄີຍປະຕິບັດກັນມາຫລາຍເຊັ່ນຄົນ ໂດຍສະເພາະແມ່ນຮີດຄອງປະເພນີຜູ້ຊາຍສາມາດມີເມຍຫລາຍຄົນໄດ້ແມ່ນຍ້ອນເຫດຜົນຕົ້ນຕໍ່ດັ່ງລຸ່ມນີ້:
1. ຜູ້ເປັນເມຍມີສຸຂະພາບບໍ່ແຂງແຮງ;
2. ໄດ້ຮັບການເຫັນດີ ແລະ ອະນຸຍາດຈາກຜູ້ເປັນເມຍຜູ້ທີ່ໜຶ່ງ ແລະ ຍາດຕິພີ່ນ້ອງທັງສອງຝ່າຍ;
3. ໄດ້ຮັບການເຫັນດີຂອງຜູ້ທີ່ຈະເປັນເມຍໃໝ່ ໂດຍປາສະຈາກການບັງຄັບນາບຂູ່ແຕ່ຢ່າງໃດ.
ຕໍ່ກັບບັນຫາດັ່ງກ່າວນີ້, ຜູ້ກ່ຽວຈຶ່ງມີຄວາມຈຳເປັນຕ້ອງເອົາເມຍເພີ່ມອີກໜຶ່ງຄົນ ເພື່ອມາສ້າງສາພັດທພະນາຄອບຄົວ ແລະ ເບິ່ງແຍງສຸຂະພາບຂອງເມຍຜູ້ທີ່ໜຶ່ງ.
ດັ່ງນັ້ນ, ອົງການຈັດຕັ້ງທີ່ກ່ຽວຂ້ອງຈຶ່ງໄດ້ຊີ້ແຈ້ງຄືນຕໍ່ການຈັດຕັ້ງ-ສັງຄົມໃຫ້ເຂົ້າໃຈ ຕໍ່ສະພາບຄວາມເປັນຈິງ ຫວັງວ່າການຈັດຕັ້ງ -ສັງຄົມຈະໃຫ້ອະໄພຕໍ່ການກະທໍາຂອງຜູ້ກ່ຽວດ້ວຍ.