ພູເຂົາໄຟ ມາຢອນ ໃນຟີລິບປິນ ພົ່ນຫີນຮ້ອນ ແລະ ລາວາອອກມາ ປະຊາຊົນຫລາຍກວ່າ 12,000 ຄົນ ເລົ່ງອົບພະຍົບອອກຈາກພື້ນທີ່
June 12, 2023 - 12:27 PM


ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມະນີລາປະເທດຟີລິບປິນ ໃນວັນທີ 12 ມິຖຸນາ 2023 ນີ້ວ່າ: ສະຖາບັນວິທະຍາພູເຂົາໄຟ ແລະ ທໍລະນີວິທະຍາລາຍງານສະຖານະການຂອງພູເຂົາໄຟມາຢອນ ທີ່ມີຄວາມສູງ 2,463 ແມັດ ຕັ້ງຢູ້ ແຂວງອໍລເບຍ ເທິງເກາະລູຊອນ ວ່າໃນຮອບ 24 ຊົ່ວໂມງຜ່ານມາ ເຈົ້າໜ້າທີ່ກວດພົບການເກີດແຜ່ນດິນໄຫວ 1 ຄັ້ງ ບໍລິເວນອ້ອມຮອບພູເຂົາໄຟ.
ຂະນະທີ່ສຳນັກງານປ້ອງກັນ ແລະ ບັນເທົາສາທາລະນະໄພ ອົບພະຍົບປະຊາຊົນໃນພື້ນທີ່ສ່ຽງແລ້ວ ຫລາຍກວ່າ 12,800 ຄົນ ເນື່ອງຈາກມີຫີນຮ້ອນ ແລະ ຄວັນ ຕະຫລອດຈົນມີລາວາໄຫລອອກມາເປັນໄລຍະ.