ຊ່ວຍກັນ ປ້ອງກັນ “ສຸຂະພາບຈິດທີ່ພິການ” ຂອງໄວໜຸ່ມ


ເຖິງແມ່ນວ່າໄວໜຸ່ມຈະຖືເປັນໄວທີ່ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແຕ່ໃນປັດຈຸບັນມີ 20 % ຂອງໄວໜຸ່ມທົ່ວໂລກ ໄດ້ປະສົບພົບພໍ້ກັບການປ່ວຍທາງດ້ານຈິດໃຈ ເຊິ່ງນັບມື້ນັບແຜ່ກວ້າງອອກໄປ ອັນນຳມາເຊິ່ງບັນຫາທີ່ພວກເຮົາຄວນໄດ້ຄິດຫງຳຢ່າງເລິກເຊິ່ງກວ່າເກົ່າ.
ການປ່ວຍທາງດ້ານຈິດໃຈນີ້ ຮວມມີຄວາມກົດດັນ, ຄວາມຕຶງຄຽດ, ຄວາມຢ້ານກົວ, ຈິດໃຈໂມໂຫງ່າຍ, ຂາດຄວາມເມຕາປານີ, ຂາດຄວາມອົດທົນ ອົດກັ້ນ, ມີຄວາມຄິດໃນການຂ້າຕົວຕາຍ, ດື້ດ້ານ ບໍ່ຮັບຟັງການອົບຮົມ ສັ່ງສອນຂອງຜູ່ປົກຄອງ ເຊິ່ງໄດ້ກາຍເປັນອຸປະສັກໃນການພັດທະນາໄວໜຸ່ມ ກໍຄືຂະບວນການພັດທະນາ ເສດຖະກິດ-ສັງຄົມ.
ການປ່ວຍທາງຈິດໃຈຂອງໄວໜຸ່ມໄດ້ແຜ່ລາມອອກໄປຢ່າງໄວວາ ໃນຂະນະທີ່ ກອງທຶນເພື່ອປະຊາກອນ ຂອງອົງການສະຫະປະຊາຊາດ (UNFPA) ໃຫ້ຮູ້ວ່າ 1 ໃນ 5 ຂອງປະຊາກອນໂລກແມ່ນປະກອບໄປດ້ວຍໄວໜຸ່ມຜູ້ທີ່ມີອາຍຸ ລະຫວ່າງ 12-24 ປີ ໂດຍປະມູນ 85-90% ຂອງກຸ່ມອາຍຸດັ່ງກ່າວແມ່ນນອນໃນບັນດາປະເທດທີ່ມີລາຍຮັບຕໍ່າ. ໄວໜຸ່ມໄດ້ກາຍເປັນກຸ່ມທີ່ມີຄວາມສ່ຽງທີ່ຈະກາຍເປັນຜູ້ປ່ວຍທາງຈິດເນື່ອງຈາກເປັນໄວຂ້າມຜ່ານ ຈາກໄວເດັກ ເປັນຜູ່ໃຫຍ່.
ໃນສະພາບການພັດທະນາ ປັດຈຸບັນ ເຊິ່ງວັດຖຸກາຍເປັນສິ່ງທີ່ ໄດ້ຮັບການພັດທະນາໄປໄວກວ່າທາງດ້ານຈິດໃຈ, ລູກ ແລະພໍ່ແມ່ບໍ່ຄ່ອຍມີເວລາຢູ່ນຳກັນເທົ່າທີ່ຄວນ, ການແຂ່ງຂັນ ແລະຄວາມກົດດັນຂອງສັງຄົມກາຍເປັນສາເຫດຫຼັກ ຂອງການປ່ວຍທາງດ້ານຈິດໃຈຂອງ ໄວໜຸ່ມ ໂດຍຮູ້ສຶກເຖິງການຂາດຄວາມອົບອຸ່ນ, ຮູ້ສຶກໂດດດ່ຽວ, ຫງ່ວມເຫງົາ ແລ້ວນຳໄປເຖິງທາງຕັນໃນການແກ້ໄຂບັນຫາຕ່າງໆທີ່ຜ່ານເຂົ້າມາໃນຊີວິດອັນບອບບາງຂອງເຂົາເຈົ້າ. ເປັນສິ່ງທີ່ໜ້າເສຍດາຍອີກແນວໜຶ່ງກໍຄື ບໍ່ວ່າປະເທດຮັ່ງມີ ຫຼືທຸກຍາກ ແມ່ນໃຫ້ຄວາມສຳຄັນຕໍ່ສຸຂະພາບຮ່າງກາຍ ຫຼາຍກວ່າສຸຂະພາບຈິດໃຈ ແຕ່ບັນດາປະເທດຕ່າງໆກໍໃຊ້ງົບປະມານໜ້ອຍກວ່າ 1% ຂອງງົບປະມານ ທາງດ້ານສຸຂະພາບທັງໝົດ ເຂົ້າໃນວຽກງານດັ່ງກ່າວ, ທັ່ງທີ່ບັນຫາສຸຂະພາບທາງຮ່າງກາຍໂດຍສ່ວນໃຫຍ່ກໍມາຈາກການປ່ວຍໂຊຂອງຈິດໃຈນັ້ນເອງ.
