ເຮັດໃຫ້ຄຳສັ່ງ ເລກທີ 10 ຂອງນາຍົກ ປາກົດຜົນເປັນຈິງ ທຸກພາກສ່ວນໃນສັງຄົມຕ້ອງປຸ້ມລຸມຮ່ວມຮ່ວມຮ່ວມໃຈກັນ

ເຮັດໃຫ້ຄຳສັ່ງ ເລກທີ 10 ຂອງນາຍົກ ປາກົດຜົນເປັນຈິງ ທຸກພາກສ່ວນໃນສັງຄົມຕ້ອງປຸ້ມລຸມຮ່ວມຮ່ວມຮ່ວມໃຈກັນ -              - ເຮັດໃຫ້ຄຳສັ່ງ ເລກທີ 10 ຂອງນາຍົກ ປາກົດຜົນເປັນຈິງ ທຸກພາກສ່ວນໃນສັງຄົມຕ້ອງປຸ້ມລຸມຮ່ວມຮ່ວມຮ່ວມໃຈກັນ
ເຮັດໃຫ້ຄຳສັ່ງ ເລກທີ 10 ຂອງນາຍົກ ປາກົດຜົນເປັນຈິງ ທຸກພາກສ່ວນໃນສັງຄົມຕ້ອງປຸ້ມລຸມຮ່ວມຮ່ວມຮ່ວມໃຈກັນ - kitchen vibe - ເຮັດໃຫ້ຄຳສັ່ງ ເລກທີ 10 ຂອງນາຍົກ ປາກົດຜົນເປັນຈິງ ທຸກພາກສ່ວນໃນສັງຄົມຕ້ອງປຸ້ມລຸມຮ່ວມຮ່ວມຮ່ວມໃຈກັນ

ໂດຍ: ຜາຕຸງ

ສະພາບຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ບັນຫາເງິນເຟີ້ ນັບວ່າເປັນບັນຫາໃຫຍ່ຂອງຂອງລາວເຮົາ ເຊິ່ງໄລຜ່ານມາປີ ສອງປີມານີ້ ສະພາບເງິນເຟີ້ຢູ່ປະເທດເຮົາກໍພຸ່ງສູງຂຶ້ນບໍ່ຢຸດຢັ້ງ, ຄຽງຄູ່ກັບອັດຕາແລກປ່ຽນເງິນກີບ-ບາດ ແລະ ສະກຖນອື່ນໆກໍສູງຂຶ້ນ ນັ້ນໝາຍຄວາມວ່າ ເງິນກີບຂອງລາວເຮົາອ່ອນຄ່າລົງຫລາຍ ຈົນກາຍເປັນຜົນກະທົບຕໍ່ສະພາບການດຳລົງຊີວິດຂອງຊາວລາວ ແລະ ບັນຫາໜີ້ສິນຂອງຊາດ ເຊິ່ງລັດຖະບານໄດ້ຫາທຸກວິທີທາງໃນການແກ້ໄຂ ຈົນໄດ້ຍົກຂຶ້ນເປັນ ວາລະແຫ່ງຊາດຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ.

ເຮັດໃຫ້ຄຳສັ່ງ ເລກທີ 10 ຂອງນາຍົກ ປາກົດຜົນເປັນຈິງ ທຸກພາກສ່ວນໃນສັງຄົມຕ້ອງປຸ້ມລຸມຮ່ວມຮ່ວມຮ່ວມໃຈກັນ - Visit Laos Visit SALANA BOUTIQUE HOTEL - ເຮັດໃຫ້ຄຳສັ່ງ ເລກທີ 10 ຂອງນາຍົກ ປາກົດຜົນເປັນຈິງ ທຸກພາກສ່ວນໃນສັງຄົມຕ້ອງປຸ້ມລຸມຮ່ວມຮ່ວມຮ່ວມໃຈກັນ

ຫລ້າສຸດ ວັນທີ 14 ກໍລະກົດ 2023 ຜ່ານມານີ້ ທ່ານນາຍົກລັດຖະມົນຕີໄດ້ອອກຄຳສັ່ງສະບັບເລກທີ10/ນຍ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ  ເຊິ່ງເນື້ອໃນຕົ້ນຕໍຂອງຄຳສັ່ງສະບັບນີ້ມີເປົ້າໝາຍເພື່ອການຄອບຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ, ການນຳໃຊ້ເງິນຕາຕ່າງປະເທດ, ການຕິດຕາມກະແສເງິນ ຕິດພັນກັບການນຳເຂົ້າ-ສົ່ງອອກ ສິນຄ້າ ແລະ/ຫຼື ການບໍລິການ, ການຕິດຕາມກະແສເງິນ ຕິດພັນກັບລາຍຮັບຂອງຜູ້ອອກແຮງງານ,ການຕິດຕາມກະແສເງິນ ຕິດພັນກັບການລົງທຶນໂດຍກົງຂອງຕ່າງປະເທດ, ການລາຍງານກ່ຽວກັບເງິນຝາກຢູ່ຕ່າງປະເທດ ແລະ ການບໍລິການແລກປ່ຽນເງິນຕາ. ໂດຍຫຼັກໆແມ່ນມອບໃຫ້ທະນາຄານແຫ່ງ ສປປ ລາວເປັນຫົວຈັກຫຼັກແຫຼ່ງ ແລະ ເປັນໃຈກາງໃນການປະຕິບັດ ເປັນຕົ້ນ ອອກນິຕິກຳກ່ຽວກັບການຄອບຄອງເງິນຕາຕ່າງປະເທດ ໃນຮູບແບບເງິນຝາກ ເພື່ອເປັນບ່ອນອີງໃຫ້ທະນາຄານທຸລະກິດລະດົມໃຫ້ນຳເງິນຕາຕ່າງປເທດ ຝາກໄວ້ນຳທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ ເພື່ອຮັບປະກັນຄວາມປອດໄພ ແລະ ສອດຄ່ອງກັບກົດໝາຍໂດຍສາມາດຖືຄອງເງິນຕາຕ່າງປະເທດ ໃນຮູບແບບເງິນສົດ ຕາມຈຳນວນທີ່ທະນາຄານແຫ່ງ ສປປ ລາວ ກຳນົດໃນແຕ່ລະໄລຍະ, ກໍລະນີບຸກຄົນ, ນິຕິບຸກຄົນຖືຄອງເງິນຕາຕ່າງປະເທດ ໃນຮູບແບບເງິນສົດ ເກີນກຳນົດ ແລະ ບໍ່ສາມາດຢັ້ງຢືນແຫຼ່ງທີ່ມາໄດ້ຢ່າງຊັດເຈນ ຖືວ່າເງິນດັ່ງກ່າວບໍ່ຖືກຕ້ອງຕາມກົດໝາຍ.

