ການນຳໃຊ້ກົດໝາຍຂອງອົງການໄອຍະການປະຊາຊົນ ເຈົ້າໜ້າຄ້າຍຄຸມຂັງ-ດັດສ້າງ ສານປະຊາຊົນ ກະຊວງຍຸຕິທຳ ຍັງບໍ່ທັນເຂັ້ມງວດ ແລະ ສັກສິດເທົ່າທີ່ຄວນ

ວັນທີ 8 ມິຖຸນາ 2023 ນີ້, ອົງການໄອຍະການປະຊາຊົນສູງສຸດ(ອອປສ) ຈັດສຳມະນາວິທະຍາສາດ ກ່ຽວກັບວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແລະ ວຽກງານຕິດຕາມກວດກາ ການດຳເນີນຄະດີແພ່ງ ທົ່ວປະເທດ ຄັ້ງທີ I ໂດຍການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ.
ທ່ານ ບຸນທັນ ບຸນທະວິໄລ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ຂອງອົງການໄອຍະການປະຊາຊົນ ໃນວຽກງານຕິດຕາມກວດກາ ຄ້າຍຄຸມຂັງ-ເດັດສ້າງ ແລະ ວຽກງານຕິດຕາມກວດ ກາການດຳເນີນຄະດີແພ່ງ ໃນໄລຍະຜ່ານມາ, ພ້ອມທັງໃຫ້ທິດຊີ້ນຳວ່າ ທັງສອງວຽກງານດັ່ງກ່າວ ແມ່ນເປັນພາລະບົດບາດໜຶ່ງ ໃນການຕິດຕາມກວດກາ ການເຄົາລົບ ແລະ ການປະຕິບັດກົດໝາຍ ຂອງອົງການໄອຍະການປະຊາຊົນ ໃນໄລຍະຜ່ານມາ. ນອກຈາກເປັນການຊຸກຍູ້ພາກສ່ວນກ່ຽວຂ້ອງ ປະຕິບັດກົດໝາຍໃຫ້ມີຄວາມຖືກຕ້ອງແລ້ວ ຍັງໄດ້ຕິດຕາມກວດກາການນໍາໃຊ້ກົດໝາຍບໍ່ຖືກຕ້ອງ ຕໍ່ຜູ້ຖືກຫາ, ນັກໂທດ, ຜູ້ທີ່ຖືກກັກຂັງເກີນ, ກັກຂັງບໍ່ມີຄຳສັ່ງ, ມາດຕະການປັບໄໝ ແລະ ການແກ້ໄຂຂໍ້ຂັດແຍ່ງທີ່ມີການລະເມີດກົດໝາຍ ເຊັ່ນ ກົດໝາຍວ່າດ້ວຍ ການດຳເນີນຄະດີອາ, ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ, ກົດໝາຍອາຍາ, ປະມວນກົດໝາຍອາຍາ, ກົດໝາຍແພ່ງ, ປະມວນກົດໝາຍແພ່ງ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.
ນອກນັ້ນ, ທ່ານໄດ້ເນັ້ນຕື່ມອີກວ່າ: ການນຳໃຊ້ກົດໝາຍຂອງພາກສ່ວນ ອົງການໄອຍະການປະຊາຊົນ, ເຈົ້າໜ້າຄ້າຍຄຸມຂັງ-ດັດສ້າງ, ສານປະຊາຊົນ ແລະ ກະຊວງຍຸຕິທຳ ຍັງບໍ່ທັນເຮັດໄດ້ຢ່າງເລິກເຊິ່ງ ກວ້າງຂວາງ, ການເປັນເຈົ້າການປະຕິບັດກົດໝາຍ ໃນຂົງເຂດຮັບຜິດຊອບຂອງຕົນ ຍັງບໍ່ທັນເຂັ້ມງວດ ແລະ ສັກ ສິດ ເທົ່າທີ່ຄວນ, ສະຕິເຄົາລົບກົດໝາຍ ຍັງບໍ່ທັນສູງ, ການນຳໃຊ້ກົດໝາຍບາງບັນຫາຍັງມີອັນປົນເປກັນ, ທັງບໍ່ທັນມີຄວາມເປັນເອກະພາບ ໃນທາງດ້ານຈັດຕັ້ງປະຕິບັດ ຈຶ່ງເຮັດໃຫ້ມີຫາງສຽງຈາກສັງຄົມ ວ່າເປັນປາກົດການລະເມີດກົດໝາຍ ຂອງບັນດາເຈົ້າໜ້າທີ່ ປກສ, ພະນັກງານໄອຍະການ, ຜູ້ພິ ພາກສາຂອງສານ ແລະ ພະນັກງານຈັດຕັ້ງປະຕິບັດ ຄຳຕັດສິນຂອງສານຍັງມີຫລາຍ ໂດຍສະພາະ ຕໍ່ກັບການຕິດຕາມກວດກາ ກ່ຽວກັບສອງວຽກງານດັ່ງກ່າວ ຂອງອົງການໄອຍະການປະຊາຊົນ ຍັງບໍ່ທັນເຂົ້າສູ້ລວງເລິກ, ກົນໄກການປະສານງານກັບພາກສ່ວນຕ່າງໆ ທີ່ກຽວຂ້ອງມີແລ້ວ ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງບໍ່ທັນເປັນລະບົບ, ການເກັບກໍາສະຖິຕິນັກໂທດ, ຜູ້ຖືກຫາ, ຜູ້ຖືກກັກຂັງເກີນ, ບໍ່ມີຄຳສັ່ງ, ສະຖິຕິຄະດີທາງແພ່ງ ແລະ ສະຖິຕິການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ (ທັງທາງອາຍາ ແລະ ທາງແພ່ງ) ຈຳນວນໜຶ່ງ ກໍຍັງເປັນການສັງລວມເອົາ ໂດຍເປັນອັນສັງລວມທີ່ບໍ່ຊັດເຈນ. ດັ່ງນັ້ນ ໃນຊຸມປີຕໍ່ໜ້ານີ້ ອົງການໄອຍະການປະຊາຊົນ ແລະ ອົງການໄອຍະການທະຫານ ທົ່ວປະເທດ ຕ້ອງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນວຽກງານຕິດຕາມກວດ ກາ ຄ້າຍຄຸມຂັງ-ດັດສ້າງ ແລະ ການຕິດຕາມກວດກາການດຳເນີນຄະດີແພ່ງ ໃຫ້ເພີ່ມທະວີສູງຂຶ້ນເປັນກວ່າເກົ່າ, ຍົກລະດັບພະນັກງານໄອຍະການປະຊາຊົນ, ທັງປັບປຸງ ແລະ ປະຕິບັດກົນໄກປະສານສົມທົບໃຫ້ເຂັ້ມແຂງ, ສ້າງ ແລະ ປັບປຸງນິຕິກຳ ເປັນຕົ້ນ ຄຳສັ່ງ, ຄຳແນະນຳ, ປຶ້ມຄູ່ມື ກ່ຽວກັບການຕິດຕາມກວດກາ ຄ້າຍຄຸ້ມຂັງ-ດັດສ້າງ ແລະ ຕິດຕາມກວດກາ ການດຳເນີນຄະດີແພ່ງ ລວມເຖິງການຕິດຕາມກວດກາ ການປະຕິບັດຄຳຕັດສິນຂອງສານ.