ການປ່ວຍໂຊທາງດ້ານຈິດໃຈຂອງໄວໜຸ່ມໄດ້ກາຍເປັນພາລະອັນບໍ່ຄາດຄິດຂອງສັງຄົມ ເພາະມັນມີຜົນກະທົບຕໍ່ການພັດທະນາ ຄຸນນະພາບຊີວິດ ແລະຄວາມອາດສາມາດໃນການເຂົ້າຮ່ວມການພັດທະນາຊຸມຊົນ ດັ່ງທ່ານ ບັນກີມູນ ອາດີດເລຂາທິການໃຫຍ່ອົງການສະຫະປະຊາຊາດ ເຄີຍກ່າວໄວ້ວ່າ: ໄວໜຸ່ມຜູ້ທີ່ປ່ວຍທາງຈິດໃຈ ແມ່ນກຸ່ມຄົນມີຄວາມສ່ຽງຕໍ່ຄວາມທຸກຍາກ, ຄວາມຮຸນແຮງ ແລະຜົນກະທົບທາງລົບຕໍ່ສັງຄົມທັງໝົດ
ເພາະສະນັ້ນ, ສຸຂະພາບທາງຈິດໃຈຂອງໄວໜຸ່ມຈຶ່ງເປັນສິ່ງທີ່ຄວນເອົາໃຈໃສ່ເປັນຢ່າງຍິ່ງ ໂດຍການນຳເອົາໄວໜຸ່ມ ເຂົ້າທຸກກິດຈະກຳການພັດທະນາສັງຄົມ, ສ້າງໄວໜຸ່ມກາຍເປັນຜູ້ນຳໃນອົງການຈັດຕັ້ງຕ່າງໆ, ມີນະໂຍບາຍການ ພັດທະນາໄວໜຸ່ມທີ່ແທດເໝາະ ເພື່ອຍົກສູງບົດບາດຂອງໄວໜຸ່ມໃຫ້ສູງເດັ່ນຂຶ້ນ.
ພ້ອມນັ້ນການສ້າງສະພາບແວດລ້ອມທີ່ອົບອຸ່ນໃນຄອບຄົວ ໂດຍສະເພາະຄວາມເອົາໃຈໃສ່ ໃຫ້ການເບິ່ງແຍງທີ່ໃກ້ຊິດຂອງພໍ່ແມ່ນັ້ນ ຖືເປັນປັດໄຈໜຶ່ງທີ່ສຳຄັນ ທີ່ຈະຊ່ວຍປ້ອງກັນການປ່ວຍໂຊທາງດ້ານຈິດໃຈຂອງໄວໜຸ່ມ, ສ້າງຄຸນຄ່າທາງດ້ານຈິດໃຈແທນທີ່ ຈະສ້າງຄຸນຄ່າຈາກລາຄາ ວັດຖຸສິ່ງຂອງແກ່ໄວໜຸ່ມນັ້ນເປັນບັນຫາທີ່ທ້າທາຍ ແຕ່ຈຳເປັນ ໃນປັດຈຸບັນ.