ເຊລຊີ ຕົກລົງຂາຍ ຄອສຕາ ໃຫ້ ແອັດເລຕິໂກ ມາດຣິດ ແລ້ວ
September 24, 2017 - 1:47 PM




ແຫຼງຂ່າວລະບຸວ່າ ແອັດ ເລຕິໂກ ມາດຣິດ ຕ້ອງຈ່າຍ ເງິນຫຼາຍກວ່າ 50 ລ້ານປອນ ໃນການຄວ້າ ຄອສຕາ ກັບໄປ ຮ່ວມທີມອີກຄັ້ງ ຂະນະທີ່ ເຊລຊີ ຈະບໍ່ຮັບຜິດຊອບຄ່າ ຈ້າງຂອງ ຄອສຕາ ຕໍ່ໄປ ຫຼັງ ລາວເອງເຊັນສັນຍາກັບ ແອັດ ເລຕິໂກ ມາດຣິດ ຮຽບຮ້ອຍ.
“ເຊລຊີ ບັນລຸຂໍ້ຕົກລົງກັບ ແອັດເລຕິໂກ ມາດຣິດ ເລື່ອງ ການຍ້ານສັງກັດຂອງ ດີເອໂກ ຄອສຕາ ຮຽບຮ້ອຍແລ້ວ ຕ້ອນນີ້ເຫຼືອພຽງລໍຖ້າໃຫ້ນັກ ເຕະບັນເງື່ອນໄຂສ່ວນໂຕ ແລະ ຜ່ານການກວດຮ່າງ ກາຍເທົ່ານັ້ນ” ຖະແຫຼ່ງການ ຂອງ ເຊລຊີ ລະບຸ.