6 ເດືອນຕົ້ນປີ 2023 ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ມີຄົນເຂົ້າ-ອອກເມືອງ 1 ລ້ານກວ່າຄົນ ແລະ ພະຫະນະເຂົ້າອອກ 1 ແສນກວ່າຄັນ

6 ເດືອນຕົ້ນປີ 2023 ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ມີຄົນເຂົ້າ-ອອກເມືອງ 1 ລ້ານກວ່າຄົນ ແລະ ພະຫະນະເຂົ້າອອກ 1 ແສນກວ່າຄັນ -                                                                 - 6 ເດືອນຕົ້ນປີ 2023 ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ມີຄົນເຂົ້າ-ອອກເມືອງ 1 ລ້ານກວ່າຄົນ ແລະ ພະຫະນະເຂົ້າອອກ 1 ແສນກວ່າຄັນ
6 ເດືອນຕົ້ນປີ 2023 ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ມີຄົນເຂົ້າ-ອອກເມືອງ 1 ລ້ານກວ່າຄົນ ແລະ ພະຫະນະເຂົ້າອອກ 1 ແສນກວ່າຄັນ - kitchen vibe - 6 ເດືອນຕົ້ນປີ 2023 ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ມີຄົນເຂົ້າ-ອອກເມືອງ 1 ລ້ານກວ່າຄົນ ແລະ ພະຫະນະເຂົ້າອອກ 1 ແສນກວ່າຄັນ

ເຈົ້າໜ້າທີ່ຕຳຫລວດກວດຄົນເຂົ້າ-ອອກເມືອງ ປະຈຳດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ກວດຄົນ ແລະ ພະຫະນະເຂົ້າອອກເມືອງຜ່ານດ່ານຢ່າງເຂັ້ມງວດເຊິ່ງໄລຍະ 6 ເດືອນຕົ້ນປີ 2023 ສາມາດເກັບກຳຄົນເຂົ້າ-ອອກເມືອງ 1 ລ້ານກວ່າຄົນ, ມີພະຫະນະເຂົ້າອອກ 1 ແສນກວ່າຄັນ.

ທ່ານ ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ, ຫົວໜ້າດ່ານ ຕມ ສາກົນ ຂົວມິດຕະພາບລາວໄທ 1 ໃຫ້ສຳພາດວັນທີ 11 ກໍລະກົດ 2023 ວ່າ: ໃນໄລຍະຜ່ານມາເຈົ້າໜ້າທີ່ຕຳຫລວດກວດຄົນເຂົ້າ-ອອກເມືອງ ປະຈຳດ່ານໄດ້ເອົາໃຈໃສ່ວຽກງານປ້ອງກັນຄວາມສະຫງົບ ເຊິ່ງຕິດພັນກັບວຽກງານການບໍລິການ ເຮັດໜ້າທີ່ຈັດແຈງເອກະສານກ່ຽວກັບຜູ້ໂດຍສານທີ່ເດີນທາງເຂົ້າອອກພາຍໃນດ່ານ. ພ້ອມທັງເລັ່ງໃສ່ການອຳນວຍຄວາມສະດວກໃຫ້ກັບຜູ້ໂດຍສານ ກັບ ພະຫະນະ ເພື່ອບໍ່ໃຫ້ມີຄວາມແອອັດ, ສະນັ້ນແລ້ວການບໍລິການ ແລະ ການເຮັດໜ້າທີ່ຂອງເຈົ້າໜ້າທີ່ແມ່ນອີງໃສ່ຕົວຊີ້ວັດ ໃນການຈັດຕັ້ງປະຕິບັດໜ້າທີ່ກໍຄືການບໍລິການຜູ້ໂດຍສານ 1 ທ່ານບໍ່ໃຫ້ເກີນ 1 ນາທີ ແລະ ຮັບປະກັນວຽກງານປ້ອງກັນຄວາມສະຫງົບ, ວຽກງານວິຊາສະເພາະ ຖືວ່າໃນໄລຍະ 6 ເດືອນຕົ້ນປີ 2023 ສາມາດບໍລິການສະເພາະພະຫະນະ 159.853 ຄັນ.

ນອກນີ້, ການກຳນົດ ແລະ ວາງແຜນໃນມາດຕະການໃນການເຂົ້າອອກ ກໍມີກົດໝາຍເຂົ້າອອກ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ກົດໝາຍສະບັບນີ້ຢູ່ໃນມາດຕາ 9-13 ສະເພາະຜູ້ທີ່ຈະເດີນທາງເຂົ້າອອກໃຫ້ປະຕິບັດຕາມກົດໝາຍ, ສຳລັບຜູ້ໂດຍສານທີ່ຈະເດີນທາງໄປຕ່າງປະເທດແມ່ນໃຫ້ປະຕິບັດຕາມກົດໝາຍຂອງປະເທດປາຍທາງ.

ສຳລັບຜູ້ທີ່ລະເມີດມີມາດຕະການປະຕິບັດກົດໝາຍເຂົ້າອອກ: ຖ້າຜູ້ໃດບໍ່ມີເອກະສານແມ່ນບໍ່ໃຫ້ອອກຈາກປະເທດເດັດຂາດ ແລະ ມາດຕະການຜູ້ທີ່ລັກລອບເຂົ້າ-ອອກ ແມ່ນຈະໄດ້ທຳການສຶບສວນ-ສອບສວນ ແລະ ເນັ້ນການສຶກສາອົບຮົມເປັນຫລັກ ເພາະວ່າຢູ່ໃນກໍລະນີເບົາ ຖ້າກໍລະນີໜັກຈະສົ່ງໃຫ້ກອງບັນຊາການ ປກສ ນະຄອນຫລວງ ແລະ ພາກສ່ວນກ່ຽວຂ້ອງເປັນຜູ້ດຳເນີນຄະດີຕາມກົດໝາຍ. ຕໍ່ກັບບັນຫາດັ່ງກ່າວ, ໃນໄລຍະຜ່ານມາແມ່ນຍັງບໍ່ມີເທື່ອ ແລະ ຝາກເຖິງເວລາປິດຂອງດ່ານແມ່ນເວລາ 22:00 ໂມງຈະປິດການສັນຈອນ ຫລື ການເຄື່ອນໄຫວຢູ່ທຸກໆດ່ານ.

6 ເດືອນຕົ້ນປີ 2023 ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ມີຄົນເຂົ້າ-ອອກເມືອງ 1 ລ້ານກວ່າຄົນ ແລະ ພະຫະນະເຂົ້າອອກ 1 ແສນກວ່າຄັນ - 5 - 6 ເດືອນຕົ້ນປີ 2023 ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ມີຄົນເຂົ້າ-ອອກເມືອງ 1 ລ້ານກວ່າຄົນ ແລະ ພະຫະນະເຂົ້າອອກ 1 ແສນກວ່າຄັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!