ປກສ ແຂວງສາລະວັນ ກັກຕົວຜູ້ຄ້າ-ຂາຍຢາ ເສບຕິດໄດ້ 3 ຄົນ ທີ່ຝາກນຳລົດເມ


ເຈົ້າໜ້າທີ່ ພະແນກຕຳຫຼວດຈະລາຈອນ ປກສ ແຂວງສາລະວັນ ປະຈຳປ້ອມຖ້ຳພວງ ປະຕິບັດໜ້າທີ່ກວດກາພາຫະນະຕາມເສັ້ນທາງ 13 ໃຕ້ ຈຸດຜ່ານເຂົ້າ-ອອກ ຂອງແຂວງ ນຳພາໂດຍ ທ່ານ ພັຕ ເພັດສະໄໝ ສຸບັນດິດ ພ້ອມກັບກຳລັງຈໍານວນ 14 ສະຫາຍ ກວດກາເອກະສານຍານພາຫະນະຕາມປົກກະຕິ ພົບເຫັນຢາເສບຕິດທີ່ຊຸກເຊື່ອງມານຳລົດ ໄດ້ເຖິງ 3 ລາຍ ໃນເດືອນ ມິຖຸນາ 2023.
ວັນທີ 8 ມິຖຸນາ 2023 ທີ່ຜ່ານມາ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງສາລະວັນ ໄດ້ກັກໂຕ ທ້າວ ອຳນວຍ ໄຊຍະສັກ, ອາຍຸ 48 ປີ, ຢູ່ ບ້ານງິ້ວ, ເມືອງຊະນະສົມບູນ, ແຂວງຈໍາປາສັກ, ພົບຂອງກາງປະເພດຢາບ້າ ຈໍານວນ 5 ມັດ ພ້ອມລົດຈັກ 1 ຄັນ, ເຊີ່ງຜູ້ກ່ຽວແມ່ນເອົາລົດຈັກໃສ່ລົດເມ ມາແຕ່ເມືອງຄໍາເກີດ (ຫຼັກ20) ແລະ ໃນເວລາດຽວກັນນັ້ນທາງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ຂໍອະນຸຍາດ ກວດເອກະສານພາຫະນະ ຕາມຫຼັກການວິຊາສະເພາະ, ພາຍຫຼັງກວດກາສຳເລັດ ຍັງໄດ້ພົບເຫັນລົດຈັກຕ້ອງສົງໄສ ທີ່ໄດ້ເຊື່ອງໄວ້ຢູ່ພາຍໃນລົດເມ ເລີຍຂໍອະນຸຍາດຄົ້ນລົດຄັນດັ່ງກ່າວ ພົບເຫັນຢາບ້າ ອີກຈຳນວນ 7 ແພັກ ຕິດມາໃນລົດເມຄັນດຽວກັນ ຈາກນັ້ນໄດ້ສອບສວນຜູ້ຂັບລົດເມຈຶ່ງໄດ້ຮູ້ວ່າຢາບ້າຈໍານວນດັ່ງກ່າວເປັນຂອງທ້າວແດງ ອາຍຸ 20 ປີ, ຢູ່ ບ້ານກອງຄຳ, ເມືອງປາກກະດິງ, ແຂວງບໍລິຄຳໄຊ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວພ້ອມຂອງກາງ.
