ອະດີດນາຍົກລັດຖະມົນຕີເຂົ້າຮ່ວມພິທີມອບ-ຮັັບໂຄງການກໍ່ສ້າງໂຮງຮຽນ ມັດທະຍົມສົງ ແຂວງໄຊສົມບູນ


ວັນທີ 22 ກໍລະກົດ 2023 ທີ່ວັດພູເງິນ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ຈັດພິທີ-ມອບຮັບໂຄງການກໍ່ສ້າງໂຮງຮຽນ ມັດທະຍົມສົງ ໂດຍການເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ (ເຈົ້າຂອງໂຄງການ), ມີທ່ານ ພອຍຄຳ ຮຸ່ບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄການກໍ່ສ້າງໂຮງຮຽນມັດທະຍົມສົງ ແຂວງໄຊສົມບູນ ດັ່ງກ່າວປະກອບມີອາຄານ 1 ຫລັງ 2 ຊັ້ນ, ມີ 8 ຫ້ອງຮຽນ ພ້ອມດ້ວຍເພີນີເຈີຄົບຊຸດ, ໂດຍເລີ່ມແຕ່ລົງມືກໍ່ສ້າງແຕ່ ເດືອນຕຸລາ 2022 ຫາ ເດືອນກໍລະກົດ 2023 ຈຶ່ງສຳເລັດ 100% ລວມມູນຄ່າທັງໝົດເກືອບ 3 ຕື້ກີບ, ໂດຍໄດ້ຮັບທຶນການຊ່ວຍເຫລືອທຶນຈາກຄອບຄົວ ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ, ຄອບຄົວ ທ່ານ ຈັນທະໜອມ ພົມມະນີ, ຄອບຄົວທ່ານ ໂພໄຊ ໄຊຊະນະ ແລະ ທຶນປະກອບສ່ວນຈາກ ຊາວພຸດຜູ້ໃຈບຸນຈໍານວນໜຶ່ງ.
ໃນພິທີ, ທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ໄດ້ມີຄຳເຫັນວ່າ: ການສ້າງໂຮງຮຽນດັ່ງກ່າວ ເພື່ອເປັນການປະກອບສ່ວນສ້າງສູນລວມທາງດ້ານຈິດໃຈ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ, ເຮັດໃຫ້ແຂວງມີບາດລ້ຽວໃໝ່ທີ່ຕັ້ງໜ້າ ແລະ ເປັນໃບໜ້າອັນໃໝ່ຂອງຂະແໜງການສຶກສາ, ສ້າງໂອກາດໃຫ້ແກ່ລູກຫລານຜູ້ທີ່ດ້ອຍໂອກາດໄດ້ຮໍ່າຮຽນ, ທັງບວດ ທັງຮຽນ ໄປຄຽງຄູ່ກັນ ຊຶ່ງໃນເມື່ອກ່ອນວັດເປັນໂຮງຮຽນສິດສອນໃຫ້ແກ່ນັກຮຽນ-ນັກສຶກສາ ແລະ ເປັນສູນລວມໃນການເຕົ້າໂຮມຄວາມສາມັກຄີ, ເປັນບ່ອນອະນຸລັກຮີດຄອງປະເພນີ ສິລະປະວັດທະນະທຳ ທີ່ເປັນເອກະລັກຂອງຊາດລາວ ຈົນສືບທອດມາຮອດປັດຈຸບັນ. ຈາກນັ້ນທ່ານ ກໍໄດ້ກ່າວມອບ ໂຮງຮຽນຫລັງນີ້ ໃຫ້ແກ່ການນຳແຂວງ ເປັນຜູ້ນຳໃຊ້ ແລະ ປົກປັກຮັກຕໍ່ໄປ.
ໃນໂອກາດດຽວກັນ, ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ກໍໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນຂອງອົງການພຸດທະສາສະໜາສຳພັນລາວ ຕໍ່ກັບວຽກງານການສຶກສາສົງ ຊຶ່ງແຂວງໄຊສົມບູນ ໄດ້ຮັບທຶນຊ່ວຍເຫລືອໂຄງການກໍ່ສ້າງໂຮງຮຽນສົງແຫ່ງນີ້ ແມ່ນເປັນການປະກອບສ່ວນອັນໃຫຍ່ຫລວງ ໃນການກໍ່ສ້າງພື້ນຖານໂຄງລ່າງດ້ານການສຶກສາ ເພື່ອເປັນສະຖານທີ່ ແລະ ສ້າງໂອກາດໃຫ້ແກ່ລູກຫລານຂອງປະຊາຊົນບັນດາເຜົ່າ ຜູ້ທີ່ດ້ອຍໂອກາດ ໄດ້ບວດ ມາອາໄສວັດຮຽນ ແລະ ມີໂອກາດໄດ້ສຶກສາຮໍ່າຮຽນເອົາຄວາມຮູ້ ນັບທັງສິລະທຳ ແລະ ວັດທະນະທຳ-ວິທະຍາສາດ.