ສສຊ ແຂວງຈຳປາສັກ ມີຄຳເຫັນວ່າ ຖ້າຫາກບໍ່ຮີບຮ້ອນແກ້ໄຂບັນຫາການຂາດແຮງງານ ກໍຈະມີແຮງງານລາວຫລັ່ງໄຫລອອກໄປນອກເລື້ອຍໆ


ທ່ານ ສົມສັກ ແສງສັກດາ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການຈັດຫາງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ກໍລະກົດ 2023 ວ່າ: ວຽກງານຈັດຫາງານແມ່ນການສ້າງວຽກເຮັດງານທຳ, ສ້າງເງື່ອນໄຂໃນການແກ້ໄຂບັນຫາການວ່າງງານອັນເຄັ່ງຮ້ອນທີ່ສັງຄົມໃຫ້ຄວາມເອົາໃຈໃສ່, ບໍ່ວ່າຈະເປັນຜູ້ຖືກຈ້າງງານ, ຜູ້ໃຊ້ແຮງງານ, ອົງການຂອງພາກລັດ, ພາກທຸລະກິດ, ການຈັດຕັ້ງສັງຄົມ ກໍລ້ວນແລ້ວແຕ່ໃຫ້ຄວາມເອົາໃຈໃສ່ຕິດຕາມໃນການແກ້ໄຂບັນຫາດັ່ງກ່າວ.
ຕໍ່ສະພາບການໃນປັດຈຸບັນແຮງງານຂອງ ສປປ ລາວ ເຮົາໄດ້ຫລັ່ງໄຫລໄປອອກແຮງງານຢູ່ຕ່າງປະເທດເປັນຈຳນວນຫລາຍ, ດ້ວຍເຫດຜົນທີ່ແຕກຕ່າງກັນບໍ່ວ່າຈະເປັນຄ່າຕອບແທນແຮງງານ, ຄ່າຈ້າງແຮງງານພາຍໃນ ບໍ່ພຽງພໍຕໍ່ກັບຄ່າຄອງຊີບໃນການລ້ຽງດູຄອບຄົວ ຫລື ຍ້ອນເງິນກີບອ່ອນຄ່າ, ລາຄາສິນຄ້າເພີ່ມສູງຂຶ້ນ ຫລື ຍ້ອນຄ່ານິຍົມຂອງແຮງງານລາວເອງ ແລະ ວຽກເຮັດງານທໍາຂອງ ສປປ ລາວເຮົາມີໜ້ອຍ. ຈະດ້ວຍເຫດຜົນອັນໃດກໍຕາມໃນສະພາບການປັດຈຸບັນ ບັນຫາການຂາດແຮງງານຍັງເກີດຂຶ້ນ ແລະ ຍັງຈະສືບຕໍ່ເກີດຂຶ້ນຖ້າບໍ່ຮີບຮ້ອນແກ້ໄຂ, ເຊື່ອໝັ້ນວ່າຖ້າຮ່າງກົດໝາຍວ່າດ້ວຍການຈັດຫາງານ ສະບັບສ້າງໃໝ່ນີ້ ຖ້າຮັບຮອງເອົາດ້ວຍຄວາມເໝາະສົມ ແລະ ສອດຄ່ອງທາງດ້ານເນື້ອໃນ ຈະເປັນເຄື່ອງມືສຳຄັນທີ່ຈະຊ່ວຍແກ້ໄຂບັນຫາການວ່າງງານ ຫລື ຊ່ວຍແກ້ໄຂບັນຫາແຮງງານໃຫ້ໄດ້ຮັບການແກ້ໄຂ.