ປະຫວັດຄວາມເປັນມາຂອງ “ປະຕູໄຊ”

ປະຫວັດຄວາມເປັນມາຂອງ "ປະຕູໄຊ" - 20626542 1977082502538931 7740968654879423406 o - ປະຫວັດຄວາມເປັນມາຂອງ “ປະຕູໄຊ”
ປະຫວັດຄວາມເປັນມາຂອງ "ປະຕູໄຊ" - kitchen vibe - ປະຫວັດຄວາມເປັນມາຂອງ “ປະຕູໄຊ”

ປະຕູໄຊ ເຊິ່ງຊື່ເດີມເອີ້ນວ່າ “ ອະນຸສາວະລີໄຊຊະນະ ”ເຊິ່ງນັກທ່ອງທ່ຽວມັກປຽບທຽບວ່າເປັນ “ ອາກເດີ ທຣີອົມ ” (ຢູ່ໃນນະຄອນປາຣີ ປະເທດຝຣັ່ງ) ອະນຸສາວະລີ ປະຕູໄຊມີລັກໂດດເດັ່ນທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ບໍລິເວນຕອນປາຍຂອງຖະໜົນລ້ານຊ້າງ (ຄົນສະໄໝກ່ອນມັກເອີ້ນກັນວ່າ “ຊ້ອງ ເອລິເຊ້” ເຊິ່ງເປັນຖະໜົນຢູ່ໃນປາຣີເຊັ່ນກັນ)

ປະຕູໄຊຖືກສ້າງຂຶ້ນນັບແຕ່ປີ ຄສ 1957 ແລະ ສໍາເລັດການກໍ່ສ້າງໃນປີ 1968 ອະນຸສາວະລີ ປະຕູໄຊ ຖືກສ້າງເພື່ອເປັນອະນຸສອນໃຫ້ແກ່ການປະກາດເອກະລາດຂອງ ສປປ ລາວ ອອກຈາກແອກປົກຄອງຂອງລ່າເມືອງຂຶ້ນຝຣັ່ງ ແລະ ເປັນອະນຸສອນແກ່ທະຫານທີ່ຕາຍໃນສົງຄາມໂລກຄັ້ງທີສອງ ແລະ ສົງຄາມກັບຈັກກະພັດຝຣັ່ງ ໃນປີ 1949 ໂດຍນຳໃຊ້ທຶນຈາກອາເມລິກາ ທີ່ເບື້ອງຕົ້ນຈະເອົາໄປສ້າງເດີ່ນບິນ ແຕ່ກໍ່ຖືກນຳມາເຮັດອະນຸສາວະລີ ລວມມູນຄ່າການກໍ່ສ້າງປະມານ 63 ລ້ານກີບ.

ປະຫວັດຄວາມເປັນມາຂອງ "ປະຕູໄຊ" - Visit Laos Visit SALANA BOUTIQUE HOTEL - ປະຫວັດຄວາມເປັນມາຂອງ “ປະຕູໄຊ”

ໃນຕອນນັ້ນ ແລະ ການອອກແບບໂດຍ ທ່ານ ທຳ ໄຊຍະສິດເສນາ ແລະ ໂຄງສ້າງຕາມເລກຕໍາລາອັນສໍາຄັນຂອງຊາວພຸດຄື 3 – 7 – 9 ຮູບຊົງດ້ານເທິງຂອງປະຕູໄຊ ແມ່ນມີລັກສະນະຄ້າຍຄືກັບຜາສາດ “ທັດສ໌ມາຮານ” ທີ່ຢູ່ປະເທດອິນເດຍ ແລະ ທາງດ້ານໃນຖືກປະດັບປະດາດ້ວຍສິລະປະລວດລາຍອັນເປັນເອກະລັກຂອງລາວທີ່ມີສີສັນງົດງາມລວມທັງຮູບປັ້ນນາງກິນນາລີ.

ປະຕູໄຊມີຄວາມສູງ 49 ແມັດ ດັ່ງນັ້ນນັກທ່ອງທ່ຽວທີ່ມາທ່ຽວຊົມຈຶ່ງສາມາດຂຶ້ນໄປສູ່ຊັ້ນສູງສຸດເພື່ອຊົມທິວທັດອັນສວຍງາມຂອງຕົວເມືອງໃນນະຄອນຫຼວງວຽງຈັນ ຢູ່ໃນບໍລິເວນດ້ານລຸ່ມກໍເປັນເດີ່ນກວ້າງປະກອບໄປດ້ວຍອ່າງນໍ້າພຸ, ດອກໄຟສີ ແລະ ດອກໄມ້ຫຼາກຫຼາຍຊະນິດຫຼາຍແນວພັນທີ່ສົ່ງກິ່ນອັນຫອມຫວນ ແລະ ສີສັນສົດໃສຕະການຕາ ແລະ ຍັງມີບໍລິການອາຫານເຄື່ອງດື່ມ ພ້ອມທັງຂາຍເຄື່ອງຫັດຖະກໍາ ຂອງທີ່ລະນຶກຕ່າງໆ

ປະຫວັດຄວາມເປັນມາຂອງ "ປະຕູໄຊ" - 5 - ປະຫວັດຄວາມເປັນມາຂອງ “ປະຕູໄຊ”
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!