6 ເດືອນ ຕົ້ນປີ 2023 ນະຄອນຫລວງວຽງຈັນ ເກັບລາຍຮັບພາສີ-ອາກອນ ຈາກການນຳເຂົ້າ ພາຫະນະ ນໍ້າມັນເຊື້ອໄຟ ໄດ້770.740,85 ຕື້ກວ່າກີບ


ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໄດ້ລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃນ 6 ເດືອນຕົ້ນປີ 2023 ແລະ ແຜນການຈຸດສຸມ 6 ເດືອນ ທ້າຍປີ 2023 ຂອງ ນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 31 ກໍລະກົດຜ່ານມາ.
ທ່ານ ນາງ ບົວວອນ ສຸກລາແສງ ກ່າວວ່າ: ໃນ 6 ເດືອນຕົ້ນປີ 2023 ການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ຕາມ 5 ວຽກຈຸດສຸມຄື: 1) ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ-ຍືນຍົງ (ຫັນປ່ຽນໄປສູ່ສັງຄົມການຜະລິດ); 2) ຊຸກຍູ້ບັນດາໂຄງການຜະລິດ ທີ່ມີທ່າແຮງ ຂອງນະຄອນຫຼວງວຽງຈັນ ແລະ ມີຕະຫຼາດຮອງຮັບເພື່ອສົ່ງເສີມການສົ່ງອອກ ໄປຕ່າງປະເທດ ແລະ ບັນດາແຂວງ ພາຍໃນປະເທດ; 3) ຊຸກຍູ້ໂຄງການອຸດສາຫະກຳປຸງແຕ່ງ ແລະ ບໍລິການໂລຈິສຕິກ ເຊື່ອມຕໍ່ເຂົ້າສູ່ແລວທາງລົດໄຟ ລາວ-ຈີນ ແລະ ແລວທາງເສດຖະກິດພາກພື້ນ; 4) ຍົກສູງປະສິດທິພາບດ້ານແຮງງານ ແລະ 5) ການສົ່ງເສີມການທ່ອງທ່ຽວ ຊຶ່ງໃນໄລຍະ 6 ເດືອນຜ່ານມາໄດ້ຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າໂດຍໄດ້ສົ່ງອອກສິນຄ້າກະສິກໍາມູນຄ່າທັງໝົດ 26,36 ລ້ານໂດລາ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາມູນຄ່າສົ່ງອອກເພີ່ມຂຶ້ນ 4,41 ລ້ານໂດລາ, ເທົ່າກັບ 20,14%; ໃນນັ້ນ ການສົ່ງອອກພືດ ແລະ ຜະລິດຕະພັນພືດ ໄດ້ອອກໃບຢັ້ງຢືນສຸຂະອານາໄມພືດເພື່ອສົ່ງອອກທັງໝົດ 348 ຄັ້ງ, ຈໍານວນ 48,29 ພັນໂຕນ ລວມມູນຄ່າທັງໝົດ 16,32 ລ້ານໂດລາ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ມູນຄ່າການສົ່ງອອກເພີ່ມຂຶ້ນ 21%, ການສົ່ງອອກສັດ ແລະ ຜະລິດຕະພັນສັດ ໄດ້ສົ່ງອອກຕ່າງແຂວງ ຄື: ຄວາຍ 38 ໂຕ, ງົວ 249 ໂຕ, ໝູແມ່ພັນ 315 ໂຕ, ໝູນ້ອຍ 35.503 ໂຕ, ໝູຊີ້ນ 2.331 ໂຕ, ໄກ່ແມ່ສາວພັນໄຂ່ 15.860 ໂຕ, ໄກ່ນ້ອຍສາມສາຍເລືອດ 146.750 ໂຕ, ໄກ່ລາດນ້ອຍ 524.700 ໂຕ, ໄກ່ຊີ້ນ 19.800 ໂຕນ, ໄຂ່ໄກ່ 842 ໂຕນ, ປາ 1.440 ໂຕນ, ຜະລິດຕະພັນສັດ 50,5 ໂຕນ ລວມມູນຄ່າສົ່ງອອກທັງໝົດ 5,92 ລ້ານໂດລາ, ສົ່ງອອກໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງອອກຕ່າງປະເທດ ລວມມູນຄ່າທັງໝົດ 4,11 ລ້ານໂດລາ. ໄດ້ລົງກວດກາ ແລະ ສະກັດກັ້ນການລັກລອບຂຸດຄົ້ນຊັບພະຍາກອນແຮ່ທາດ ແບບຊະຊາຍບໍ່ໄດ້ຮັບອະນຸຍາດ ຈຳນວນ 7 ຄັ້ງ, ພົບເຫັນການລັກລອບຂຸດຄົ້ນຢູ່ເຂດປ່າສະຫງວນດົງໂພສີ 3 ຄັ້ງ, ຢູ່ເຂດບ້ານໜອງແປນເໜືອ 2 ຄັ້ງ ແລະ ເຂດນິຄົມອຸດສາຫະກຳ ນະຄອນຫຼວງວຽງຈັນ 2 ຄັ້ງ, ຊຸກຍູ້ໂຄງການອຸດສາຫະກຳປຸງແຕ່ງ ແລະ ບໍລິການໂລຈິສຕິກ ເຊື່ອມຕໍ່ເຂົ້າສູ່ແລວທາງລົດໄຟ ລາວ-ຈີນ ແລະ ແລວທາງເສດຖະກິດພາກພື້ນ, ໄດ້ຊົດເຊີຍທີ່ດິນໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກແລວທາງລົດໄຟ ລາວ-ຈີນ ຈຳນວນ 12 ຕອນ, ມາຮອດປັດຈຸບັນຊົດເຊີຍແລ້ວ ຈໍານວນ 1.430 ຕອນ, ເທົ່າກັບ 82,27%, ຍັງເຫຼືອ 308 ຕອນ (ຕອນດິນຖືກກະທົບ ທັງໝົດ 1.738 ຕອນ). ນອກຈາກນີ້, ຍັງໄດ້ສັງລວມເອົາໃບຕາດິນທີ່ເນື້ອທີ່ຍັງເຫຼືອຈາກການຊົດເຊີຍໂດຍມອບໃຫ້ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນຳໄປດັດແກ້ໃຫ້ປະຊາຊົນ ຈໍານວນ 883 ໃບຕາດິນ.
