ນາຍົກ ພົບປະ ແຂວງແຂວງຢຸນນານ ພ້ອມເຫັນດີເພີ່ມທະວີສືບຕໍ່ຮ່ວມມືດ້ານການຄ້າ-ການລົງທຶນ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງຂຶ້ນ

ນາຍົກ ພົບປະ ແຂວງແຂວງຢຸນນານ ພ້ອມເຫັນດີເພີ່ມທະວີສືບຕໍ່ຮ່ວມມືດ້ານການຄ້າ-ການລົງທຶນ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງຂຶ້ນ - 80490 - ນາຍົກ ພົບປະ ແຂວງແຂວງຢຸນນານ ພ້ອມເຫັນດີເພີ່ມທະວີສືບຕໍ່ຮ່ວມມືດ້ານການຄ້າ-ການລົງທຶນ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງຂຶ້ນ
ນາຍົກ ພົບປະ ແຂວງແຂວງຢຸນນານ ພ້ອມເຫັນດີເພີ່ມທະວີສືບຕໍ່ຮ່ວມມືດ້ານການຄ້າ-ການລົງທຶນ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງຂຶ້ນ - kitchen vibe - ນາຍົກ ພົບປະ ແຂວງແຂວງຢຸນນານ ພ້ອມເຫັນດີເພີ່ມທະວີສືບຕໍ່ຮ່ວມມືດ້ານການຄ້າ-ການລົງທຶນ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງຂຶ້ນ

ວັນທີ 19 ກັນຍາ 2023, ທີ່ໂຮງແຮມເຈັນຈ່ວງ ນະຄອນຄຸນໝິງ ແຂວງຢຸນນານ ສປ ຈີນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະຂອງ ທ່ານ ຫວັງ ໜິງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາຜູ້ແທນປະຊາຊົນແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ.

ທ່ານ ຫວັງ ໜິງ ໄດ້ກ່າວສະແດງຄວາມຍິນດີ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີ ໂອກາດຕ້ອນຮັບ ສະຫາຍ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຢຸນນານ ຖືວ່າເປັນຄັ້ງທໍາອິດພາຍຫລັງທີ່ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີ ສປປ ລາວ, ພ້ອມທັງ ຕີລາຄາສູງຕໍ່ການເດີນທາງ ມາເຂົ້າຮ່ວມງານວາງສະແດງ ສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ທີ່ໄດ້ຈັດຂຶ້ນຢູ່ໃນເມືອງໜານໜິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ເຊິ່ງເປັນການປະກອບສ່ວນເຂົ້າໃນການຍົກລະດັບ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ,

ນາຍົກ ພົບປະ ແຂວງແຂວງຢຸນນານ ພ້ອມເຫັນດີເພີ່ມທະວີສືບຕໍ່ຮ່ວມມືດ້ານການຄ້າ-ການລົງທຶນ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງຂຶ້ນ - Visit Laos Visit SALANA BOUTIQUE HOTEL - ນາຍົກ ພົບປະ ແຂວງແຂວງຢຸນນານ ພ້ອມເຫັນດີເພີ່ມທະວີສືບຕໍ່ຮ່ວມມືດ້ານການຄ້າ-ການລົງທຶນ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງຂຶ້ນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍເລຂາພັກແຂວງຢຸນນານ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຢ້ຽມຢາມຂອງຄະນະໃນຄັ້ງນີ້ ພ້ອມທັງ ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ, ຊ່ວຍເຫລືອສະໜັບສະໜູນເຊິ່ງກັນ ແລະ ກັນ, ການແລກປ່ຽນການຢ້ຽມຢາມ ຂອງການນຳຂັ້ນສູງສອງຝ່າຍ ກໍດຳເນີນໄປຢ່າງເປັນປົກກະຕິ ແລະ ໄດ້ເພີ່ມຂຶ້ນໃນແຕ່ລະປີ, ໂດຍສະເພາະ ສປປ ລາວ ແລະ ແຂວງຢຸນນານ ເຫັນວ່າໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ລົງເລິກໃນວຽກງານຕົວຈິງຫຼາຍດ້ານ ໂດຍສະເພາະ ແມ່ນການສືບຕໍ່ປະຕິບັດຂໍ້ລິເລີ່ມ (ໜຶ່ງແລວ ໜຶ່ງເສັ້ນທາງ) ຂອງ ສປ ຈີນ ເຂົ້າກັບຍຸດທະສາດການຫັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ຕະຫລາດໄລຍະຜ່ານມາ.

