ຜູ້ວ່າການທະນາຄານແຫ່ງ ສປປ ລາວ ມີຄຳເຫັນຕໍ່ກອງປະຊຸມສຸດຍອດ ຈີນ-ອາຊຽນ ວ່າດ້ວຍການຮ່ວມມື ແລະ ການພັດທະນາດ້ານການເງິນ ຄັ້ງທີ 15

ວັນທີ 17-18 ກັນຍາ 2023, ທ່ານ ບຸນເຫລືອ ສິນໄຊວໍຣະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວຂຶ້ນກ່າວມີຄຳເຫັນຕໍ່ກອງປະຊຸມສຸດຍອດ ຈີນ-ອາຊຽນ ວ່າດ້ວຍການຮ່ວມມື ແລະ ການພັດທະນາດ້ານການເງິນ ຄັ້ງທີ 15 ຢູ່ ເມືອງໜານໜິງ, ເຂດປົກຄອງຕົນເອງກວາງຊີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນສຳເລັດທີ່ ສປປ ລາວ ຍາດມາໄດ້ພາຍໃຕ້ໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍສະເພາະໂຄງການເສັ້ນທາງລົດໄຟ ລາວ-ຈີນ ແລະ ໂຄງ ການທາງດ່ວນ ລາວ-ຈີນ ທີ່ໄດ້ນຳເອົາຜົນປະໂຫຍດມະຫາສານມາສູ່ປະຊາຊົນລາວ ກໍ່ຄືການຮ່ວມ ມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ຮັບການ ຍົກລະດັບເຂົ້າສູ່ລວງເລິກ.
ນອກນັ້ນ, ເນື່ອງໃນໂອກາດທີ່ ສປປ ລາວ ຈະເປັນເຈົ້າພາບອາຊຽນໃນປີ 2024 ທີ່ຈະມາ ເຖິງນີ້ ທ່ານຜູ້ວ່າການ ກໍ່ໄດ້ເນັ້ນຕໍ່ກອງປະຊຸມຊາບກ່ຽວກັບວິໄສທັດ ດ້ານວຽກງານການເງິນ-ການທະນາຄານຂອງ ສປປ ລາວ ຈະໃຫ້ຄວາມສຳຄັນ ແລະ ຈະຊຸກຍູ້ວຽກງານການເຊື່ອມຕໍ່ ລະບົບການຊຳລະສະສາງຂ້າມແດນ ແລະ ການນຳໃຊ້ສະກຸນເງິນທ້ອງຖິ່ນເຂົ້າໃນການຊຳລະການຄ້າສອງຝ່າຍໃຫ້ຫຼາຍຂຶ້ນ. ໃນທ່າມກາງທີ່ໂລກພວມປະເຊີນກັບຄວາມບໍ່ແນ່ນອນຫຼາຍຂຶ້ນ, ທ່ານຜູ້ວ່າ ການທະນາຄານແຫ່ງ ສປປ ລາວ ໄດ້ເນັ້ນໜັກວ່າອາຊຽນ ແລະ ສປ ຈີນ ຄວນເພີ່ມທະວີຮ່ວມມື ກັນຢ່າງໜັກແໜ້ນ ແລະ ອາຊຽນເອງ ກໍ່ຕ້ອງໄດ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ”.