ຝ່າຍຄ້ານອິນເດຍວິຈານ ແຜນລັດຖະບານກຽມປ່ຽນຊື່ປະເທດ

ຝ່າຍຄ້ານອິນເດຍວິຈານ ແຜນລັດຖະບານກຽມປ່ຽນຊື່ປະເທດ - Untitled 4 - ຝ່າຍຄ້ານອິນເດຍວິຈານ ແຜນລັດຖະບານກຽມປ່ຽນຊື່ປະເທດ
ຝ່າຍຄ້ານອິນເດຍວິຈານ ແຜນລັດຖະບານກຽມປ່ຽນຊື່ປະເທດ - kitchen vibe - ຝ່າຍຄ້ານອິນເດຍວິຈານ ແຜນລັດຖະບານກຽມປ່ຽນຊື່ປະເທດ

ຜູ້ນໍາຝ່າຍຄ້ານອິນເດຍ ກ່າວເຖິງກໍລະນີທີ່ລັດຖະບານມີແຜນປ່ຽນຊື່ປະເທດ “ເປັນເລື່ອງໄຮ້ສາລະ”.

ສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 11 ກັນຍາ, ທ່ານ ຣາຫຸລ ຄານທີ ຜູ້ນໍາຝ່າຍຄ້ານອິນເດຍ ກ່າວເຖິງກໍລະນີທີ່ລັດຖະບານຂອງນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ມີແຜນປ່ຽນຊື່ປະເທດຢ່າງເປັນທາງການ ຈາກ “ອິນເດຍ” ທີ່ເປັນພາສາອັງກິດ ໃຊ້ເປັນ “ດາຣັດ” ເຊິ່ງເປັນພາສາສັນສະກິດ “ເປັນເລື່ອງທີ່ໄຮ້ສາລະ”.

ຝ່າຍຄ້ານອິນເດຍວິຈານ ແຜນລັດຖະບານກຽມປ່ຽນຊື່ປະເທດ - Visit Laos Visit SALANA BOUTIQUE HOTEL - ຝ່າຍຄ້ານອິນເດຍວິຈານ ແຜນລັດຖະບານກຽມປ່ຽນຊື່ປະເທດ

ທັງນີ້, ທ່ານ ຄານທີ ເບິ່ງວ່າ: ແນວຄິດນີ້ມີການເຊື່ອມໂຍງກັບກໍລະນີທີ່ຝ່າຍຄ້ານເດີນໜ້າເປີດເຜີຍທຸລະກິດຂອງທ່ານ ໂກຕໍາ ອະດານີ ມະຫາເສດຖີອັນດັບ 1 ຂອງອາຊີ ວ່າມີການຕົກແຕ່ງບັນຊີ ແລະ ຟອກເງິນ ແລະ ທ່ານ ອະດານີ ເປັນໜຶ່ງໃນຜູ້ສະໜັບສະໜູນທາງການເມືອງຄົນສໍາຄັນຂອງນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ເຊິ່ງເມື່ອໃດກໍຕາມທີ່ຝ່າຍຄ້ານມີການເຄື່ອນໄຫວໃນເລື່ອງນີ້ ລັດຖະບານ “ຈະຕ້ອງມີກົນລະຍຸດໃໝ່” ເພື່ອຫລີກລ່ຽງຄວາມສົນໃຈຂອງສັງຄົມ.

ຂະນະດຽວກັນ, ທ່ານ ຄານທີ ກ່າວວ່າ: ທ່ານ ໂມດີ “ກໍາລັງແຕກຕື່ນ” ຈາກກໍລະນີທີ່ພັກຝ່າຍຄ້ານຫລາຍກວ່າ 20 ພັກ ລວມທັງພັກຄອງເກຣສ ເຊິ່ງເປັນແກນນໍາຝ່າຍຄ້ານ ລວມຕົວກັນເປັນພັນທະມິດສູ້ກັບການເລືອກຕັ້ງທົ່ວໄປໃນປີໜ້າ ໂດຍໃສ່ຊື່ “ອິນເດຍ” ຫລື “INDIA” ທີ່ຫຍໍ້ມາຈາກ Indian National Developmental Inclusive Alliance.

ເຖິງຢ່າງໃດກໍຕາມ, ທ່ານ ຄານທີ ສະໜັບສະໜູນການສະແດງຈຸດຢືນຂອງລັດຖະບານທ່ານ ໂມດີ ທີ່ດໍາເນີນນະໂຍບາຍ “ຮັກສາສົມດູນ” ນໍາບັນດາປະເທດ ທ່າມກາງສົງຄາມລະຫວ່າງຣັດເຊຍກັບຢູເຄຣນ ແລະ ຍ້ອງຍໍການເປັນເຈົ້າພາບກອງປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຊັ້ນນຳ “G20” ທີ່ອິນເດຍຈັດການໄດ້ຢ່າງດີຫລາຍ.

ຝ່າຍຄ້ານອິນເດຍວິຈານ ແຜນລັດຖະບານກຽມປ່ຽນຊື່ປະເທດ - 3 - ຝ່າຍຄ້ານອິນເດຍວິຈານ ແຜນລັດຖະບານກຽມປ່ຽນຊື່ປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!