55 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ທັນສະໄໝຂອງທະນາຄານແຫ່ງ ສປປ ລາວ

55 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ທັນສະໄໝຂອງທະນາຄານແຫ່ງ ສປປ ລາວ - 386553468 847372170409574 87776185264200454 n - 55 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ທັນສະໄໝຂອງທະນາຄານແຫ່ງ ສປປ ລາວ
55 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ທັນສະໄໝຂອງທະນາຄານແຫ່ງ ສປປ ລາວ - kitchen vibe - 55 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ທັນສະໄໝຂອງທະນາຄານແຫ່ງ ສປປ ລາວ
ໂດຍ: ຣັດສະໝີ ດວງສັດຈະ
ກ່ອນໜ້ານີ້ 55 ປີ ໂດຍປະຕິບັດຕາມມະຕິກອງປະຊຸມສູນກາງພັກຄັ້ງທີ 13 ສະໄໝທີ I ປີ 1965 ກ່ຽວກັບການປັບປຸງ-ກໍ່ສ້າງເຂດປົດປ່ອຍໃນທຸກດ້ານໃຫ້ເປັນຄືລັດໜຶ່ງ ເພື່ອເປັນບ່ອນອີງທີ່ໜັກແໜ້ນໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ສູນກາງແນວລາວຮັກຊາດ ໄດ້ປະກາດສ້າງຕັ້ງທະນາຄານປະເທດລາວຢ່າງເປັນທາງການໃນວັນທີ 7 ຕຸລາ 1968 ທີ່ຖໍ້າເສດຖະກິດ-ການເງິນ ບ້ານນາໄກ ເມືອງວຽງໄຊ ແຂວງຫົວພັນ. ຈາກນັ້ນ, ທະນາຄານປະເທດລາວກໍໄດ້ພິມຈໍາໜ່າຍເງິນກີບປົດປ່ອຍອອກຈໍລະຈອນຮັບໃຊ້ພາລະກິດການປະຕິວັດເປັນຄັ້ງທໍາອິດໃນວັນທີ 12 ຕຸລາ 1968 ຕໍ່ມາໄດ້ຕົກລົງໃຫ້ທະນາຄານປະເທດລາວຄຸ້ມຄອງການພິມເງິນກີບປົດປ່ອຍ, ຄຸ້ມຄອງ ແລະ ຊີ້ນໍາວຽກງານທະນາຄານຢູ່ເຂດປົດປ່ອຍ, ເປັນຄັງເງິນຮັບໃຊ້ການເບີກຈ່າຍເງິນເດືອນ-ເງິນບໍລິຫານໃຫ້ບັນດາສໍານັກງານ, ອົງການ, ປະຕິບັດນະໂຍບາຍສິນເຊື່ອເພື່ອຂະຫຍາຍການຜະລິດ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນວັນທີ 2 ທັນວາ 1975, ພັກເຮົາໄດ້ວາງ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງໃນໄລຍະນັ້ນທະນາຄານປະເທດລາວໄດ້ຍ້າຍຈາກຖານທີ່ໝັ້ນເມືອງວຽງໄຊ ມານະຄອນຫຼວງວຽງຈັນ ໂດຍໂຮມເອົາທະນາຄານປະເທດລາວ ແລະ ທະນາ ຄານຂອງຝ່າຍວຽງຈັນ ແລ້ວປ່ຽນຊື່ເປັນ “ທະນາຄານແຫ່ງຊາດລາວ” ແລະ ໄດ້ປະຕິຮູບລະບອບເງິນຕາດ້ວຍການເອົາເງິນກີບປົດປ່ອຍ ປ່ຽນແທນເງິນກີບວຽງຈັນໃນເດືອນມິຖຸນາ 1976 ເພື່ອນໍາໃຊ້ເງິນກີບປົດປ່ອຍສະກຸນດຽວຢ່າງເປັນເອກະພາບໃນທົ່ວປະເທດ. ພ້ອມນັ້ນໄດ້ປັບປຸງ, ຂະຫຍາຍສາຂາເພື່ອປະກອບສ່ວນເຂົ້າໃນການຟື້ນຟູເສດຖະ ກິດຫຼັງສົງຄາມ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ອຸດສາຫະກໍາ-ການຄ້າ, ການຄຸ້ມຄອງການຈໍລະຈອນເງິນຕາ ເພື່ອຮັກສາສະຖຽນລະພາບທາງດ້ານລາຄາ ແລະ ຄຸນຄ່າຂອງເງິນກີບ.
ໃນເດືອນທັນວາ 1979 ສູນກາງພັກ ແລະ ລັດຖະບານ ໄດ້ຕົກລົງປະຕິຮູບເງິນຕາ ໂດຍໃຫ້ທະນາຄານແຫ່ງຊາດພິມຈໍາໜ່າຍເງິນກີບທະນາຄານອອກຈໍລະຈອນປ່ຽນແທນເງິນກີບປົດປ່ອຍ. ມາຮອດເດືອນສິງຫາ 1981 ສະພາປະຊາຊົນສູງສຸດໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍສິດຜູກຂາດກ່ຽວກັບວຽກງານທະນາຄານ ແລະ ໄດ້ປ່ຽນຊື່ເປັນ “ທະນາຄານແຫ່ງລັດ” ໂດຍສືບຕໍ່ເຄື່ອນໄຫວຕາມລະບົບທະນາຄານຂັ້ນດຽວ.
ໂດຍປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ສະພາລັດຖະມົນຕີໄດ້ມີມະຕິຕົກ ລົງວ່າດ້ວຍການຫັນລະບົບທະນາຄານ ໄປສູ່ກົນໄກໄລ່ລຽງເສດຖະກິດໃນເດືອນມີນາ 1988. ພິເສດກອງປະຊຸມທະນາຄານທົ່ວປະເທດຄັ້ງທີ I ໃນວັນທີ 22 ກໍລະກົດ 1989 ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານສະພາລັດຖະມົນຕີໄດ້ມີຄໍາເຫັນວ່າ: “ທະນາຄານ ເປັນສິ່ງຄໍາຊູຍູ້ໜູນເສດຖະກິດສິນຄ້າ… ການຂະຫຍາຍລະບົບທະນາຄານເຂັ້ມແຂງພຽງພໍ ເພື່ອສ້າງທ່ວງທ່າໃຫ້ແກ່ການຫັນປ່ຽນເສດ ຖະກິດທໍາມະຊາດ ໄປສູ່ເສດຖະກິດສິນຄ້າ ມັນແມ່ນຄວາມຈໍາເປັນພາວະວິໄສສໍາລັບພາລະກິດກໍ່ສ້າງສັງຄົມນິຍົມຢູ່ປະເທດເຮົາ”; ກອງປະຊຸມຄັ້ງນີ້ໄດ້ພິຈາລະນາ ຮັບຮອງເອົາແຜນການປະຕິຮູບລະບົບທະນາຄານ ຈາກລະບົບທະ ນາຄານຂັ້ນດຽວ ມາເປັນລະບົບທະນາຄານສອງຂັ້ນ ໂດຍແຍກພາລະບົດບາດຢ່າງຈະແຈ້ງລະຫວ່າງທະນາຄານກາງ ແລະ ທະນາຄານທຸລະກິດ. ຈາກນັ້ນທະນາຄານແຫ່ງລັດໄດ້ປັບປຸງກົງຈັກການເຄື່ອນໄຫວຄືນໃໝ່ ແລະ ໄດ້ປ່ຽນຊື່ເປັນ “ທະນາຄານແຫ່ງ ສປປ ລາວ” (ທຫລ) ຊຶ່ງເປັນທະນາຄານກາງຂອງປະເທດ ເຮັດໜ້າທີ່ຄຸ້ມຄອງມະ ຫາພາກທາງດ້ານເງິນຕາ, ສ່ວນສາຂາຂອງທະນາຄານແຫ່ງລັດຢູ່ທ້ອງຖິ່ນໃນເມື່ອກ່ອນ ກໍໄດ້ຫັນມາເປັນທະນາ ຄານທຸລະກິດລັດ ທີ່ເຮັດບົດບາດຈຸລະພາກເຄື່ອນໄຫວໄລ່ລຽງທຸລະກິດ.
ມາຮອດເດືອນກໍລະກົດ 1990 ສະພາປະຊາຊົນສູງສຸດໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການສ້າງຕັ້ງ ທຫລ ຊຶ່ງໄດ້ກໍານົດພາລະບົດບາດ ໜ້າທີ່ຢ່າງຈະແຈ້ງໃນການຄຸ້ມຄອງມະຫາພາກດ້ານເງິນຕາ, ຮັກສາສະຖຽນລະພາບຂອງເງິນກີບໃຫ້ໝັ້ນທ່ຽງຕໍ່ພາຍໃນ ແລະ ສາກົນ; ໃນເດືອນມັງກອນ ປີ 1992 ນາຍົກລັດຖະມົນຕີໄດ້ອອກ ດໍາລັດ ວ່າດ້ວຍການຄຸ້ມຄອງການເຄື່ອນໄຫວທະນາຄານທຸລະກິດ-ສະຖາບັນການເງິນອື່ນໆ, ຈາກນັ້ນໄດ້ຍົກຂຶ້ນເປັນລັດຖະບັນຍັດວ່າດ້ວຍທະນາຄານທຸລະກິດໃນປີ 2000 ແລະ ເປັນກົດໝາຍວ່າດ້ວຍທະນາຄານທຸລະກິດໃນທ້າຍປີ 2006; ທະນາຄານແຫ່ງ ສປປ ລາວ ຍັງໄດ້ປັບປຸງເຄື່ອງມື, ກົນໄກ, ນະໂຍບາຍເງິນຕາ, ພັດທະນາພື້ນ ຖານດ້ານນິຕິກໍາ, ພັດທະນາລະບົບ- ພື້ນຖານໂຄງລ່າງທາງດ້ານການເງິນທີ່ເປັນລະບົບຄົບຊຸດ, ພັດທະນາວຽກງານຕະຫຼາດທຶນ-ຕະຫຼາດຫຼັກຊັບ, ວຽກງານບັນຊີ ແລະ ຊໍາລະສະສາງ; ເອົາໃຈໃສ່ວຽກງານກໍ່ສ້າງພັກ-ພະນັກງານຢ່າງຕັ້ງໜ້າ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ຕັ້ງໜ້າເສີມຂະຫຍາຍການຮ່ວມມືກັບສາກົນ.
ບົນເສັ້ນທາງ 55 ປີຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ ແລະ ລັດຖະບານ; ຂະແໜງການທະນາຄານ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ໂດຍສະເພາະໃນ 5 ປີມານີ້, ທຫລ ໄດ້ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ແລະ ໄດ້ລົງເລິກແຕ່ລະດ້ານ ເຮັດໃຫ້ວຽກງານໃນຂະແໜງທະນາຄານສາມາດບັນລຸຜົນສຳເລັດໃນຫຼາຍດ້ານ ໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ໄດ້ລົງເລິກແຕ່ລະດ້ານ ໂດຍສະເພາະການປັບປຸງກໍ່ສ້າງຄຸນນະພາບຂອງພະນັກງານ, ຮັກສາສະຖຽນລະພາບທາງດ້ານການເງິນ, ການຄຸ້ມຄອງຄວາມໝັ້ນຄົງຂອງສະຖາບັນການເງິນ ແລະ ການພັດທະນາລະບົບ ເພື່ອຫັນເປັນທັນສະ ໄໝ ແລະ ວຽກງານປິ່ນອ້ອມດ້ານຕ່າງໆເພື່ອຮອງຮັບການປ່ຽນແປງທາງດ້ານເສດຖະກິດ-ການເງິນໃນແຕ່ລະໄລຍະ.
ໃນ 5 ປີຜ່ານມາ; ຂະແໜງທະນາຄານສາມາດບັນລຸໄດ້ໝາກຜົນສຳເລັດຄື: ຍອດການລະດົມທຶນເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 7,96% ໃນເດືອນ 12.2018 ມາເປັນ 41,79% ໃນເດືອນ 8.2023 ກວມເອົາ 98,53% ຂອງ GDP; ຍອດເຫຼືອສິນເຊື່ອເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 2,77% ໃນເດືອນ 12.2018 ມາເປັນ 28,86% ໃນເດືອນ 8/2023 ກວມ 63,10% ຂອງ GDP; ຍອດສະສົມການລະດົມທຶນຜ່ານການອອກຈຳໜ່າຍຮຸ້ນ, ຮຸ້ນກູ້ ແລະ ພັນທະບັດຜ່ານຕະຫຼາດທຶນລາວມີທັງໝົດ 37.873,17 ຕື້ກີບ ກວມ 17,83% ຂອງ GDP ປີ 2022; ຮອດທ້າຍເດືອນ 8.2023 ຄັງສໍາຮອງເງິນຕາຕ່າງປະເທດຢູ່ໃນລະດັບທີ່ສາມາດກຸ້ມການນໍາເຂົ້າໄດ້ເພີ່ມຂຶ້ນ ຈາກສາມາດກຸ້ມການນຳເຂົ້າໄດ້ 3 ເດືອນກວ່າໃນທ້າຍປີ 2018 ມາເປັນກຸ້ມການນຳເຂົ້າໄດ້ເກືອບ 4 ເດືອນໃນເດືອນ 8.2023; ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPL) ຂອງທະນາຄານທຸລະກິດຫຼຸດລົງຈາກ 3,12% ໃນທ້າຍປີ 2018 ມາຢູ່ໃນລະດັບ 1,91% ໃນເດືອນ 8.2023 (ແຜນການບໍ່ເກີນ 3%); ປັດຈຸບັນພະນັກງານທົ່ວຂະແໜງທະນາຄານມີທັງໝົດ 4.406 ຄົນ ຍິງ 2.113 ຄົນ; ສະເພາະພະນັກງານ ທຫລ ມີ 1.438 ຄົນ ຍິງ 797 ຄົນ ແລະ ພະນັກງານທີ່ຢູ່ທະນາຄານທຸລະກິດມີປະມານ 2.968 ຄົນ.
55 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ທັນສະໄໝຂອງທະນາຄານແຫ່ງ ສປປ ລາວ - 5 - 55 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ທັນສະໄໝຂອງທະນາຄານແຫ່ງ ສປປ ລາວ
55 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ທັນສະໄໝຂອງທະນາຄານແຫ່ງ ສປປ ລາວ - 4 - 55 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ທັນສະໄໝຂອງທະນາຄານແຫ່ງ ສປປ ລາວ
55 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ທັນສະໄໝຂອງທະນາຄານແຫ່ງ ສປປ ລາວ - 3 - 55 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ທັນສະໄໝຂອງທະນາຄານແຫ່ງ ສປປ ລາວ