ສານປະຊາຊົນສູງສຸດ ຈະສືບຕໍ່ປັບປຸງແກ້ໄຂໃຫ້ການດຳເນີນຄະດີ ວ່ອງໄວ ຄົບຖ້ວນ ແລະ ຍຸຕິທຳ


ວັນທີ 5 ກໍລະກົດ 2023, ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ຊີ້ແຈງໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ໃນໄລຍະຜ່ານມາ ຊຶ່ງສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ໃຫ້ຄວາມສົນໃຈ ແລະ ຊັກຖາມຫຼາຍບັນຫາສຳຄັນເປັນຕົ້ນ, ການພິພາກສາຄະດີສົ່ງກັບໄປ ກັບມາເຮັດໃຫ້ຄະດີຊັກຊ້າ, ແກ່ຍາວ ແລະ ບໍ່ມີທີ່ສິ້ນສຸດ, ການໂຕ້ແຍ່ງກ່ຽວກັບຂໍ້ມູນຫຼັກຖານ, ການພິສູດຫຼັກຖານ, ການໂຕ້ຖຽງຂອງຄູ່ຄວາມ, ການຕັດສິນດ້ວຍຜູ້ພິພາກສາຜູ້ດຽວ ແລະ ອື່ນໆ.
ຕໍ່ບັນຫາດັ່ງກ່າວ, ທ່ານນາງ ວຽງທອງ ສີພັນດອນ ໄດ້ໃຫ້ຄວາມກະຈ່າງແຈ້ງວ່າ: ການພິພາກສາຄະດີ ສົ່ງກັບໄປ ກັບມາເຮັດໃຫ້ຄະດີຊັກຊ້າ, ແກ່ຍາວ ແລະ ບໍ່ມີທີ່ສິ້ນສຸດ ຖືເປັນບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ແລະ ສ່ອງແສງຕໍ່ການຕັດສິນຄະດີຂອງສານ ແລະ ການປະຕິບັດກົດໝາຍບໍ່ທັນສັກສິດ, ເຂັ້ມງວດ ຊຶ່ງສານປະຊາຊົນສູງສຸດໄດ້ຖືເປັນບັນຫາສຳຄັນ ແລະ ສຸມໃສ່ແກ້ໄຂ ເປັນຕົ້ນ: ໄດ້ຄົ້ນຄວ້າລະບົບການດຳເນີນຄະດີ ແລະ ເງື່ອນ ໄຂການປ່ຽນແປງ, ລົບລ້າງການສົ່ງຄະດີຄືນໃຫ້ສານຂັ້ນລຸ່ມພິຈາລະນາຄືນໃໝ່ໃຫ້ຊັດເຈນ, ບັນຫາໃດຄວນສົ່ງຄືນ ແລະ ບັນຫາໃດສານຂັ້ນເທິງມີສິດພິພາກສາເລີຍ ໂດຍບໍ່ຕ້ອງສົ່ງຄືນ, ແຕ່ສານຂັ້ນເທິງຕ້ອງອີງໃສ່ເງື່ອນໄຂໃຫ້ຖືກຕ້ອງ, ມີຄຳເຫັນທີ່ຈະແຈ້ງ ແລະ ຊັດເຈນທີ່ສຸດໃນການສົ່ງຄືນໃຫ້ສານຂັ້ນລຸ່ມພິຈາລະນາຄືນໃໝ່. ພ້ອມນັ້ນຍັງຈະປັບປຸງການດຳເນີນຄະດີຢູ່ສານຂັ້ນລຸ່ມ ໃຫ້ເກັບກໍາຂໍ້ມູນຫຼັກຖານໃຫ້ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ, ມີລະບຽບການຍື່ນຫຼັກຖານໃຫ້ສິ້ນສຸດຢູ່ສານຂັ້ນຕົ້ນ, ທຸກຂໍ້ສະເໜີ ແລະ ຂໍ້ມູນຫຼັກຖານ ສານຂັ້ນຕົ້ນຕ້ອງໄດ້ພິຈາ ລະນາ ແລະ ມີຄຳເຫັນທັງໝົດ. ພ້ອມນັ້ນຍັງປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການພິສູດ, ຢັ້ງຢືນ ແລະ ສະໜອງຂໍ້ມູນຫຼັກຖານໃຫ້ແກ່ສານຢ່າງວ່ອງໄວ, ຖືກຕ້ອງ ແລະ ຄົບຖ້ວນ, ຮັບປະກັນບໍ່ໃຫ້ມີການພິສູດ, ຢັ້ງຢືນປ່ຽນໄປ-ປ່ຽນມາທີ່ເຮັດໃຫ້ການຕັດສິນຂອງສານປ່ຽນໄປຕາມການພິສູດ. ພ້ອມນີ້ຍັງຈະສ້າງກົນໄກສົ່ງເສີມໃຫ້ໂຈດ, ຈຳເລີຍ ແລະ ທະນາຍຄວາມເຂົ້າຮ່ວມໃນການດຳເນີນຄະດີແຕ່ສານຂັ້ນລຸ່ມ, ໃຫ້ມີການໂຕ້ແຍ່ງ, ໂຕ້ຖຽງໃຫ້ລະອຽດ, ຈະແຈ້ງ ແລະ ຄົບຖ້ວນກ່ອນການຕັດສິນ, ຫຼີກລ່ຽງການຍື່ນຫຼັກຖານ ແລະ ສະເໜີຫຼັກຖານໃໝ່ຢູ່ສານຂັ້ນເທິງ.
ສຳລັບການໂຕ້ແຍ່ງກ່ຽວກັບຂໍ້ມູນຫຼັກຖານ ສານປະຊາຊົນສູງສຸດໄດ້ສ້າງກົນໄກໃຫ້ໂຈດ-ຈຳເລີຍໂຕ້ແຍ່ງກ່ຽວກັບຫຼັກຖານຢ່າງລະອຽດ, ຈະແຈ້ງ ແລະ ຄົບຖ້ວນຢູ່ສານຂັ້ນຕົ້ນ, ທັງກຳນົດໃຫ້ໂຈດ, ຈຳເລີຍ ສະເໜີລາຍ ການຂໍ້ມູນຫຼັກຖານທີ່ພົວພັນກັບຄະດີຕໍ່ສານ ເພາະຖືວ່າເປັນສິດ ແລະ ພັນທະຂອງໂຈດ, ຈຳເລີຍ ຕາມມາດຕາ 102 ຂອງກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ. ສ່ວນການເກັບກຳຂໍ້ມູນຫຼັກຖານ ສານປະຊາຊົນສູງສຸດໄດ້ອອກຄໍາແນະນໍາ 5 ສະບັບ ເພື່ອເປັນບ່ອນອີງໃນການປະຕິບັດຢູ່ສານແຕ່ລະຂັ້ນ. ໃນຂະນະທີ່ການໂຕ້ຖຽງຂອງຄູ່ຄວາມຍັງເປັນບັນຫາທີ່ປະຕິບັດຕົວຈິງ ຍັງບໍ່ທັນມີປະສິດທິພາບເທົ່າທີ່ຄວນ ຊຶ່ງເກີດຈາກນິຕິກຳຍັງບໍ່ຄົບຖ້ວນ, ມີຊ່ອງຫວ່າງ, ຄວາມຮັບຜິດຊອບຂອງຜູ້ພິພາກສາບາງຄົນຍັງບໍ່ສູງ, ບໍ່ໃຫ້ສິດແກ່ຄູ່ຄວາມໂຕ້ແຍ່ງ-ໂຕ້ຖຽງ, ໂຈດ-ຈໍາເລີຍ, ຜູ້ເຂົ້າຮ່ວມໃນການດໍາເນີນຄະດີບາງເລື່ອງ ຍັງບໍ່ໃຫ້ຄວາມຮ່ວມມືໃນການປະກອບຂໍ້ມູນຫຼັກຖານ, ມີການປິດບັງ, ຊຸກເຊື່ອງ ຫຼື ບໍ່ມີຫຼັກຖານສະເໜີຕໍ່ສານ. ຕໍ່ກັບບັນຫາດັ່ງກ່າວ, ສານປະຊາຊົນສູງສຸດໄດ້ມີມາດຕະການແກ້ໄຂເລັ່ງດ່ວນຄື: ສະເໜີປັບປຸງກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ ເພື່ອກຳນົດຫຼັກການ, ຂັ້ນຕອນ ແລະ ວິທີການດຳເນີນຄະດີ, ເກັບກຳຂໍ້ມູນຫຼັກຖານໃຫ້ລະອຽດ ພ້ອມທັງຄົ້ນຄວ້າອອກນິຕິກໍາໃຕ້ກົດໝາຍ ກໍານົດວິທີປະຕິບັດລະອຽດ; ກຳນົດກົນໄກ, ວິທີການໂຕ້ແຍ່ງຂອງໂຈດ, ຈໍາເລີຍ ຫຼືບຸກຄົນທີສາມ ໂດຍສຸມໃສ່ສ້າງສານຕົວແບບໃນການໂຕ້ແຍ່ງ-ໂຕ້ຖຽງ ກ່ຽວກັບເຫດການຂອງຄະດີ, ຂໍ້ມູນຫຼັກຖານຂອງແຕ່ລະຝ່າຍໃຫ້ຄົບຖ້ວນ, ລະອຽດ, ຈະແຈ້ງ; ຊຸກຍູ້ສານຂັ້ນເທິງ ຕິດຕາມກວດກາການດຳເນີນຄະດີຢູ່ສານຂັ້ນລຸ່ມ. ຖ້າພົບເຫັນຜູ້ພິພາກສາຜູ້ໃດມີການລະເມີດ ຫຼືປະຕິບັດບໍ່ຖືກຕ້ອງໃຫ້ຊອກຫາສາເຫດ, ຖ້າເຫັນວ່າມີເຈດຕະນາລະເມີດຕ້ອງໄດ້ປະຕິບັດວິໄນຢ່າງເຂັ້ມງວດ, ຖ້າເຫັນວ່າກົດໝາຍມີຊ່ອງຫວ່າງ, ມີການສວຍໃຊ້ ຫຼື ປະຕິບັດບໍ່ເອກະພາບໃຫ້ອອກນິຕິກຳອັດຊ່ອງຫວ່າງ ແລະ ເປັນເຄື່ອງມືປະຕິບັດໃຫ້ຖືກຕ້ອງ, ເປັນເອກະພາບຢູ່ສານແຕ່ລະຂັ້ນ.
ສຳລັບການຕັດສິນດ້ວຍຜູ້ພິພາກສາຜູ້ດຽວ. ຜ່ານການຈັດຕັ້ງປະຕິບັດຢູ່ບັນດາສານເຂດໃນໄລຍະ 2 ປີເຄິ່ງຜ່ານມາ ສາມາດປະຕິບັດໄດ້ຫຼາຍກວ່າ 500 ເລື່ອງ, ພາຍຫຼັງຕັດສິນຄູ່ຄວາມພໍໃຈ, ບໍ່ຂໍອຸທອນ ແລະ ສາ ມາດນຳໄປຈັດຕັ້ງປະຕິບັດສຳເລັດໄວຂຶ້ນ ເປັນຕົ້ນ: ສານປະຊາຊົນເຂດ 4 ນະຄອນຫຼວງວຽງຈັນ ສາມາດພິຈາ ລະນາແກ້ໄຂຄະດີ ໂດຍການຕັດສິນດ້ວຍຜູ້ພິພາກສາຜູ້ດຽວ ແຕ່ປີ 2022 ຫາເດືອນພຶດສະພາ 2023 ຕັດສິນຄະດີແພ່ງໄດ້ຈຳນວນ 38 ເລື່ອງ, ຄະດີອາຍາ 14 ເລື່ອງ, ບໍ່ມີການຂໍອຸທອນຈັກເລື່ອງ.