ການຄ້າເມືອງປາກກະດິງ ລົງກວດກາຕາຊີງຊັ່ງຢູ່ຕະຫລາດ ປ້ອງກັນການໂກງຜູ້ບໍລິໂພກ

ການຄ້າເມືອງປາກກະດິງ ລົງກວດກາຕາຊີງຊັ່ງຢູ່ຕະຫລາດ ປ້ອງກັນການໂກງຜູ້ບໍລິໂພກ - 3362 - ການຄ້າເມືອງປາກກະດິງ ລົງກວດກາຕາຊີງຊັ່ງຢູ່ຕະຫລາດ ປ້ອງກັນການໂກງຜູ້ບໍລິໂພກ
ການຄ້າເມືອງປາກກະດິງ ລົງກວດກາຕາຊີງຊັ່ງຢູ່ຕະຫລາດ ປ້ອງກັນການໂກງຜູ້ບໍລິໂພກ - kitchen vibe - ການຄ້າເມືອງປາກກະດິງ ລົງກວດກາຕາຊີງຊັ່ງຢູ່ຕະຫລາດ ປ້ອງກັນການໂກງຜູ້ບໍລິໂພກ

ວັນທີ 20 ກັນຍາ 2023, ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງປາກກະດິງ ແຂວງບໍລິຄຳໄຊ ລົງກວດກາການຄ້າ-ຂາຍ ຢູ່ຕະຫລາດບ້ານໂພນຈະເລີນ, ແນໃສ່ຕິດຕາມກວດກາເບິ່ງລາຄາສິນຄ້າ, ຕາຊິງຊັ່ງ, ການຕິດລາຄາສິນຄ້າເປັນເງິນກີບ ແລະ ເຄື່ອງບໍລິໂພກ-ເຄື່ອງສຳອາງທີ່ໝົດອາຍຸການໃຊ້ງານ ໂດຍອີງໃສ່ລະບຽບຫລັກການ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງ. ທັງສ້າງສະຕິ ແລະ ປູກຈິດສຳນຶກ ໃນການເຄົາລະບຽບກົດໝາຍ ແລະ ສະກັດກັ້ນການລະເມີດລະບຽບກົດໝາຍກ່ຽວກັບການຄຸ້ມຄອງການຄ້າ, ສົ່ງເສີມຫົວໜ່ວຍທຸລະກິດການຄ້າ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ໃຫ້ຕ່າງຝ່າຍຕ່າງໄດ້ຜົນປະໂຫຍດ.

ນີ້ແມ່ນປະຕິບັດຕາມດຳລັດ ເລກທີ 508/ລບ ຂອງລັດຖະບານ ວ່າດ້ວຍການກວດກາການຄ້າ.

ຂ່າວ: ແຂວງບໍລິຄຳໄຊ

ການຄ້າເມືອງປາກກະດິງ ລົງກວດກາຕາຊີງຊັ່ງຢູ່ຕະຫລາດ ປ້ອງກັນການໂກງຜູ້ບໍລິໂພກ - 4 - ການຄ້າເມືອງປາກກະດິງ ລົງກວດກາຕາຊີງຊັ່ງຢູ່ຕະຫລາດ ປ້ອງກັນການໂກງຜູ້ບໍລິໂພກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!