ລັດຖະບານສະເໜີວຽກງານຮີບດ່ວນ ໃຫ້ຄະນະປະຈໍາສະພາແຫ່ງຊາດພິຈາລະນາເພື່ອແກ້ໄຂຈັດຕັ້ງປະຕິບັດ

ລັດຖະບານສະເໜີວຽກງານຮີບດ່ວນ ໃຫ້ຄະນະປະຈໍາສະພາແຫ່ງຊາດພິຈາລະນາເພື່ອແກ້ໄຂຈັດຕັ້ງປະຕິບັດ - 365179759 774087274720760 2346963301490184958 n 1 e1690973220667 - ລັດຖະບານສະເໜີວຽກງານຮີບດ່ວນ ໃຫ້ຄະນະປະຈໍາສະພາແຫ່ງຊາດພິຈາລະນາເພື່ອແກ້ໄຂຈັດຕັ້ງປະຕິບັດ
ລັດຖະບານສະເໜີວຽກງານຮີບດ່ວນ ໃຫ້ຄະນະປະຈໍາສະພາແຫ່ງຊາດພິຈາລະນາເພື່ອແກ້ໄຂຈັດຕັ້ງປະຕິບັດ - kitchen vibe - ລັດຖະບານສະເໜີວຽກງານຮີບດ່ວນ ໃຫ້ຄະນະປະຈໍາສະພາແຫ່ງຊາດພິຈາລະນາເພື່ອແກ້ໄຂຈັດຕັ້ງປະຕິບັດ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນ ກໍລະກົດ 2023 ໄດ້ດໍາເນີນຂື້ນໃນວັນທີ 31 ກໍລະກົດ 2023, ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈຳສະພາແຫ່ງຊາດ, ມີບັນດາທ່ານຮອງປະທານຄະນະປະຈໍາສະພາແຫ່ງຊາດ, ກຳມະການຄະນະປະຈຳສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ສຸມໃສ່ພິຈາລະນາວຽກງານຮີບດ່ວນ ທີ່ລັດຖະບານໄດ້ສະເໜີຂໍການພິຈາລະນາຈາກ ຄະນະປະຈໍາສະພາແຫ່ງຊາດ ເປັນຕົ້ນ
– ສະເໜີຂໍໃຫ້ພິຈາລະນາອະນຸມັດເຊັນສັນຍາສຳປະທານ ໂຄງການເຂື່ອນໄຟຟ້ານ້ຳຂອງປາກແບ່ງ ໃນຮູບແບບມີເງື່ອນໄຂລ່ວງໜ້າ ຕໍ່ສັນຍາສຳປະທານໃຫ້ມີຜົນສັກສິດ
– ສະເໜີຂໍການພິຈາລະນາຮັບຮອງໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງຄົບວົງຈອນ;
– ສະເໜີຂໍການພິຈາລະນາໂຄງການສ້າງລາຄານ້ຳມັນແອັດຊັງທຳມະດາທີ່ຜະລິດ, ປະສົມ, ປຸງແຕ່ງຈາກບໍລິສັດຍອດງື່ມພາວເວີ ມະຫາຊົນ ເພື່ອຈຳໜ່າຍພາຍໃນປະເທດ;
– ການປັບປຸງອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າຟຸມເຟືອຍ.
ນອກຈາກນັ້ນ, ກອງປະຊຸມຍັງໄດ້ຄົ້ນຄວ້າຫົວຂໍ້ຕິດຕາມກວດກາ 6 ເດືອນທ້າຍປີ 2023 ຂອງສະພາແຫ່ງຊາດຕື່ມອີກ.

ລັດຖະບານສະເໜີວຽກງານຮີບດ່ວນ ໃຫ້ຄະນະປະຈໍາສະພາແຫ່ງຊາດພິຈາລະນາເພື່ອແກ້ໄຂຈັດຕັ້ງປະຕິບັດ - 3 - ລັດຖະບານສະເໜີວຽກງານຮີບດ່ວນ ໃຫ້ຄະນະປະຈໍາສະພາແຫ່ງຊາດພິຈາລະນາເພື່ອແກ້ໄຂຈັດຕັ້ງປະຕິບັດ
ລັດຖະບານສະເໜີວຽກງານຮີບດ່ວນ ໃຫ້ຄະນະປະຈໍາສະພາແຫ່ງຊາດພິຈາລະນາເພື່ອແກ້ໄຂຈັດຕັ້ງປະຕິບັດ - Visit Laos Visit SALANA BOUTIQUE HOTEL - ລັດຖະບານສະເໜີວຽກງານຮີບດ່ວນ ໃຫ້ຄະນະປະຈໍາສະພາແຫ່ງຊາດພິຈາລະນາເພື່ອແກ້ໄຂຈັດຕັ້ງປະຕິບັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!