6 ເດືອນ ຕົ້ນປີນີ້ ຂະແໜງກະສິກໍາ ສາມາດສົ່ງອອກສິນຄ້າກະສິກຳ ເປັນມູນຄ່າ 736 ລ້ານໂດລາສະຫະລັດ ທຽບໃສ່ແຜນການໄດ້ 61%

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ(ສສຊ) ໃນກອງປະຊຸມສະໄໝສາມັນເທື່ອ 5 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 28 ມິຖຸນາ 2023 ນີ້ວ່າ: ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສຸມໃສ່ສ້າງກຳລັງການຜະລິດ, ຈັດຕັ້ງກຸ່ມ, ສ້າງສະຫະກອນ, ສະມາຄົມຕ່າງໆ, ມາຮອດປັດຈຸບັນ ມີກຸ່ມການຜະລິດທັງໝົດ 4.193 ກຸ່ມເຊັ່ນ: ປູກຝັງ 2.248 ກຸ່ມ, ລ້ຽງສັດ 1.776 ກຸ່ມ, ການປະມົງ 115 ກຸ່ມ, ປຸງແຕ່ງ 26 ກຸ່ມ, ບໍລິການ 28 ກຸ່ມ, ມີສະຫະກອນ 27 ແຫ່ງ; ໃນນີ້ ມີສະຫະກອນທີ່ເຄື່ອນໄຫວດີເດັ່ນ 6 ແຫ່ງ. ຢ່າງໃດກໍຕາມ ເຖິງຈະມີການຈັດຕັ້ງກຳລັງການຜະລິດ ມີໜໍ່ແໜງຫລາຍຂຶ້ນ ແຕ່ຍັງມີບັນດາກຸ່ມ ແລະ ສະຫະກອນຈຳນວນໜຶ່ງ ຍັງບໍ່ທັນເຂັ້ມແຂງ ແລະ ຍັງບໍ່ທັນເຂົ້າເຖິງສິນເຊື່ອ ແລະ ເຂົ້າເຖິງຕະຫລາດທີ່ເປັນຕົ້ນທາງໄດ້. ສຳລັບ ການກະກຽມຮັບມືໄພພິບັດທາງທຳມະ ຊາດ ແລະ ການຕ້ານແລ້ງ, ຕ້ານຖ້ວມນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຖືເປັນບຸລິມະສິດ ໃນການປ້ອງກັນ ແລະ ການຫລຸດຜ່ອນຜົນກະທົບຈາກໄພແຫ້ງແລ້ງ, ໄພນໍ້າຖ້ວມ ໂດຍໄດ້ອອກແຈ້ງການກ່ຽວກັບການຕ້ານໄພແລ້ງ ແລະ ຕ້ານໄພຖ້ວມ, ເອົາໃຈໃສ່ຕິດຕາມການປົກປັກຮັກສາ ຊົນລະປະທານໃຫ້ຮັບປະກັນ ໃນການສະໜອງນໍ້າ, ຊຸກຍູ້ໃນການສ້ອມແປງຊົນລະປະທານ ໃນຂອບເຂດທົ່ວປະເທດ, ຊຸກຍູ້ໃຫ້ປະຊາຊົນສ້າງແຫລ່ງນໍ້າໃຕ້ດິນ, ຂຸດເຈາະບາດານ, ຕິດຕັ້ງລະບົບສູບນໍ້າໄຟຟ້າ ໂດຍໃຊ້ພະລັງງານແສງຕາເວັນ, ທັງໄດ້ກະກຽມຈັກສູບນໍ້າທັງໝົດ 100 ກວ່າແຫ່ງ, ກະກຽມຄັງແຮເຂົ້າທີ່ເປັນແນວພັນເຂົ້າ 1.500 ກວ່າໂຕນ ເພື່ອກຽມ ພ້ອມສະໜອງໃຫ້ຊາວກະສິກອນ.
