ຫາລື ການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະ ລົງທຶນ


ວັນທີ 6 ມິຖຸນາ 2023 ຜ່ານມາ, ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ)ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 20 ເພື່ອ ປຶກສາຫາລື ແລະ ລາຍງານຄວາມຄືບໜ້າ ກ່ຽວກັບບັນດາບູລິມະສິດຕົ້ນຕໍທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມການຄ້າ ແລະ ການລົງທຶນໃນ ສປປ ລາວ. ເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງ ອຄ, ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ຜູ້ອຳນວຍຄວາມສະດວກລະຫວ່າງຜູ້ໃຫ້ທຶນ ພາຍໃຕ້ກອບ ໂຄງການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF)
ກອງປະຊຸມໄດ້ລາຍງານຄວາມຄືບໜ້າ ແລະ ປຶກສາຫາລື ກ່ຽວກັບການກະກຽມການເປັນປະທານ ອາຊຽນ ໃນປີ 2024, ຜົນໄດ້ຮັບຈາກທົບທວນແກ້ໄຂກົົດໝາຍສົ່ງເສີມການລົງທຶນ, ຜົນໄດ້ຮັບຈາກກອງປະຊຸຸມທຸລະກິດລາວຄັ້ງທີ 14 ແລະ ຜົນການສຳຫຼວດການລົງທຶນຕ່າງປະເທດ ເຊິ່ງເຮັດຮ່ວມກັນ ໂດຍສະພາການຄ້າທັງພາຍໃນ ແລະ ຕ່າງປະເທດທີ່ຢູ່ໃນ ສປປ ລາວ.
ທ່ານ ມະໂນທອງ ວົງໄຊ ໄດ້ກ່າວເນັ້ນໜັກເຖິງບົດບາດທີ່ສຳຄັນຂອງບໍລິສັດເອກະຊົນໃນຂະບວນການພັດທະນາ. “ຍ້ອນຖືກຂັບເຄື່ອນໂດຍລາຍຮັບ, ບັນດາພາກທຸລະກິດຈຶ່ງໄດ້ລົງທຶນໃສ່ແນວຄິດໃໝ່ໆ ແລະ ສິ່ງອຳນວຍຄວາມສະດວກໃໝ່ໆ ທີ່ໄດ້ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ ການເຕີບໂຕ ທາງເສດຖະກີດ ແລະ ຄວາມຈະເລີນກ້າວໜ້າ”.
ນອກຈາກນີ້ ທ່ານຍັງຜັກດັນໃຫ້ໜ່ວຍງານຂອງລັດໃຫ້ມີບົດບາດສຳຄັນໃນການກຳນົດບັນຍາກາດຂອງ ການລົງທຶນ. ທ່ານກ່າວວ່າ ລັດຖະບານ ມີອຳນາດທີ່ເດັດຂາດກວ່າຕໍ່ກົດລະບຽບຂອງພາກທຸລະກິດ, ຄວາມປອດໄພຕໍ່ສິດທິ ທາງຊັບສິນ ແລະ ພາສີອາກອນ, ການສະໜອງພື້ນຖານໂຄງລ່າງ, ການເຮັດ ວຽກຂອງການເງິນ ລວມໄປຮອດ ຕະຫຼາດແຮງງານ.
ທ່ານຍັງໄດ້ກ່າວຕື່ມວ່າ “ຍ້ອນເຫດຜົນເຫຼົ່ານີ້, ກອງປະຊຸມໃນມື້ນີ້ ຈຶ່ງມີຄວາມສຳຄັນຕໍ່ຜູ້ວາງແຜນນະໂຍບາຍ ແລະ ຄູ່ຮ່ວມພັດທະນາ ໄດ້ແລກປ່ຽນມູມມອງ ແລະ ສ້າງຄວາມເຫັນດີເຫັນພ້ອມ ກ່ຽວກັບປະເດັນສຳຄັນ ທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມການຄ້າ ແລະ ການລົງທຶນພາຍໃນປະເທດ ແລະ ສາມາດດຳເນີນການ ຕາມນະໂຍບາຍ ໃຫ້ທັນເວລາ ກ່ອນທີ່ບັນຫາບູລິມະສິດເຫຼົ່ານີ້ ຈະກາຍເປັນອຸປະສັກຖ່ວງດຶງການລົງທຶນ ແລະ ການຄ້າ”
ທ່ານ ນາງ ອີນາ ມາຈູລໍນີແຕ ໄດ້ກ່າວວ່າ ພາກເອກະຊົນຍັງສືບຕໍ່ປະເຊີນກັບສະພາບ ທີ່ຫຍຸ້ງຍາກ ເນື່ອງຈາກອັດຕາເງິນເຟີ້ທີ່ສູງ, ສະກຸນເງິນກີບລາວທີ່ມີມູນຄ່າຫຼຸດລົງ, ການໃຊ້ຈ່າຍ ຂອງພາກລັດທີ່ຫຼຸດລົງ ແລະ ການເຄື່ອນຍ້າຍແຮງງານ.
ໃນສະພາບເສດຖະກິດ ແລະ ການເງິນທີ່ທ້າທາຍເຊັ່ນນີ້ ເຊິ່ງບີບໃຫ້ລັດຖະບານຕ້ອງຫຼຸດຜ່ອນ ຄ່າຈ່າຍ ຂອງພາກລັດລົງ ມັນຈຶ່ງມີຄວາມຈຳເປັນຫຼາຍຂຶ້ນທີ່ຈະສົ່ງເສີມການພັດທະນາພາກເອກະຊົນ ແລະ ດຶງດູດການລົງທຶນຈາກຕ່າງປະເທດ ເຊິ່ງຈະຊ່ວຍສ້າງລາຍຮັບ, ວຽກເຮັດງານທຳ ແລະ ການສົ່ງອອກ ທີ່ຈະຊ່ວຍປະກອບສ່ວນ ບັນລຸເປົ້າໝາຍຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9