ລາວ-ເຢຍລະມັນ ແລກປ່ຽນບົດຮຽນ 5 ຫົວຂໍ້ຂອງນະໂຍບາຍການຕ່າງປະເທດໃນໄລຍະໃໝ່

ລາວ-ເຢຍລະມັນ ແລກປ່ຽນບົດຮຽນ 5 ຫົວຂໍ້ຂອງນະໂຍບາຍການຕ່າງປະເທດໃນໄລຍະໃໝ່ - 42187 - ລາວ-ເຢຍລະມັນ ແລກປ່ຽນບົດຮຽນ 5 ຫົວຂໍ້ຂອງນະໂຍບາຍການຕ່າງປະເທດໃນໄລຍະໃໝ່
ລາວ-ເຢຍລະມັນ ແລກປ່ຽນບົດຮຽນ 5 ຫົວຂໍ້ຂອງນະໂຍບາຍການຕ່າງປະເທດໃນໄລຍະໃໝ່ - kitchen vibe - ລາວ-ເຢຍລະມັນ ແລກປ່ຽນບົດຮຽນ 5 ຫົວຂໍ້ຂອງນະໂຍບາຍການຕ່າງປະເທດໃນໄລຍະໃໝ່

ກອງປະຊຸມການສຳມະນາຮ່ວມກັນພາຍໃຕ້ຫົວຂໍ້ “ນະໂຍບາຍການຕ່າງປະເທດໃນໄລຍະໃໝ່” ລະຫວ່າງ ກຳມາທິການການຕ່າງປະເທດ ສະພາແຫ່ງຊາດລາວ ແລະ ກຳມາທິການຕ່າງປະເທດ ພັກຝ່າຍຊ້າຍ ສະຫະພັນເຢຍລະມັນ ຈັດຂຶ້ນທີ່ສະພາແຫ່ງຊາດ ໃນວັນທີ 16 ສິງຫາ 2023, ມີ ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດ ແລະ ທ່ານ Wulf Gallert ປະທານກໍາມາທິການຕ່າງປະເທດຝ່າຍພັກຊ້າຍ ສະຫະພັນ ເຢຍລະມັນ, ເປັນປະທານຮ່ວມ.
ຫົວຂໍ້ການສໍາມະນາດັ່ງກ່າວລົງເລິກແລກປ່ຽນບົດຮຽນ 5 ຫົວຂໍ້ຄື:

– ການຈັດລະບຽບໂລກໃໝ່/ພາກພື້ນອິນໂດປາຊີຟິກ, ບົດບາດຂອງອາຊຽນ,
– ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ຂົງເຂດກະສິກຳ ພື້ນຖານໂຄງລ່າງ, ການສະໜອງພະລັງງານ ແລະ ລະບົບນິເວດວິທະຍາ,
– ພາບລວມຂອງນະໂຍບາຍສັງຄົມ ແລະ ໂຄງປະກອບສະຫວັດດີການຂອງລັດ,
– ທັດສະນະຂອງລັດຕໍ່ສະຖານະການໂລກໃໝ່,
– ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການພັດທະນາຂະແໜງກະສິກຳ, ເພື່ອປັບປຸງຜະລິດຕະພັນທີ່ສະໜອງໃຫ້ແກ່ການສົ່ງອອກຕ່າງປະເທດ.

ລາວ-ເຢຍລະມັນ ແລກປ່ຽນບົດຮຽນ 5 ຫົວຂໍ້ຂອງນະໂຍບາຍການຕ່າງປະເທດໃນໄລຍະໃໝ່ - Visit Laos Visit SALANA BOUTIQUE HOTEL - ລາວ-ເຢຍລະມັນ ແລກປ່ຽນບົດຮຽນ 5 ຫົວຂໍ້ຂອງນະໂຍບາຍການຕ່າງປະເທດໃນໄລຍະໃໝ່

ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດ ໄດ້ຕີລາຄາສູງຕໍ່ການສຳມະນາແລກປ່ຽນບົດຮຽນຄັ້ງນີ້ ແລະ ເປັນໂອກາດອັນດີໃຫ້ແກ່ຄະນະຜູ້ແທນຝ່າຍລາວ ແລະ ເຢຍລະມັນ ໄດ້ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ແລະ ບັນດາທັດສະນະຕໍ່ກັບບັນຫາຕ່າງໆ ທັງໃນຂົງເຂດການເມືອງ-ຄວາມໝັ້ນຄົງເສດຖະກິດ-ສັງຄົມ, ພະລັງງານ ແລະ ອື່ນໆ ໃນພາກພື້ນ ແລະ ໃນໂລກ. ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ມີໝາກຜົນລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ສະຫະພັນເຢຍລະມັນ ໃຫ້ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

ລາວ-ເຢຍລະມັນ ແລກປ່ຽນບົດຮຽນ 5 ຫົວຂໍ້ຂອງນະໂຍບາຍການຕ່າງປະເທດໃນໄລຍະໃໝ່ - 4 - ລາວ-ເຢຍລະມັນ ແລກປ່ຽນບົດຮຽນ 5 ຫົວຂໍ້ຂອງນະໂຍບາຍການຕ່າງປະເທດໃນໄລຍະໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!