ຮອງປະທານປະເທດຕ້ອນຮັບ ເຈົ້າແຂວງຫູນານ ສປ ຈີນ ແລະ ຕີລາຄາສູງຕໍ່ການຮ່ວມມືກັນ ໂດຍສະເພາະ ຂົງເຂດເສດຖະກິດ


ວັນທີ 5 ກັນຍາ 2023, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເໝົາ ເຫວີຍໝີງ ເຈົ້າແຂວງຫູໜານ ສປ ຈີນ ພ້ອມຄະນະ, ໃນໂອກາດເດີນທາງມາຢ້ຽມຍາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 4-7 ກັນຍາ 2023.
ໂອກາດນີ້, ທ່ານ ຮອງປະທານປະເທດ ໄດ້ສະແດງຄວາມຍິນຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ເໝົາ ເຫວີຍໝີງ ທີ່ໄດ້ນໍາພາຄະນະ ເດີນທາງມາຢ້ຽມຍາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ ກໍຄື ແຂວງຫູໜານ ທີ່ໄດ້ມີການຮ່ວມມືກັບ ສປປ ລາວ ໂດຍສະເພາະຂົງເຂດເສດຖະກິດ, ດ້ານການສຶກສາ, ດ້ານວັດທະນະທຳ-ສັງຄົມ ແລະ ອື່ນໆ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນ ອະນາຄົດ ແລະ ຍາວນານ. ພ້ອມທັງຂອບໃຈຕໍ່ລັດຖະບານຈີນ ກໍຄື ແຂວງຫູໜານ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ແກ່ ສປປ ລາວ ໃນດ້ານຕ່າງໆ ເຊິ່ງເປັນການປະກອບສ່ວນເຮັດໃຫ້ ສປປ ລາວ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.