ມອບ-ຮັບໜ້າທີ່ ຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່ - IMGN1405 - ມອບ-ຮັບໜ້າທີ່ ຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່
ມອບ-ຮັບໜ້າທີ່ ຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່ - kitchen vibe - ມອບ-ຮັບໜ້າທີ່ ຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່; ລະຫວ່າງທ່ານ ທອງພັດ ລາດຊະວົງ ຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນຜູ້ເກົ່າ ແລະ ທ່ານ ພຸດທະນິກອນ ເຄນນະວົງ ຫົວໜ້າພາສີປະຈໍານະຄອນຫລວງວຽງຈັນຜູ້ໃໝ່. ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາ 2023, ໂດຍການເຂົ້າຮ່ວມຂອງທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ແລະ ທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ.

ໂດຍປະຕິບັດຕາມຂໍ້ຕົກລົງສະບັບເລກທີ 1158/ກງ, ລົງວັນທີ 20 ເມສາ 2023 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ກົມພາສີ ແລະ ຂໍ້ຕົກລົງ ສະບັບເລກທີ 1711/ກງ, ລົງວັນທີ 12ມິຖຸນາ 2023 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນ; ລັດຖະມົນຕີກະຊວງການເງິນໄດ້ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ທອງພັດ ລາດຊະວົງ ຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນ ເປັນຫົວໜ້າພະແນກຈັດຕັ້ງ, ບໍລິຫານ ແລະ ການເງິນ ກົມພາສີ ແລະ ຍົກຍ້າຍ-ແຕ່ງຕັ້ງ: ທ່ານ ພຸດທະນິກອນ ເຄນນະວົງ ຫົວໜ້າພະແນກຮ່ວມມືພາສີສາກົນ ກົມພາສີ ກະຊວງການເງິນ ເປັນຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນ.

ມອບ-ຮັບໜ້າທີ່ ຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່ - Visit Laos Visit SALANA BOUTIQUE HOTEL - ມອບ-ຮັບໜ້າທີ່ ຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່

ພາສີ ປະຈຳນະຄອນຫລວງວຽງຈັນ ແມ່ນການຈັດຕັ້ງໜຶ່ງເຊິ່ງເປັນເສນາທິການໃຫ້ແກ່ກົມພາສີ, ອົງການປົກຄອງຄອນຫລວງວຽງຈັນໃນການຈັດຕັ້ງປະຕິບັດແຜນຍຸດທະສາດ, ກົນໄກຄຸ້ມຄອງວຽກງານວິຊາສະເພາະຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕາມກົດໝາຍວ່າດ້ວຍພາສີ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດ ເພື່ອອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າໂດຍສະເພາະແມ່ນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ; ການຊີ້ນຳ-ນຳພາທາງດ້ານການເມືອງ-ແນວຄິດ, ການຊີ້ນຳ-ນຳພາທາງດ້ານວຽກງານວິຊາສະເພາະຂອງຄະນະພັກ-ຄະນະນຳແຕ່ລະຂັ້ນ; ເພື່ອເຮັດໃຫ້ການຊີ້ນໍາ-ນໍາພາຂອງພາສີປະຈໍານະຄອນຫລວງວຽງຈັນໃຫ້ໄດ້ດຳເນີນໄປຢ່າງຄ່ອງຕົວ ແລະ ເປັນປົກກະຕິ.

ມອບ-ຮັບໜ້າທີ່ ຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່ - 3 - ມອບ-ຮັບໜ້າທີ່ ຫົວໜ້າພາສີ ປະຈໍານະຄອນຫລວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!