ໃນຕໍ່ໜ້າ, ສອງຝ່າຍເຫັນດີທີ່ຈະຊຸກຍູ້ບັນດາຂະແໜງການກ່ຽວຂ້ອງຂອງຕົນ ສືບຕໍ່ປຶກສາຫາລືຮ່ວມກັນ ເພື່ອເພີ່ມທະວີຮັດແໜ້ນການພົວພັນຮ່ວມມື, ການຄ້າ, ການລົງທຶນ ແລະ ຖອດຖອນບົດຮຽນ ໃນຂົງເຂດທີ່ທັງສອງຝ່າຍມີທ່າແຮງ ເປັນຕົ້ນ: ຖືເອົາການຕົກລົງເປັນເອກະພາບ ຂອງສອງເລຂາທິການໃຫຍ່ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນ; ຮ່ວມກັນວາງແຜນ ແລະ ນໍາໃຊ້ໂຄງການທາງລົດໄຟລາວ-ຈີນ ທີ່ເປັນໂຄງການຮ່ວມມືລະດັບຊາດ ແລະ ເປັນປະຫວັດສາດຂອງສອງປະເທດ ໃຫ້ມີປະສິດທິຜົນສູງ ໂດຍສະເພາະ ໃນການວາງແຜນການພັດທະນາໂຄງການປິ່ນອ້ອມຕາມແລວທາງລົດໄຟລາວ-ຈີນ, ເອື້ອອຳນວຍຄວາມສະດວກການນຳເຂົ້າສິນຄ້າກະສິກຳຂອງລາວ ຜ່ານແຂວງຢຸນນານ ເພື່ອເຊື່ອມຕໍ່ໄປແຂວງອື່ນໆ ຂອງ ສປ ຈີນ, ຮ່ວມກັນຊຸກຍູ້ການສ້າງລະບົບກວດກາ “ຈຸດດຽວ, ປ່ອງດຽວ” ເພື່ອຫຼຸດເວລາ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ຜ່ານທາງລົດໄຟລາວ-ຈີນ ໃຫ້ໄວ້ຂຶ້ນ.

ເອົາໃຈໃສ່ຮ່ວມກັນຍົກລະດັບອຸປະກອນ, ລະບົບຜ່ານດ່ານໃຫ້ທັນສະໄໝ, ລວມທັງຮ່ວມມືກັນພັດທະນາບຸກຄະລາກອນ ເພື່ອໃຫ້ສາມາດນໍາໃຊ້ລະບົບ ແລະ ອຸປະກອນເຫລົ່ານັ້ນ ໃຫ້ໄດ້ດີ; ຄົ້ນຄວ້າຍົກລະດັບດ່ານຊາຍແດນບໍ່ເຕັນ-ບໍ່ຫານ, ດ່ານລານຕຸຍ-ເມີງຄັງ ເຊິ່ງເປັນດ່ານສາກົນ ໃຫ້ທັນສະໄໝ, ສະດວກໃນການເຂົ້າ-ອອກຂອງຄົນ ແລະ ສິນຄ້າ, ທັງຮັບປະກັນໄດ້ຄວາມສະຫງົບ,ຄວາມເປັນລະບຽບ ຮຽບຮ້ອຍຕາມຊາຍແດນ ແລະ ທັງເປັນເສັ້ນທາງຜ່ານສໍາຄັນຂອງຈີນ ກັບ ອາຊຽນ, ກໍຄືຂອງລາວ ກັບ ຢຸນນານ; ຄົ້ນຄວ້າ ແລະ ກຳນົດແຜນປະຕິບັດງານລະອຽດ ໃນການພັດທະນາເຂດເສດຖະກິດຮ່ວມ ບໍ່ເຕ່ນ-ບໍ່ຫານ ເພື່ອສ້າງເຂດດັ່ງກ່າວ ໃຫ້ເປັນຈຸດພັດທະນາທີ່ສໍາຄັນຂອງສອງປະເທດ ເພື່ອນໍາເອົາຄວາມຈະເລີນມາໃຫ້ເຂດຊາຍແດນ ລາວ ແລະ ແຂວງຢຸນນານ; ແລະ ອືື່ນໆທີ່ກ່ຽວຂ້ອງ ທັງນີ້ ກໍເພື່ອຊ່ວຍລາວໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ, ເຮັດໃຫ້ລາວສາມາດຜະລິດເພື່ອທົດແທນການນໍາເຂົ້າ ສົມທົບກັບການສົ່ງອອກດ້ວຍຜະລິດຕະພັນສໍາເລັດຮູບ ເພື່ອສ້າງລາຍຮັບເງິນຕາຕ່າງປະເທດຫລາຍຂຶ້ນ.

ນາຍົກ ພົບປະ ແຂວງແຂວງຢຸນນານ ພ້ອມເຫັນດີເພີ່ມທະວີສືບຕໍ່ຮ່ວມມືດ້ານການຄ້າ-ການລົງທຶນ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງຂຶ້ນ - 3 - ນາຍົກ ພົບປະ ແຂວງແຂວງຢຸນນານ ພ້ອມເຫັນດີເພີ່ມທະວີສືບຕໍ່ຮ່ວມມືດ້ານການຄ້າ-ການລົງທຶນ ໃຫ້ເປັນຮູບປະທໍາ ແລະ ມີປະສິດທິຜົນຍິ່ງຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!