ທ່ານກ່າວຕື່ມວ່າ: ໄດ້ສ້າງຄວາມເຂັ້ມແຂງ ດ້ານການເກັບລາຍຮັບງົບປະມານ, ດ້ານລາຍຮັບທ້ອງຖິ່ນ (ນວ) ປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານໄດ້ 1.035,51 ຕື້ກີບ, ເທົ່າກັບ 65,20% ຂອງແຜນການປີ 2023 (ແຜນການໃຫ້ໄດ້ 1.588,31 ຕື້ກີບ), ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສາມາດປະຕິບັດໄດ້ລື່ນແຜນ ເປັນເງິນ 282 ຕື້ກີບ, ເທົ່າກັບ 37,43%, ໄດ້ຊຸກຍູ້ສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະ ໃຫຍ່ໃຫ້ຖືບັນຊີໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຫົວໜ່ວຍທຸລະກິດ ທີ່ມີລາຍຮັບເກີນ 400 ລ້ານກີບ ເຂົ້າລະບົບອາກອນມູນຄ່າເພີ່ມ ຊຶ່ງເມື່ອກ່ອນຫົວໜ່ວຍຖືບັນຊີ ມີທັງໝົດ 12.223 ຫົວໜ່ວຍ ເກັບລາຍຮັບຕໍ່ປີ ໄດ້ 998,21 ຕື້ກີບ, ຮອດປັດຈຸບັນມີຫົວໜ່ວຍຖືບັນຊີ ທັງໝົດ 18.365 ຫົວໜ່ວຍ ເພີ່ມຂຶ້ນ 6.142 ຫົວໜ່ວຍ ເປັນເງິນລາຍຮັບຕໍ່ປີ ໄດ້ 1.483,71 ຕື້ກີບ ເຫັນວ່າລາຍຮັບກະໂດດຂຶ້ນ 400 ກວ່າຕື້ກີບ.
ທ່ານຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ກ່າວອີກວ່າ: ໃນ 6 ເດືອນຕົ້ນປີ 2023 ໄດ້ຄຸ້ມຄອງຕິດຕາມລາຍຮັບຈາກເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ເກັບອາກອນໄດ້ 125 ຫົວໜ່ວຍ, ເປັນເງິນ 29,39 ຕື້ກີບ ທຽບໄລຍະດຽວຂອງປີຜ່ານມາເທົ່າກັບ 46,63% ເຫັນວ່າຫຼຸດລົງ; ໃນ 6 ເດືອນຕົ້ນປີ 2023 ເກັບພາສີທີ່ດິນໄດ້ທັງໝົດ 8,92 ຕື້ກີບ, ທຽບໃສ່ໄລຍະດຽວປີຜ່ານມາເພີ່ມຂຶ້ນ 29,77% ໃນນັ້ນໄດ້ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າເພື່ອອັດຊ່ອງຫວ່າງການຮົ່ວໄຫຼຂອງງົບປະມານ ຊຶ່ງເຫັນວ່າ 6 ເດືອນ ຕົ້ນປີ 2023 ລາຍຮັບພາສີ-ອາກອນ ທີ່ໄດ້ຈາກການນຳເຂົ້າສິນຄ້າຕົ້ນຕໍປະເພດ: ພາຫະນະ, ນໍ້າມັນເຊື້ອໄຟ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເຫັນວ່າເພີ່ມຂຶ້ນເມື່ອທຽບໄລຍະດຽວກັນຂອງປີຜ່ານມາ, ສາມາດເກັບລາຍຮັບພາສີ-ອາກອນ ໄດ້ທັງໝົດ 770.740,85 ຕື້ກວ່າກີບ.
ທີ່ມາ:ປະຊາຊົນ