ຕໍ່ມາ ໃນວັນທີ 16 ມິຖຸນາ 2023 , ໄດ້ສືບຕໍ່ປະຕິບັດໜ້າທີ່ກວດກາພາຫະນະ ຕາມປົກກະຕິ ພາຍຫຼັງມີລົດໂດຍສານແລ່ນມາ ໄດ້ຂໍກວດກາເອກະສານລົດ, ພົບກ່ອງເຄື່ອງຕ້ອງສົງໄສ ທີ່ຝາກມານຳລົດເມ ສາຍນະຄອນຫຼວງວຽງຈັນ-ອັດຕະປື ພາຍຫຼັງ ຂໍອະນຸຍາດກວດ ປາກົດວ່າພາຍໃນກ່ອງເຄື່ອງມີ ຢາບ້າ ຈຳນວນ 5 ຖົງ ເຊີ່ງເຄື່ອງດັ່ງກ່າວ ແມ່ນຝາກແຕ່ ນະຄອນຫຼວງວຽງຈັນ ລົງປາຍທາງແຂວງອັດຕະປື ສະນັ້ນ, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງສາລະວັນ ປ້ອມຖ້ຳພວງ ຈຶ່ງໄດ້ປະສານກັບພາກສ່ວນວິຊາສະເພາະຕິດຕາມໄປກັບລົດເມຄັນດັ່ງກ່າວຮອດອັດຕະປືເພື່ອຊອກຫາເຈົ້າຂອງຢາບ້າຈໍານວນດັ່ງກ່າວ.
ຕົກມາຮອດວັນທີ 20 ມິຖຸນາ 2023 , ໄດ້ກວດກາເອກະສານຍານພາຫະນະ ລົດກະບະລີໂວ້, ສີປອນເທົາ, ໝາຍເລກທະບຽນ ກວ 3529 ເຊິ່ງອອກຊື່ທ້າວ ພຸດ ອຸດົມພອນ ຢູ່ ບ້ານນາລ່ຽນ, ເມືອງຊາຍທອງ, ນະຄອນຫຼວງວຽງຈັນ, ເມື່ອເຈົ້າໜ້າທີ່ຂໍກວດກາເອກະສານຍານພາຫະນະລົດຄັນດັ່ງກ່າວ ຢູ່ຈຸດກວດກາປ້ອມຖ້ຳພວງ ບ້ານໂນນສະຫວ່າງ ເມືອງລະຄອນເພັງ, ແຂວງສາລະວັນ ຜູ້ກ່ຽວຈອດລົດ ແລ້ວກໍໄດ້ລົງມາປ້ອມຂອງເຈົ້າໜ້າທີ່ ພາຍຫຼັງທີ່ລົງມາປ້ອມສັງເກດເຫັນຜູ້ກ່ຽວມີພິລຸດ ທາງເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປະຈຳປ້ອມຖ້ຳພວງ ຈຶ່ງຂໍກວດກາລົດຄັນດັ່ງກ່າວ ແຕ່ຜູ້ກ່ຽວຍ່າງກັບໄປຂື້ນລົດແລ້ວ ຂັບຂີ່ລົດເອົາຕົວຫຼົບໜີຢ່າງໄວ
ດັ່ງນັ້ນ ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ແຂວງສາລະວັນ ຈຶ່ງສົງໄສ ແລະ ໄດ້ແຈ້ງພາກສ່ວນກ່ຽວຮັບຊາບ ຢ່າງຮີບດ່ວນ ເພື່ອອອກຕິດຕາມລົດຄັນດັ່ງກ່າວ ເມື່ອຜູ້ກ່ຽວຮູ້ໂຕວ່າເຈົ້າໜ້າທີ່ໄດ້ຕິດຕາມມາ ເປົ້າໝາຍຈຶ່ງໄດ້ເອົາລົດຄັນດັ່ງກ່າວໄປຊຸກເຊື່ອງຢູ່ປ່າຂອບເຂດບ້ານດອນຫວາຍ, ເມືອງລະຄອນເພັງ, ແຂວງສາລະວັນ, ເຈົ້າໜ້າທີ່ຊຸດຕິດຕາມໄປຈຶ່ງເຫັນແຕ່ລົດຄັນດັ່ງກ່າວພ້ອມໄດ້ກວດກາ ບໍລິເວນອ້ອມຮອບຈື່ງພົບເຫັນຂອງກາງປະເພດ ເຮໂລອິນ ຈໍານວນ 93 ແທ່ງ ຖີ້ມໄວ້ຢູ່ໃນປ່າ ສ່ວນຜູ້ຂັບຂີ່ແມ່ນໄດ້ເອົາຕົວຫຼົບໜີກ່ອນແລ້ວ.