ກອງທຶນປະກັນສັງຄົມແຫ່ງຊາດ ຮ່ວມກັບໂຮງໝໍຕ່າງໆ ປຶກສາຫາລືຂອດບໍລິການປິ່ນປົວສຸຂະພາບແບບມອບເໝົາ


ໃນວັນທີ 22 ກັນຍາ 2017, ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ (ຫກປຊ) ຮ່ວມກັບບັນດາໂຮງໝໍສູນກາງ ແລະ ໂຮງໝໍເມືອງຕ່າງໆ ໃນນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອຖອດຖອນບົດຮຽນກ່ຽວກັບການໃຫ້ບໍລິການປິ່ນປົວສຸຂະພາບແບບມອບເໝົາ ໂດຍສະເພາະການແກ້ໄຂຂອດບໍລິການທາງດ້ານການແພດຂອງໂຮງໝໍແຫ່ງຕ່າງໆ ພາຍໃຕ້ການເປັນປະທານຂອງທ່ານ ປະເດີມພອນ ສົນທະນີ ຜູ້ອຳນວຍການຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ.
ທ່ານ ປະເດີມພອນ ສົນທະນີ ແຈ້ງໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລະ ຕົກລົງບັນຫາທີ່ໄດ້ຮັບຈາກການຮ້ອງຮຽນຂອງຜູ້ເກີດສິດທີ່ໄດ້ເຂົ້າຮັບການບໍລິການປະກັນສັງຄົມ, ທັງເປັນການເປີດໂອກາດໃຫ້ໂຮງໝໍຄູ່ສັນຍາໄດ້ສະເໜີບັນຫາທີ່ເຫັນວ່າ ຫກປຊ ຄວນຈະປັບປຸງ ເພື່ອເຮັດໃຫ້ສັງຄົມມີຄວາມເພິ່ງພໍໃຈຕໍ່ກັບການບໍລິການປະກັນສັງຄົມໃຫ້ຫລາຍຂຶ້ນກວ່າເກົ່າ.
ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືບັນຫາທີ່ຍັງຄົງຄ້າງໃນການບໍລິການຜູ້ເກີດສິດຢູ່ໂຮງໝໍສູນກາງ 4 ແຫ່ງ ເປັນຕົ້ນບັນຫາການບໍລິການບໍ່ມີຄຸນນະພາບ, ບັນຫາຄົນເຈັບຊື້ຢາ, ສຳລັບຄົນເຈັບທີ່ຜ່າຕັດ, ຄ່າຫ້ອງນອນທຳມະດາ-ຕິດແອຄົນເຈັບຕ້ອງໄດ້ຈ່າຍເພີ່ມ, ເວລາຄົນເຈັບໄປບໍ່ຖືກໂຮງໝໍ ແພດບໍ່ແນະນຳຄົນເຈັບໄປພົວພັນບ່ອນຕ້ອນຮັບປະກັນສັງຄົມ ມີແຕ່ບອກໃຫ້ຄົນເຈັບຈ່າຍເງິນກ່ອນແລ້ວຈຶ່ງເອົາບິນໄປຖອນນຳປະກັນສັງຄົມ ໂດຍບໍ່ແຈ້ງໃຫ້ຄົນເຈັບຮູ້ ເຮັດໃຫ້ຄົນເຈັບເສຍສິດເພາະກາຍ 72 ຊົ່ວໂມງ ແລ້ວຖອນເງິນຄືນບໍ່ໄດ້ ແລະ ບັນຫາອື່ນໆຕື່ມອີກ.
+ ກອງທຶນປະກັນສັງຄົມ ແລະ ໂຮງໝໍຕ່າງໆທົ່ວປະເທດເປັນເອກະພາບຍົກສູງຄຸນນະພາບການປິ່ນປົວ