ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ຈະເດີນທາງຢ້ຽມຢາມ ສປປ ລາວ ວັນທີ 3-5 ສິງຫາ 2023 ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື
July 30, 2023 - 4:31 PM


ໂດຍຕອບສະໜອງຕາມຄຳເຊີນ ຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ແອນຣິເກ ເອ. ມານາໂລ (Enrique A. Manalo), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຟີລິບປິນ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2, ໃນລະຫວ່າງວັນທີ 3-5 ສິງຫາ 2023 ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟີລິບປິນ.
ຊີວະປະຫວັດຫຍໍ້
ທ່ານ ເອກອັກຄະລັດຖະທູດ Enrique A. Manalo ເປັນນັກການທູດອາຊີບ ໄດ້ເຂົ້າສາບານຕົນຮັບຕຳແໜ່ງ ກັບທ່ານ ປະທານາທິບໍດີ Ferdinand R. Marcos, Jr. ໃນວັນທີ 1 ກໍລະກົດ 2022 ເປັນ ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບ ຄົນໃໝ່.
ທ່ານ ປະທານາທິບໍດີ Marcos ໄດ້ແຕ່ງຕັ້ງ ທ່ານ ລັດຖະມົນຕີ Manalo ຕາມທັດສະນະຂອງການເຮັດວຽກທີ່ຍາວນານ ແລະ ໂດດເດັ່ນ ໃນວຽກງານການຕ່າງປະເທດຂອງຟີລິບປິນ ແລະ ປະສົບການອັນກວ້າງຂວາງໃນດ້ານການທູດ. ທ່ານ ປະທານາທິບໍດີ Marcos ໄດ້ກ່າວວ່າ ຢາກໃຫ້ນັກການທູດອາຊີບໄດ້ເປັນຫົວໜ້າຜູ້ຮັບຜິດຊອບວຽກງານການຕ່າງປະເທດ (Department of Foreign Affairs – DFA) ໃຫ້ແກ່ ຟີລິບປິນ ເພື່ອຊຸກຍູ້ຜົນປະໂຫຍດຂອງປະເທດ ໃນເວທີສາກົນຢ່າງມີປະສິດທິຜົນ ໃນການປະເຊີນໜ້າກັບສິ່ງທ້າທາຍທີ່ຮ້າຍແຮງ.
ໃນໄລຍະການເຮັດວຽກຫລາຍກວ່າສີ່ທົດສະວັດ ທີ່ DFA, ທ່ານ ລັດຖະມົນຕີ Manalo ໄດ້ຖືກແຕ່ງຕັ້ງເປັນ ຮອງເລຂາທິການ ດ້ານນະໂຍບາຍ 2 ຄັ້ງ. ໃນນັ້ນ, ໄດ້ເປັນທີ່ປຶກສາຫລັກຂອງ ລັດຖະມົນຕີກະຊວງການຕ່າງປະເທດ ໃນບັນຫາການພົວພັນ ລະຫວ່າງປະເທດກັບປະຊາຄົມໂລກ. ໃນຖານະເປັນຮອງເລຂາທິການດ້ານນະໂຍບາຍ, ທ່ານ ລັດຖະມົນຕີ Manalo ຍັງເປັນເຈົ້າໜ້າທີ່ອາວຸໂສຂອງຟີລິບປິນ ໃນກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ເຊິ່ງແມ່ນກົນໄກການກຳນົດນະໂຍບາຍ ແລະ ການຈັດບຸລິມະສິດຂອງອາຊຽນ.
ທ່ານ ລັດຖະມົນຕີ Manalo ເປັນຜູ້ຊ່ຽວຊານດ້ານການທູດຫຼາຍຝ່າຍ, ໂດຍໄດ້ຮັບຕຳແໜ່ງເປັນຜູ້ຕາງໜ້າຖາວອນຂອງຟີລິບປິນ ປະຈຳ ສະຫະປະຊາຊາດ ທີ່ ນິວຢອກ ໃນທັນທີ ກ່ອນຈະຖືກແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຍັງໄດ້ເປັນຜູ້ຕາງໜ້າຖາວອນຂອງຟີລິບປິນ ປະຈຳ ສະຫະປະຊາຊາດ ທີ່ ເຊີແນວ.
ທ່ານ ເຄີຍດຳລົງຕຳແໜ່ງທີ່ພົ້ນເດັ່ນອື່ນໆ ເຊັ່ນ: ຮັກສາການ ລັດຖະມົນຕີຕ່າງປະເທດ, ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ສະຫະ ຣາຊະອານາຈັກ ແລະ ແບນຊິກ, ຮອງລັດຖະມົນຕີຕ່າງປະເທດ ຮັບຜິດຊອບ ເອີລົບ, ອັກຄະລັດຖະທູດທີ່ປຶກສາ ແລະ ຮອງຜູ້ຕາງໜ້າຖາວອນ ຟີລິບປິນ ປະຈຳ ສະຫະປະຊາຊາດ ຢູ່ ນິວຢອກ, ແລະ ເລຂາເອກ ແລະ ກົງສຸນ ປະຈໍາ ສະຖານທູດ ຟີລິບປິນ ທີ່ ວໍຊິງຕັນ ດີຊີ.
ທ່ານ ລັດຖະມົນຕີ Manalo ຈົບລະດັບປະລິນຍາໂທ ແລະ ປະລິນຍາຕີ ດ້ານເສດຖະສາດ ຈາກ ມະຫາວິທະຍາໄລ ຟີລິບປິນ, Diliman.
ໃນການຮັບຮູ້ການເຮັດວຽກພິເສດໃຫ້ແກ່ປະເທດ, ທ່ານ ໄດ້ຮັບຫລຽນ Sikatuna ລະດັບ Grand Cross (Datu) ໃນປີ 2010, ໄດ້ຮັບຫລຽນ Gawad Mabini ລະດັບ Grand Cross (Dakilang Kamanong) ໃນປີ 2017 ແລະ ໄດ້ຮັບຫລຽນ Lakandula ລະດັບ Grand Cross (Bayani) ໃນປີ 2018.
ທ່ານ ໄດ້ແຕ່ງງານກັບ ທ່ານ ນ. Pamela Louise Hunt ແລະ ມີລູກຊາຍສອງຄົນ.