ເລືອດທີ່ນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບ ຍັງບໍ່ທັນພຽງພໍກັບຄວາມຕ້ອງການ


ປັດຈຸບັນຄວາມຮຽກຮ້ອງຕ້ອງການເລືອດເພື່ອນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບ ແມ່ນນັບມື້ນັບເພີ່ມສູງຂຶ້ນເລື້ອຍໆ, ຈຳນວນຄົນເຈັບທີ່ຕ້ອງການນໍາໃຊ້ເລືອດສ່ວນໃຫຍ່ແມ່ນແມ່ຍິງທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ອຸບັດເຫດ, ການຜ່າຕັດ, ໄຂ້ເລືອດອອກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ໄຂ້ເລືອດອອກ ລວມເຖິງຄົນເຈັບທີ່ເປັນພະຍາດມະເຮັງ, ໄຂ່ຫລັງຊຸດໂຊມ, ຂາດເລືອດມາແຕ່ກໍາເນີດ, ອຸບັດເຫດສຸກເສີນຈາກໄພທາງທໍາມະຊາດ ແລະ ອື່ນໆ,
ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ກ່າວໃນກອງປະຊຸມສະຫລຸບ ແລະ ວາງແຜນປຸກລະດົມບໍລິຈາກເລືອດຮອດ ປີ 2025 ພາກສ່ວນນະຄອນຫລວງວຽງຈັນ ທີ່ຈັດຂຶ້ນໃນວັນທີ 2 ຕຸລາ 2023ວ່າ: ເຖິງແມ່ນ ຄວາມຕ້ອງການເລືອດເປັນສິ່ງສໍາຄັນກໍຕາມແຕ່ການໄດ້ຮັບເລືອດ ແລະ ຜະລິດເລືອດ ຈາກເລືອດທີ່ມີຄຸນນະພາບ ແລະ ປອດໄພ ຍັງປະສົບກັບບັນຫາ, ຍັງບໍ່ທັນພຽງພໍກັບຄວາມຕ້ອງການ ແລະ ຍັງເປັນສີ່ງທ້າທາຍໃນດ້ານການປຸກລະດົມບໍລິຈາກເລືອດ ເພື່ອໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້, ໃນປີ ຜ່ານມາ ຕາມແຜນການທົ່ວປະເທດຕ້ອງບັນລຸ 68.000 ຖົງ, ປະຕິບັດໄດ້ທັງໝົດ 67.017 ຖົງ, ຫລຸດແຜນການ 983 ຖົງ,
ສຳລັບ ປີ 2023ນີ້, ທົ່ວປະເທດຕ້ອງໃຫ້ບັນລຸ 73.000 ຖົງ ແລະ ຜ່ານມາ 8 ເດືອນຂອງປີນີ້, ໄດ້ຮັບບໍລິຈາກເລືອດທັງໝົດ 47.316 ຖົງ, ບັນລຸ 65% ຂອງແຜນການປີ ຊຶ່ງຈະຕ້ອງສືບຕໍ່ສູ້ຊົນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ເພື່ອຕອບສະໜອງເລືອດໃຫ້ພຽງພໍກັບຄວາມຕ້ອງການຂອງຄົນເຈັບທີ່ເພີ່ມຂຶ້ນ,
ໃນປີ 2024 ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໄດ້ມີແຜນການວາງໂຕເລກເປົ້າໝາຍສູ້ຊົນທົ່ວປະເທດຕ້ອງບັນລຸ 78,000 ຖົງ ແລະ ປີ 2025 ໃຫ້ບັນລຸ 80,400 ຖົງ ໂດຍໄດ້ຈັດແບ່ງໃຫ້ແຕ່ລະແຂວງທົ່ວປະເທດໄດ້ຈັດຕັ້ງປະຕິບັດຮ່ວມກັນ.