ອຸຕຸເຕືອນ! ພາຍຸໄຕ້ຝຸ່ນທາລິມ ຈະເຮັດໃຫ້ມີຝົນຕົກໜັກຟ້າຮ້ອງຟ້າເຫລື້ອມ ຢູ່ທົ່ວທຸກພາກຂອງປະເທດລາວ ກວມເອົາ 50-70% ຂອງພື້ນທີ່

ພະຍາກອນອາກາດປະຈໍາວັນທີ 18 ກໍລະກົດ 2023 ລາຍງານວ່າ: ພາຍຸໄຕ້ຝຸ່ນ ທາລິມ (TY TALIM ) ຫົວທີີ 04, ໃນຕອນເຊົ້າຂອງມື້ນີ້ ໄດ້ເຄືີ່ອນທີີ່ຂຶ້ນຝັ່ງເຂົ້າເຂດພາກເໜືອຂອງປະເທດຫວຽດນາມ ດ້ວຍ ຄວາມໄວ 104 ກິໂລແມັດ ຕໍ່ຊົ່ວໂມງ. ຈາກນັ້ນພາຍຸຫົວນີ້ຈະສືບຕໍ່ອ່ອນ ກໍາລັງລົງເປັນພາຍຸດີເປຊັນ, ຊຶ່ງວົງລັດສະໝີຂອງພາຍຸຫົວນີ້ຈະກວມເອົາ ເຂດພາກເໜືອດ້ານຕາເວັນອອກ ລົງຫາ ພາກາງຂອງປະເທດລາວ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ຍັງມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ.
ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ) ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 20 31 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນ ລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 33 ອົງສາ.
ນະຄອນຫຼວງວຽງຈັນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າ ກັບ 60%. ອຸນຫະພູມໃນລະຫວ່າງ 24 – 34 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນ ລະຫວ່າງ 23 – 35 ອົງສາ.
ແຂວງໄຊສົມບູນ. ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ເປັນບາງໂອາກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມ ໃນລະຫວ່າງ 20 – 28 ອົງສາ.
ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ເກຶອບທົ່ວ ໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 31 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 17 – 25 ອົງສາ.