ນອກຈາກ ທະນາຄານແຫ່ງ ສປປ ລາວ ແລ້ວ, ກະຊວງ,ຂະແໜງການອື່ນ ທີ່ກ່ຽວຂ້ອງ ເຊັ່ນ ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ກະຊວງໂຍທາທິການແລະຂົນສົ່ງ,ກະຊວງສຶກສາທິການແລະກິລາ, ກະຊວງສາທາລະນະສຸກ, ກະຊວງ ຖະແຫຼງຂ່າວ ແລະ ວັດທະນະທຳ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຖານະສະມາຊິກໃນຄະນະລັດຖະບານ ຕ້ອງໄດ້ປະສານສົມທົບຮ່ວມມືກັນຈັດຕັ້ງຜັນຂະຫຍາຍແລະປະຕິບັດຕາມສິດ ພາລະບົດບາດຂອງແຕ່ລະພາກສ່ວນໃນການຄຸ້ມຄອງເງິນຕາຕ່າງປະເທດໃຫ້ຖືກຕ້ອງ ສອດຄ່ອງຕາມລະບົບ ທັງມີຜົນສຳເລັດສູງ.

ຄຳສັ່ງສະບັບນີ້ຍັງໄດ້ກຳນົດລະອຽດໃຫ້ແຕ່ລະພາກສ່ວນທັງພາກລັດ ແລະ ເອກະຊົນ, ລວມທັງບຸກ ຄົນ,ນິຕິບຸກຄົນ ແລະ ການຈັດຕັ້ງ, ປະຊາຊົນ,ຊາວຄ້າຂາຍ, ນັກທຸລະກິດ ທີ່ມີພູມລຳເນົາຢູ່ ສປປ ລາວ ເພື່ອເປັນບ່ອນອີງໃນການປະຕິບັດລະບຽບການຄຸ້ມຄອງເງິນຕາຕ່າງປະເທດໃຫ້ດຳເນີນໄປຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະແມ່ນການຄອບຄອງ ແລະ ການນຳໃຊ້ ເງິນຕາຕ່າງປະເທດ, ການຕິດ ຕາມກະແສເງິນ ຕິດພັນກັບການນຳເຂົ້າ-ສົ່ງອອກ ສິນຄ້າ ແລະ/ຫຼື ການບໍລິການ, ລາຍຮັບຂອງຜູ້ອອກ ແຮງງານ, ການລົງທຶນໂດຍກົງຂອງຕ່າງປະເທດ ຢູ່ ສປປ ລາວ, ການລາຍງານກ່ຽວກັບເງິນຝາກຢູ່ຕ່າງປະເທດ ແລະການບໍລິການແລກປ່ຽນເງິນຕາໃຫ້ເຂົ້າສູ່ລະບົບ.

ສະຫຼຸບແລ້ວ ຄຳສັ່ງສະບັບດັ່ງກ່າວນີ້ ໄດ້ຮຽກຮ້ອງເຖິງທຸກພາກສ່ວນປະຊາຊົນພົນລະເມືອງ, ຊາວຄ້າຂາຍ, ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ທີ່ມີພູມລຳເນົາຢູ່ໃນຂອບເຂດທົ່ປະເທດລາວ  ຕ້ອງໃຫ້ຄວາມສຳຄັນ ແລະ ຮ່ວມມືນຳລັດຖະບານຢ່າງແທ້ຈິງໃນການປະຕິບັດ ຢ່າງເອົາຈິງເອົາຈັງ ແຕ່ຫາກທຸກຄົນຍັງເມີນເສີຍຕໍ່ຄຳສັ່ງ  ກໍເປັນພຽງຄຳສັ່ງໃນໜ້າເຂຍເທົ່ານັ້ນ ສຸດທ້າຍບັນຫາຕ່າງໆກໍຈະເພີ່ມຂຶ້ນໄປຫາ ແລະ ພາລຸທຸກຢ່າງກໍຈະຕົກມາຢູ່ປະຊາຊົນເຮົາຄືເກົ່າ.

 

ເຮັດໃຫ້ຄຳສັ່ງ ເລກທີ 10 ຂອງນາຍົກ ປາກົດຜົນເປັນຈິງ ທຸກພາກສ່ວນໃນສັງຄົມຕ້ອງປຸ້ມລຸມຮ່ວມຮ່ວມຮ່ວມໃຈກັນ - 4 - ເຮັດໃຫ້ຄຳສັ່ງ ເລກທີ 10 ຂອງນາຍົກ ປາກົດຜົນເປັນຈິງ ທຸກພາກສ່ວນໃນສັງຄົມຕ້ອງປຸ້ມລຸມຮ່ວມຮ່ວມຮ່ວມໃຈກັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!