ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ແຫ່ງທີ 5 ສຳເລັດແລ້ວ 70% ຄາດວ່າຈະເປີດນຳໃຊ້ໃນຕົ້ນປີ 2024 ນີ້


ວັນທີ 12 ມິຖຸນາ 2023 ຜ່ານມາ, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງມິດ ຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ), ມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄຳໄຊ.
ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງ ຂົວຂ້າມແມ່ນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລຄຳໄຊ-ບຶງການ) ຝ່າຍລາວ ໄດ້ລາຍງານສະພາບໂດຍລວມຕະຫລອດ ໃຫ້ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບກ່ຽວກັບຄວາມຄືບຫນ້າຂອງໂຄງການ, ທັງຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ. ຂົວແຫ່ງນີ້ ໄດ້ເລີ່ມສຶກສາຄວາມເປັນໄປໄດ້, ພ້ອມທັງມີການສຳຫລວດ, ອອກແບບ ແຕ່ປີ 2014 ສຳເລັດ ໃນປີ 2016 ໂດຍໄດ້ຮັບທຶນການຊ່ວຍ ເຫລືອລ້າ ຈາກອົງການ NEDA ປະເທດໄທ ແລະ ຖືກຮັບຮອງຈາກລັດຖະບານ 2 ຝ່າຍໃນປີ 2018. ໂຄງການກໍ່ສ້າງ ຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄຳໄຊ-ບຶງການ ແມ່ນຕັ້ງຢູ່ເຂດບ້ານກ້ວຍອຸດົມ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ ຫ່າງຈາກເທສະບານ ແຂວງ ມາທາງທິດເໜືອຕາມທາງເລກ 13 ໃຕ້ປະມານ 10 ກິໂລ ແມັດ ແລະ ຫ່າງຈາກທາງເລກ 13 ໃຕ້ເຂົ້າໄປຫານ້ຳຂອງປະມານ 2.775 ແມັດໂຄງການກໍ່ສ້າງໄດ້ເລີ່ມລົງມື ແຕ່ວັນທີ 4 ມັງກອນ 2021ເປັນຕົ້ນມາ ເຊິ່ງມີມູນຄ່າທັງ ໝົດ 1.380,067 ລ້ານບາດ, ໄດ້ແບ່ງອອກເປັນສອງສັນຍາ ຄື : ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນໍ້າຂອງ ລວງຍາວ 535 ແມັດ ) ມູນຄ່າສັນຍາ 379.197.622,7 ບາດ ແລະ ສັນຍາທີ 2 ແມ່ນສັນຍາກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງ ມູນຄ່າສັນຍາ 773.180.000 ບາດ, ຂົວມີລວງຍາວທັງໝົດ 1.350 ແມັດ. ປັດຈຸບັນສຳເລັດຈ່າຍຄ່າຊົດເຊີຍ ເນື້ອທີ່ທຳການຜະລິດຂອງປະຊາ ຊົນທີ່ນອນໃນໂຄງການ 52 ກວ່າເຮັກຕາ ມູນຄ່າ 5 ຕື້ກວ່າກີບ.
ສຳລັບການກໍ່ສ້າງໂຄງການສັນຍາ 1 ຄືການກໍ່ສ້າງສ້າງຂົວສຳເລັດແລ້ວ 60% ສັນຍາ 2 ການກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງສຳເລັດແລ້ວ 89 % ລວມສອງສັນຍາ 70% ຄາດວ່າຈະໃຫ້ໄດ້ເປີດນໍຳໃຊ້ໃນຕົ້ນປີ 2024.