ໃນໄລຍະ 6 ເດືອນ ຕົ້ນປີ 2023 ນີ້, ຂະແໜງກະສິ ກຳ ແລະ ປ່າໄມ້ ສາມາດສົ່ງອອກສິນຄ້າກະສິກຳ ມີມູນຄ່າທັງໝົດ 736 ລ້ານໂດລາສະຫະລັດ, ທຽບໃສ່ແຜນການໄດ້ 61%; ໃນນັ້ນ, ສິນຄ້າສົ່ງອອກສ່ວນໃຫຍ່ແມ່ນ ຢາງພາລາ, ເຄື່ອງປ່າຂອງດົງ, ມັນຕົ້ນ, ອ້ອຍ, ໝາກໂມ, ສາລີແຂງ, ກາ ເຟ ແລະ ເຂົ້າ, ໃນຂະນະທີ່ ທົ່ວປະເທດ ມີບໍລິສັດເອກະ ຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ໃນຂະແໜງນີ້ ທັງໝົດ 2.065 ບໍລິສັດ, ມີມູນຄ່າການລົງທຶນທັງໝົດ 5.424 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 3,9 ຕື້ກວ່າໂດລາສະຫະລັດ ຊຶ່ງໄດ້ລົງທຶນໃສ່ການປູກຝັງ 859 ບໍລິສັດ, ການລ້ຽງສັດ 536 ບໍລິສັດ ແລະ ລົງທຶນໃສ່ປ່າໄມ້ 670 ບໍລິສັດ.
ທ່ານ ເພັດ ພົມພິພັກ ກ່າວອີກວ່າ: ການຈັດຕັ້ງປະຕິບັດບັນດານະໂຍບາຍ ການແບ່ງເຂດດິນກະສິກຳ, ກຸ່ມການຜະລິດ, ສະຫະກອນການຜະລິດ ແລະ ບັນດາຫົວໜ່ວຍທຸລະກິດລົງທຶນ ການຜະລິດເປັນສິນຄ້າ ທີ່ລັດຖະບານມີສັນຍາກັບປະເທດຄູ່ຄ້າ ແລະ ມີຕະຫລາດຮອງຮັບ ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ໄດ້ປະຕິບັດຕາມມະຕິຂອງສູນກາງພັກ ກ່ຽວກັບການເພີ່ມທະວີ ວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ແລະ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຮອດປີ 2030 ຊຶ່ງໄດ້ກຳນົດເອົາດິນກະສິກຳທັງໝົດ 4,5 ລ້ານເຮັກຕາ ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ໄດ້ຜັນຂະຫຍາຍເປັນຍຸດທະສາດຮອດປີ 2030 ແລະ ວິໃສທັດຮອດປີ 2040. ໃນນັ້ນ ໄດ້ກໍານົດຄືນບັນດາເນື້ອທີ່ການຜະລິດຕ່າງໆ ເຊັ່ນ: ເນື້ອທີ່ນາໄດ້ກຳນົດ 2 ລ້ານເຮັກຕາ, ດິນປູກພືດລົ້ມລຸກ 1 ລ້ານເຮັກຕາ, ເນື້ອທີ່ດິນປູກໄມ້ໃຫ້ໝາກ 0,8 ລ້ານເຮັກຕາ, ເນື້ອທີ່ລ້ຽງສັດ 0,7 ລ້ານເຮັກຕາ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ໄດ້ເຮັດສຳເລັດ ໃນ 14 ແຂວງ, ມາຮອດປັດຈຸບັນມີເນື້ອທີ່ນາ 874.320 ເຮັກຕາ, ເນື້ອທີ່ປູກພືດລົ້ມລຸກ 1,66 ລ້ານເຮັກຕາ, ເນື້ອທີ່ປູກໄມ້ໃຫ້ໝາກ 9 ແສນກວ່າເຮັກຕາ ແລະ ເນື້ອທີ່ລ້ຽງສັດ 7 ແສນກວ່າເຮັກຕາ; ໄດ້ສຳເລັດການກຳນົດເຂດເນື້ອທີ່ປູກພືດຕາມແລວທາງລົດໄຟ ລາວ-ຈີນ 5 ແສນກວ່າເຮັກຕາກວມເອົາ 4 ແຂວງ, ແລວທາງເສດຖະກິດຕາເວັນຕົກ ແລະ ຕາເວັນອອກ 1,26 ລ້ານເຮັກຕາ ກວມເອົາ 13 ແຂວງ.