ວັນລັດຖະສະພາໂລກ

ວັນລັດຖະສະພາໂລກ - 357441555 786362666510525 8089225308862269476 n - ວັນລັດຖະສະພາໂລກ
ວັນລັດຖະສະພາໂລກ - kitchen vibe - ວັນລັດຖະສະພາໂລກ

ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ມື້ນີ້, ເນື່ອງໃນໂອກາດວັນລັດຖະສະພາໂລກ (International Day of Parliamentarism) ແລະ ວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 134 ປີ (30 ມິຖຸນາ 1889 – 30 ມິຖຸນາ 2023), ໃນນາມປະທານສະພາແຫ່ງຊາດ ແລະ ປະທານຄະນະສະຫະພັນລັດຖະສະພາສາກົນຂອງ ສປປ ລາວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍ ແລະ ພອນໄຊອັນປະເສີດ ໄປຍັງບັນດາການນຳ, ສະມາຊິກລັດຖະສະພາປະເທດສະມາຊິກ IPU ທຸກທົ່ວໜ້າ ແລະ ບັນດາສະມາຊິກສະພາແຫ່ງຊາດຊຸດທີ IX ຂອງ ສປປລາວ ຢ່າງສຸດອົກສຸດໃຈ.

ສະຫະພັນລັດຖະສະພາສາກົນ ແມ່ນອົງການລັດຖະສະພາລະດັບໂລກ ມີສະມາຊິກທັງໝົດ 178 ປະເທດ ແລະ ມີອົງການຈັດຕັ້ງສາກົນ ເປັນພາຄີ 14 ອົງການ ໂດຍມີຈຸດປະສົງ ເພື່ອສ້າງເປັນເວທີສົ່ງເສີມການຕິດຕໍ່ພົວພັນ, ການປະສານງານ ແລະ ການແລກປ່ຽນປະສົບການ ລະຫວ່າງ ລັດຖະສະພາ ແລະ ສະມາຊິກລັດຖະສະພາບັນດາປະເທດໃນໂລກ, ພິຈາລະນາບັນຫາສໍາຄັນຂອງໂລກ, ສົ່ງເສີມການປົກຄອງດ້ວຍລະບຽບກົດໝາຍ, ສົ່ງເສີມບົດບາດຍິງ-ຊາຍ ແລະ ຊາວໜຸ່ມ, ສົ່ງເສີມສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ຢູ່ໃນບັນດາປະເທດສະມາຊິກ IPU.

ວັນລັດຖະສະພາໂລກ - Visit Laos Visit SALANA BOUTIQUE HOTEL - ວັນລັດຖະສະພາໂລກ

ນັບແຕ່ໄດ້ເຂົ້າເປັນສະມາຊິກສະຫະພັນລັດຖະສະພາສາກົນ, ໃນວັນທີ 4 ເມສາ 1990 ເປັນຕົ້ນມາ, ສະພາແຫ່ງຊາດລາວ ໄດ້ຕັ້ງໜ້າເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ໃນກອງປະຊຸມໃຫຍ່ ແລະ ກອງປະຊຸມລະດັບຕ່າງໆ ຂອງສະຫະພັນລັດຖະສະພາສາກົນ, ເປັນການເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດຖະບານ ສປປ ລາວ ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ແລະ ໃນໂລກ.

ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ເປັນທີ່ຮູ້ກັນດີວ່າ ໃນກອງປະຊຸມສະຫະພັນລັດຖະສະພາສາກົນ ຄັ້ງທີ 129 ແລະ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໃນປີ 2018 ໄດ້ມີການຮັບຮອງເອົາມະຕິ ທີ່ໄດ້ກຳນົດເອົາ ວັນທີ 30 ມິຖຸນາ ຂອງທຸກໆປີ ເປັນວັນລັດຖະສະພາໂລກຂອງທຸກປະເທດສະມາຊິກ ສະຫະພັນລັດຖະສະພາສາກົນ ເພື່ອລະນຶກ ແລະ ທົບທວນຄືນການປະຕິບັດໜ້າທີ່ ໃນຖານະເປັນອົງການນິຕິບັນຍັດ, ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນ, ການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນທົ່ວໂລກ.

ການສະເຫຼີມສະຫຼອງ ວັນລັດຖະສະພາໂລກປີນີ້, ຈັດຂຶ້ນພາຍໃຕ້ຄໍາຂວັນ; “ລັດຖະສະພາເພື່ອໂລກ” ຊຶ່ງເປັນຫົວຂໍ້ ທີ່ມີຄວາມໝາຍສໍາຄັນ ແລະ ສອດຄ່ອງກັບສະພາບການ ທີ່ໂລກຂອງພວກເຮົາ ກໍາລັງປະເຊີນຢູ່ເຊັ່ນ: ບັນຫາໂຣກລະບາດ, ໄພພິບັດທາງທໍາມະຊາດ, ໄພອຶດຫີວ, ໄພເງິນເຟີ້, ບັນຫາພະລັງງານ, ການຂວໍ້າບາດທາງດ້ານເສດຖະກິດ ແລະ ຄວາມຂັດແຍ່ງດ້ານການທະຫານ ໃນຫຼາຍພາກພື້ນຂອງໂລກ, ອັນໄດ້ສົ່ງຜົນກະທົບທີ່ໜັກໜ່ວງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ທັງຢູ່ໃນບັນດາປະເທດ ທີ່ພັດທະນາ ແລະ ກຳລັງພັດທະນາ ລວມທັງ ສປປ ລາວ ຢ່າງຫຼີກລ່ຽງບໍ່ໄດ້.  ສະມາຊິກລັດຖະສະພາ ແລະ ໃນນາມຕົວແທນຂອງປະຊາຊົນລາວບັນດາເຜົ່າ ໃນຖານະທີ່ເປັນສະມາຊິກ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນແຜນດໍາເນີນງານຕ່າງໆຂອງສະຫະພັນລັດຖະສະພາສາກົນ.

ວັນລັດຖະສະພາໂລກ - 3 - ວັນລັດຖະສະພາໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!