ຊາຍໜຸ່ມອາຍຸ 30 ປີ ເສຍຊີວິດກະທັນຫັນ ຫລັງກິນຫອຍນາງລົມດິບ

ຊາຍໜຸ່ມອາຍຸ 30 ປີ ເສຍຊີວິດກະທັນຫັນ ຫລັງກິນຫອຍນາງລົມດິບ -                                   02 - ຊາຍໜຸ່ມອາຍຸ 30 ປີ ເສຍຊີວິດກະທັນຫັນ ຫລັງກິນຫອຍນາງລົມດິບ
ຊາຍໜຸ່ມອາຍຸ 30 ປີ ເສຍຊີວິດກະທັນຫັນ ຫລັງກິນຫອຍນາງລົມດິບ - kitchen vibe - ຊາຍໜຸ່ມອາຍຸ 30 ປີ ເສຍຊີວິດກະທັນຫັນ ຫລັງກິນຫອຍນາງລົມດິບ

ເວບໄຊນີວຢອກໂພສ ລາຍງານກ່ຽວກັບກໍລະນີການເສຍຊີວິດຂອງຊາຍໜຸ່ມຊາວອາເມລິກາໃນລັດເທັກຊັດ ພາຍຫລັງຜູ້ກ່ຽວກິນຫອຍນາງລົມດິບຢູ່ຮ້ານອາຫານທີ່ປົນເປືອນເຊື້ອແບັກທີເຣຍທີ່ກິນຊີ້ນຄົນ ຄາດວ່າສາເຫດຫລັກອາດເກີດຈາກສະພາບອາກາດທີ່ປ່ຽນແປງອຸນຫະພູມນ້ຳທະເລສູງຂຶ້ນ.

ໜ່ວຍງານສາທາລະນະສຸກ ໃນຣັດເທັກຊັດເປີດເຜີຍວ່າ: ກໍລະນີການເສຍຊີວິດຂອງຊາຍໜຸ່ມຄົນດັ່ງກ່າວ ເກີດຂຶ້ນຈາກການກິນຫອຍນາງລົມດິບທີ່ປົນເປືອນເຊື້ອແບັກທີເຣຍກິນຊີ້ນຄົນ (Vibrio vulnificus) ໂດຍໃນໄລຍະທີ່ຜ່ານມາ ການຕິດເຊື້ອແບັກທີເຣຍກິນຊີ້ນຄົນ ໃນສະຫະລັດອາເມລິກາ ເພີ່ມສູງຂຶ້ນຈາກສະພາບອາກາດທີ່ປ່ຽນແປງ ອຸນຫະພູມນ້ຳທະເລສູງຂຶ້ນ.

ຂະນະດຽວກັນ ທາງສູນຄວບຄຸມແລະປ້ອງກັນພະຍາດ ຂອງສະຫະລັດອາເມລິກາ ໄດ້ແຈ້ງເຕືອນໃຫ້ເຝົ້າລະວັງໃນປີນີ້ ເນື່ອງຈາກມີລາຍງານວ່າ: ມີຊາວອາເມລິກາເສຍຊີວິດຈາກແບັດທີເຣຍດັ່ງກ່າວແລ້ວ ຢ່າງໜ້ອຍ 12 ຄົນ ລວມທັງລາຍຫລ້າສຸດ.
ດຣ ຟີລິບ ໄກເຊວ ຈາກໜ່ວຍງານສາທາລະນະສຸກ ກັລເວສຕັນເຄົາຕີ່ ລະບຸວ່າ: ຊາຍໜຸ່ມອາຍຸ 30 ປີ ຄົນນີ້ມີພະຍາດປະຈຳຕົວກ່ຽວກັບຕັບ ແລະ ຕ້ອງກິນຢາມີກົດຢູ່ແລ້ວ ເຮັດໃຫ້ມີຄວາມສ່ຽງສູງແລະເຈັບປ່ວຍຮຸນແຮງເມື່ອໄດ້ຮັບເຊື້ອເຂົ້າໄປ ເຊິ່ງຜູ້ທີ່ໄດ້ຮັບເຊື້ອແບັກທີເຣຍນີ້ເຂົ້າໄປ ເຊື້ອແບັກທີເຣຍຈະແພ່ລາມເຂົ້າໄປຫາສ່ວນຕ່າງໆ ຂອງຮ່າງກາຍໄດ້ຢ່າງໄວວາ. ທ່ານຍັງກ່າວຕື່ມວ່າ: ເຊື້ອແບັກທີເຣຍກິນຊີ້ນຄົນຈະອາໄສຢູ່ໃນແຫລ່ງນ້ຳອຸ່ນຕາມແຄມຝັ່ງທະເລ ໂດຍສາມາດປົນເປືອນໃນສັດທະເລມີເປືອກຢ່ເຊັ່ນຫອຍນາງລົມ ເຊິ່ງເວລານີ້ຍັງບໍ່ມີລາຍງານຢ່າງຊັດເຈນວ່າ ຊາຍຄົນດັ່ງກ່າວເສຍຊີວິດເມື່ອໃດ ແລະ ໄປກິນຫອຍນາງລົມມາຈາກຮ້ານອາຫານໃດ.

ຊາຍໜຸ່ມອາຍຸ 30 ປີ ເສຍຊີວິດກະທັນຫັນ ຫລັງກິນຫອຍນາງລົມດິບ - 3 - ຊາຍໜຸ່ມອາຍຸ 30 ປີ ເສຍຊີວິດກະທັນຫັນ ຫລັງກິນຫອຍນາງລົມດິບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!