ສປປ ລາວ ຍັງປະເຊີນກັບຄວາມຫຍຸ້ງຍາກໃນວຽກງານຫໍສະໝຸດ ເປັນຕົ້ນດ້ານເຕັກນິກວິຊາການ ບຸກຄະລາກອນ

ສປປ ລາວ ຍັງປະເຊີນກັບຄວາມຫຍຸ້ງຍາກໃນວຽກງານຫໍສະໝຸດ ເປັນຕົ້ນດ້ານເຕັກນິກວິຊາການ ບຸກຄະລາກອນ - 355081062 731455185656967 6274206260457677714 n - ສປປ ລາວ ຍັງປະເຊີນກັບຄວາມຫຍຸ້ງຍາກໃນວຽກງານຫໍສະໝຸດ ເປັນຕົ້ນດ້ານເຕັກນິກວິຊາການ ບຸກຄະລາກອນ
ສປປ ລາວ ຍັງປະເຊີນກັບຄວາມຫຍຸ້ງຍາກໃນວຽກງານຫໍສະໝຸດ ເປັນຕົ້ນດ້ານເຕັກນິກວິຊາການ ບຸກຄະລາກອນ - kitchen vibe - ສປປ ລາວ ຍັງປະເຊີນກັບຄວາມຫຍຸ້ງຍາກໃນວຽກງານຫໍສະໝຸດ ເປັນຕົ້ນດ້ານເຕັກນິກວິຊາການ ບຸກຄະລາກອນ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມວັດທະນະທຳອາຊຽນ-ຈີນ ຄັ້ງທີ 18 ພາຍໃຕ້ຫົວ ຂໍ້ “ການສ້າງຫໍສະໝຸດທັນສະໄໝ ແລະ ສົ່ງເສີມການອ່ານ” ທີ່ຈັດຂຶ້ນຢູ່ເມືອງໜານໜິງ, ເຂດປົກຄອງຕົນເອງກວາງຊີ, ສປ ຈີນ ໃນວັນທີ 19 ມິຖຸນາ 2023 ນີ້ວ່າ: ສປປ ລາວ ໄດ້ເອົາໃຈໃສ່ ພັດທະ ນາລະບົບຫໍສະໝຸດໃຫ້ກາຍເປັນທັນສະໄໝ ໂດຍໄດ້ຈັດກິດຈະກຳການສົ່ງເສີມການອ່ານຫລາຍຮູບແບບໃນຂອບ ເຂດທົ່ວປະເທດ ເພື່ອປູກຝັງຈິດສຳນຶກ ໃຫ້ເດັກນ້ອຍ ແລະ ຊາວໜຸ່ມ ເຫັນໄດ້ຄວາມສຳຄັນ, ມີຄວາມຜູກພັນ ໃນການອ່ານ ແລະ ສາມາດເຂົ້າເຖິງຫໍສະໝຸດໄດ້ທັງຢູ່ສູນກາງ ແລະ ທ້ອງຖິ່ນ. ປັດຈຸບັນແມ່ນພວມຢູ່ໃນຂັ້ນຕອນເລີ່ມຕົ້ນ ຂອງການສ້າງຖານຂໍ້ມູນ ແລະ ການພັດທະນາລະບົບ, ໃນຂະນະດຽວກັນ ການຄົ້ນຫາຂໍ້ມູນ ແລະ ບໍລິການການອ່ານ ໄດ້ໃຫ້ບໍລິການຢູ່ກັບສະຖານທີ່ເທົ່ານັ້ນ ເນື່ອງຈາກວ່າລະບົບອອນລາຍແມ່ນບໍ່ສາມາດເຂົ້າເຖິງ ຖານຂໍ້ມູນຕາມທີ່ຕ້ອງການໄດ້ເທື່ອ.

ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວເນັ້ນອີກວ່າ: ສປປ ລາວ ຍັງຈະໄດ້ເອົາໃຈໃສ່ພັດທະນາ ແລະ ປັບປຸງວຽກງານຫໍສະໝຸດ ດ້ວຍການຮ່ວມມືກັບບັນດາປະເທດ ເພື່ອນມິດຍຸດທະສາດໃນພາກພື້ນ ເພື່ອຈັດຕັ້ງປະຕິບັດໂຄງການຕ່າງໆ ເຊັ່ນ: ໂຄງການສ້າງຖານຂໍ້ມູນໃບລານລາວ, ໂຄງການສົ່ງເສີມການອ່ານແບບດີຈິຕອນ, ໂຄງການສ້າງຖານຂໍ້ມູນຄຸ້ມຄອງຊັບສິນທາງດ້ານວັດທະນະທຳ ໃນ ສປປ ລາວ ແລະ ໂຄງການອື່ນໆ ຊຶ່ງຈະນຳໄປສູ່ ການຄຸ້ມ ຄອງ ແລະ ການບໍລິການທີ່ທັນສະໄໝ.

ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວອີກວ່າ: ເຖິງແມ່ນວ່າວຽກງານຫໍສະໝຸດໄດ້ຮັບການສະໜັບສະໜູນທີ່ສຳຄັນຈາກພັກ, ລັດ, ເອກະຊົນ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ລວມທັງ ອົງການຈັດຕັ້ງສາ ກົນ ແຕ່ ສປປ ລາວ ກໍຍັງປະເຊີນກັບຄວາມຫຍຸ້ງຍາກ ເປັນຕົ້ນດ້ານເຕັກນິກວິຊາ ການ, ບຸກຄະລາກອນ ແລະ ອື່ນໆ ຊຶ່ງເປັນສິ່ງທ້າທາຍອັນຕົ້ນຕໍ ທີ່ຈະຕ້ອງໄດ້ສຸມໃສ່ປັບປຸງໃຫ້ເໝາະສົມ ກັບການຫັນປ່ຽນເປັນຫໍສະໝຸດທັນສະໄໝ ໃນຊຸມປີຕໍ່ໜ້າ.

ສປປ ລາວ ພ້ອມແລ້ວທີ່ຈະເຮັດວຽກຮ່ວມກັບບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ເຈລະຈາອາຊຽນ ໂດຍສະເພາະ ສປ ຈີນ ທີ່ເປັນຄູ່ຮ່ວມມືຍຸດທະ ສາດຮອບດ້ານ ທີ່ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ແລະ ຊ່ຽວຊານດ້ານເຕັກນິກວິຊາການ.

ສປປ ລາວ ຍັງປະເຊີນກັບຄວາມຫຍຸ້ງຍາກໃນວຽກງານຫໍສະໝຸດ ເປັນຕົ້ນດ້ານເຕັກນິກວິຊາການ ບຸກຄະລາກອນ - 3 - ສປປ ລາວ ຍັງປະເຊີນກັບຄວາມຫຍຸ້ງຍາກໃນວຽກງານຫໍສະໝຸດ ເປັນຕົ້ນດ້ານເຕັກນິກວິຊາການ ບຸກຄະລາກອນ
ສປປ ລາວ ຍັງປະເຊີນກັບຄວາມຫຍຸ້ງຍາກໃນວຽກງານຫໍສະໝຸດ ເປັນຕົ້ນດ້ານເຕັກນິກວິຊາການ ບຸກຄະລາກອນ - 5 - ສປປ ລາວ ຍັງປະເຊີນກັບຄວາມຫຍຸ້ງຍາກໃນວຽກງານຫໍສະໝຸດ ເປັນຕົ້ນດ້ານເຕັກນິກວິຊາການ ບຸກຄະລາກອນ
ສປປ ລາວ ຍັງປະເຊີນກັບຄວາມຫຍຸ້ງຍາກໃນວຽກງານຫໍສະໝຸດ ເປັນຕົ້ນດ້ານເຕັກນິກວິຊາການ ບຸກຄະລາກອນ - 4 - ສປປ ລາວ ຍັງປະເຊີນກັບຄວາມຫຍຸ້ງຍາກໃນວຽກງານຫໍສະໝຸດ ເປັນຕົ້ນດ້ານເຕັກນິກວິຊາການ ບຸກຄະລາກອນ