ສປປ ລາວ ແລະ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ນະຄອນໜານນິງ ຕີລາຄາສູງຕໍ່ການພົວພັນຮ່ວມມືກັນ


ໃນໂອກາດການເຄື່ອນໄຫວຢ້ຽມຢາມ ສປ ຈີນ, ພາຍຫລັງສຳເລັດການຢ້ຽມຢາມຢູ່ແຂວງ ຢຸນນານແລ້ວ, ວັນທີ 18 ມິຖຸນາ 2023 ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດລາວ ໄດ້ສືບຕໍ່ຢ້ຽມຢາມ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຢູ່ທີ່ນະຄອນໜານໜິງ ໂດຍຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ຫລິວໜິງ ກຳມະການສູນກາງພັກ, ເລຂາຄະນະພັກເຂດ, ປະທານສະພາປະຊາຊົນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ.
ສະຫາຍ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ຜົນສໍາເລັດທີ່ປະຊາຊົນເຂດກວາງຊີ ຍາດມາໄດ້ໃນພາລະກິດແຫ່ງການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນຊຸມປີຜ່ານມາ ໂດຍສະເພາະແມ່ນຜົນສໍາເລັດໃນການລຶບລ້າງຄວາມທຸກຍາກ ແລະ ພັດທະນາພື້ນຖານໂຄງລ່າງທີ່ທັນສະໄໝ ກໍຄື ການຈັດງານວາງສະແດງສິນຄ້າ ຈີນ-ອາຊີໃຕ້ ແລະ ເວທີສຳມະນາສາກົນຕ່າງໆ ທີ່ພົ້ນເດັ່ນ ແລະ ມີບົດບາດສຳຄັນໃນການຊຸກຍູ້ການຮ່ວມມືຂອງພາກພື້ນ; ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ແລະ ໄປມາຫາສູ່ເຊິ່ງກັນ ແລະ ກັນ ໃນລະດັບຕ່າງໆ ລະຫວ່າງ ສປປ ລາວ-ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຮ່ວມມືແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ລະຫວ່າງພັກປະຊາຊົນປະຕິວັດລາວ ກັບ ຄະນະພັກກອມມູນິດຈີນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ການຮ່ວມມືດ້ານເສດຖະກິດ-ການຄ້າ, ການສົ່ງເສີມໃຫ້ນັກທຸລະກິດຈີນໄປລົງທຶນຢູ່ ສປປ ລາວ, ຕະຫລອດຮອດດ້ານວັດທະນະທຳ-ສັງຄົມ, ການສຶກສາ, ສາທາລະນະສຸກ ແລະ ການຊ່ວຍເຫລືອບຳລຸງກໍ່ສ້າງພະນັກງານ-ບຸກຄະລາກອນ ກໍຄື ໃຫ້ທຶນແກ່ນັກສຶກສາລາວໄປສຶກສາຢູ່ກວາງຊີ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນວຽກງານການສ້າງຖັນແຖວພະນັກງານ-ບຸກຄະລາກອນ ທີ່ມີຄຸນນະພາບໃຫ້ແກ່ ສປປ ລາວ.


ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ລົງເລິກແລກປ່ຽນ ກ່ຽວກັບທິດທາງໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ໃນຕໍ່ໜ້າໃຫ້ມີບາດກ້າວໃໝ່ທີ່ເລິກເຊິ່ງກວ່າເກົ່າ, ສືບຕໍ່ລົງເລິກການແລກປ່ຽນບົດຮຽນດ້ານການພັດທະນາຊົນບົດ ແລະ ການລຶບລ້າງຄວາມທຸກຍາກ; ຊີ້ນໍາໃຫ້ ສອງຝ່າຍສືບຕໍ່ຮັດແຫນ້ນການໄປມາຫາສູ່ກັນ ຢ່າງໃກ້ຊິດ, ຍູ້ແຮງການພົວພັນດ້ານການທູດ ປະຊາຊົນໃຫ້ກວ້າງ ຂວາງ ແລະ ມີປະສິດທິຜົນກວ່າເກົ່າ, ນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ໃຫ້ດີ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ, ການທ່ອງທ່ຽວ ແລະ ເປີດກວ້າງເສັ້ນທາງການເຊື່ອມໂຍງ ເຊື່ອມຈອດກັນຂອງສອງຝ່າຍ ດ້ວຍຫລາຍຮູບແບບ, ຫລາຍຊ່ອງທາງ ແລະ ກວ້າງຂວາງຍິ່ງຂຶ້ນ.
ສະຫາຍ ຫລິວ ໜິງ ກຳມະການສູນກາງພັກ, ເລຂາຄະນະພັກເຂດ, ປະທານສະພາປະຊາຊົນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປ ຈີນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໃຫ້ຝ່າຍລາວຊາບ ແລະ ສະແດງຄວາມຍິນດີທີ່ຈະສືບຕໍ່ຮັດແຫນ້ນການໄປມາຫາສູ່ກັນ, ພົວພັນຮ່ວມມື ແລະ ແລກ ປ່ຽນບົດຮຽນນຳກັນກັບຝ່າຍລາວ; ເອົາໃຈໃສ່ໃນການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈທີ່ການນໍາຂອງສອງພັກ, ສອງປະເທດ ໄດ້ເຫັນດີເປັນເອກະພາບນຳກັນ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫມັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ ກໍຄື ການປະ ກອບສ່ວນ ສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ກ້າວເຂົ້າສູ່ລວງເລິກ.