ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ຊີ້ແຈງຕື່ມ ໄມ້ທີ່ຂຸດຄົ້ນຈາກໂຄງການ ໄລຍະ ປີ 2022-2023 ແລະ ແຜນປີ 2024


ວັນທີ 24 ກໍລະກົດ 2023 ນີ້, ທ່ານ ຄຳພັນ ພະສະແຫວງ ຮອງຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ກ່ຽວກັບ ຫາງສຽງເລື່ອງ ການຂຸດຄົ້ນໄມ້ຢູ່ ແຂວງເຊກອງ ວ່າ: ແຂວງເຮົາ ໄດ້ຮັບອະນຸຍາດຂຸດຄົ້ນ ແລະ ເກັບກູ້ທ້ອນໂຮມໄມ້ທີ່ຍັງຕົກຄ້າງປະຕິບັດໃນປີ 2022 ແລະ ໂກຕ້າທີ່ອະນຸມັດໃໝ່ປີ 2023 ທັງໝົດ 16 ພັນກວ່າແມັດກ້ອນ (16.373,89 ມ3), ແຕ່ໃນຄວາມເປັນຈິງ ປະຕິບັດມາຮອດ 6 ເດືອນຕົ້ນປີ 2023 ໄດ້ພຽງ 5 ພັນກວ່າແມັດກ້ອນ (5.147,47 ມ3); ລາຍລະອຽດຄື:
– ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້ຳບີ 1, 2, 3 ປະຕິບັດໄດ້ 89,59 ມ3
– ໂຄງການກໍ່ສ້າງທາງລຽບຊາຍແດນລາວ-ຫວຽດນາມ ໄລຍະທີ 1 ຊ່ວງ 16 ກິໂລແມັດ ປະຕິບັດໄດ້ 617,65 ມ3
– ໂຄງການກໍ່ສ້າງທາງລຽບຊາຍແດນລາວ-ຫວຽດນາມ ໄລຍະທີ 1 ຊ່ວງ 55 ກິໂລແມັດ ປະຕິບັດໄດ້ 985,96 ມ3
– ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລະແງ ເຂດອ່າງນ້ຳຖ້ວມ, ເຂດກໍ່ສ້າງ ແລະ ເຂດຕາມແລວສາຍສົ່ງ 220 ກິໂລວັດ ປະຕິບັດໄດ້ 1.333,41 ມ3
– ໂຄງການຍົກຍ້າຍ-ຈັດສັນ ບ້ານປາກໄຊ ແລະບ້ານຖໍ້າເດັ້ງ ປະຕິບັດໄດ້ 2.390 ກວ່າແມັດກ້ອນ
ສໍາລັບປີ 2024 ແມ່ນຈະສືບຕໍ່ປະຕິບັດໂກຕ້າທີ່ຍັງຕົກຄ້າງໃນປີ 2023 ແລະ ຂໍອະນຸມັດຂຸດຄົ້ນໃໝ່ 48.661 ແມັດກ້ອນ ໃນ 4 ໂຄງການ ໂດຍຄະນະຄຸ້ມຄອງພາກສະໜາມ ຈະໄດ້ເອົາໃຈໃສ່ຄຸ້ມຄອງ, ກວດກາ ໃຫ້ການຈັດຕັ້ງປະຕິບັດຖືກຕ້ອງຕາມລະບຽບການ ເພື່ອຫຼີກລຽງ ບໍ່ໃຫ້ມີການສວຍໂອກາດຂຸດຄົ້ນໄມ້ ແລະເຄື່ອງປ່າຂອງດົງ ທີ່ຢູ່ນອກເຂດໄດ້ຮັບອະນຸຍາດ ຢ່າງເດັດຂາດ ໂດຍຜ່ານມາ, ແຂວງເຊກອງເຮົາ ຍັງເຂັ້ມງວດປະຕິບັດຄໍາສັ່ງນາຍົກ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໃນຂອບເຂດທົ່ວປະເທດ ໂດຍຫ້າມບໍ່ໃຫ້ມີການຂຸດຄົ້ນໄມ້ຈາກປ່າທໍາມະຊາດອີກ ເຊິ່ງໄລຍະຜ່ານມາ ການຂຸດຄົ້ນໄມ້ຢູ່ແຂວງເຊກອງ ແມ່ນໄດ້ຮັບອະນຸມັດໃນເຂດກໍ່ສ້າງພື້ນຖານໂຄງລ່າງຂອງແຂວງເທົ່ານັ້ນ ແລະ ມີຄະນະຄຸ້ມຄອງ ທີ່ເຮັດໜ້າທີ່ເປັນເສນາທິການໃຫ້ການນຳເມືອງ, ແຂວງ ແລະ ກະຊວງ ເພື່ອປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິຜົນ, ຖືກຕ້ອງ, ສອດຄ່ອງກັບລະບຽບການ ແລະ ກົດໝາຍວາງອອກ.