ແລກປ່ຽນຄວາມຮູ້ ປະສົບການດ້ານການຂົນສົ່ງອັດສະລິຍະ ແລະ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຂົນສົ່ງ


ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ຫົວໜ້າເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ (Senior Transport Officials Meeting “STOM”) ຂອງ ສປປ ລາວ ແລະ ທັງເປັນປະທານກອງປະຊຸມເຈົ້າອາວຸໂສຂົນສົ່ງອາຊຽນ ປະຈຳປີ 2023 ຊຶ່ງໄດ້ໝູນວຽນມາອີກຄັ້ງໃນຮອບ 10 ປີ, ໄດ້ນຳພາຫົວໜ້າເຈົ້າໜ້າທີ່ອາວຸໂສຂົນສົ່ງ 10 ປະເທດອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ ອາວຸໂສຂົນສົ່ງ ອາຊຽນ – ສ ເກົາຫຼີ ຄັ້ງທີ 13 (13th ASEAN-Republic of Korea Transport Cooperation Forum) ຊຶ່ງຈັດຂຶ້ນທີ່ ນະຄອນຫຼວງເຊອູນ ແລະ ບູຊານ ສ ເກົາຫລີ ລະຫວ່າງວັນທີ 4-7 ກໍລະກົດ 2023.
ສຳລັບຈຸດປະສົງ ຂອງກອງປະຊຸມຄັ້ງນີ້ແມ່ນ ເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການດ້ານການຂົນສົ່ງອັດສະລິຍະ ແລະ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຂົນສົ່ງ, ການປະດິດສ້າງສິ່ງໃໝ່ ແລະ ທັງເປັນບົດຮຽນໃຫ້ແກ່ການປັບປຸງນະໂຍບາຍດ້ານການຂົນສົ່ງອັດສະລິຍະໃຫ້ແກ່ບັນດາປະເທດອາຊຽນ. ການແລກປ່ຽນບົດຮຽນ ແລະ ປະສົບການໃນການພັດທະນາການຂົນສົ່ງທີ່ອັດສະລິຍະຂອງບັນດາປະເທດອາຊຽນ ແລະ ສ ເກົາຫຼີ, ລວມທັງການພັດທະນານະໂຍບາຍ ແລະ ນິຕິກໍາທີ່ຕິດພັນກັບການຂົນສົ່ງອັດສະລິຍະເພື່ອເປັນການສົ່ງເສີມການຂົນສົ່ງລະຫວ່າງອາຊຽນ – ສ ເກົາຫຼີ.
ທ່ານ ບຸນຕາ ອ່ອນນາວົງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ນັບແຕ່ເລີ່ມມີການຮ່ວມມືອາຊຽນ ແລະ ສ ເກົາຫຼີ ເປັນຕົ້ນມາແຕ່ປີ 2010, ອາຊຽນ ແລະ ສ ເກົາຫຼີ ໄດ້ຮັກສາການຮ່ວມມືຢ່າງຕັ້ງໜ້າໃນການພັດທະນາຂະແໜງຄົມມະນາຄົມ-ຂົນສົ່ງ ແລະ ຜົນສຳເລັດຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຄັ້ງທີ 55 ຢູ່ ສປປ ລາວ ໃນເດືອນມິຖຸນາ 2023 ຜ່ານມາ, ບັນດາປະເທດອາຊຽນ ໄດ້ເປັນເອກະພາບຕໍ່ການສະໜັບສະໜູນຂອງ ສ ເກົາຫຼີ ໃນການດຳເນີນການສຶກສາກ່ຽວກັບ ການສ້າງຍຸດທະສາດຮອບດ້ານສຳລັບການຂົນສົ່ງອັດສະລິຍະໃນອາຊຽນ ຊຶ່ງເປັນການຈັດຕັ້ງປະຕິບັດແຜນການຮ່ວມມືດ້ານຄົມມະນາຄົມ ອາຊຽນ – ສ ເກົາຫຼີ ທີ່ໄດ້ຮັບຮອງໄລຍະຜ່ານມາ. ຍຸດທະສາດດັ່ງກ່າວຈະໃຫ້ຂໍ້ສະເໜີແນະກ່ຽວກັບຍຸດທະສາດການຂົນສົ່ງອັດສະລິຍະໄລຍະກາງ ຫາ ຍາວ ຂອງອາຊຽນ ແລະ ການສ້າງແຜນການຂົນສົ່ງ ແລະ ແຜນການງົບປະມານເພື່ອພັດທະນາການຂົນສົ່ງອັດສະລິຍະໃນອາຊຽນ.
ທ່ານຫົວໜ້າເຈົ້າໜ້າທີ່ອາວຸໂສຂົນສົ່ງ ອາຊຽນ ສປປ ລາວ ຍັງໄດ້ຢືນຢັນຕື່ມວ່າ: ສ ເກົາຫຼີ ໄດ້ໃຫ້ຄຳໝັ້ນສັນຍາ ສະໜັບສະໜູນ ຊ່ວຍເຫຼືອ ການຈັດຕັ້ງປະຕິບັດແຜນຍຸດທະສາດຄົມມະນາຄົມຂົນສົ່ງ Kuala Lumpur Transport Strategic Plan (KLTSP) 2016-2025 ແລະ ແຜນແມ່ບົດການເຊື່ອມຈອດອາຊຽນ 2016-2025. ການສະໜັບສະໜູນຂອງ ສ ເກົາຫຼີ ຕໍ່ອາຊຽນຈະເປັນບາດກ້າວອັນສໍາຄັນໃນການເຂົ້າຮ່ວມຈັດຕັ້ງປະຕິບັດບັນດາໂຄງການ ແລະ ການຂົນສົ່ງສໍາຄັນທີ່ຢູ່ພາຍໃຕ້ຍຸດທະສາດຂົນສົ່ງອາຊຽນ ແລະ ແຜນແມ່ບົດໃໝ່ການເຊື່ອມໂຍງອາຊຽນ ແລະ ຫວັງວ່າສືບຕໍ່ສະໜັບພາກພື້ນອາຊຽນໃນອະນາຄົດ.
ໃນນາມເປັນປະທານອາຊຽນຂອງຂະແໜງຄົມມະນາຄົມຂົນສົ່ງ, ໃນທ້າຍປີ 2023, ກະຊວງໂຍທາທິການ ແລະ ຂົນສົ່ງ ຈະເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ (STOM “Senior Transport Officials Meeting”) ຄັ້ງທີ 56 ແລະ ກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນ (ATM “ASEAN Transport Ministers Meeting”) ຄັ້ງທີ 29 ແລະ ກອງປະຊຸມປິ່ນອ້ອມຕ່າງໆກັບຄູ່ຮ່ວມພັດທະນາຢູ່ ນະຄອນ-ຫຼວງພະບາງ.