ສານແຂວງຫລວງນໍ້າທາຕັດສິນລົງໂທດຜູ້ຜະລິດເງິນປອມຈໍາຄຸກ 10 ປີ
September 25, 2017 - 9:16 PM
ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງຫລວງນ້ຳທາ ໄດ້ຕັດສິນລົງໂທດທ້າວ ແສງເດືອນ ອາຍຸ 56 ປີ ຢູ່ບ້ານປາກກະຍຸງ ເມືອງວຽງຄຳ ແຂວງວຽງຈັນ ແລະ ທ້າວ ສົມຫວັງ ອາຍຸ 49 ປີ ຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ໃຫ້ຈໍາຄຸກ 10 ປີ ພ້ອມປັບໄໝຜູ້ລະ 30 ລ້ານກີບ, ທ້າວ ໄມຂັນ ອາຍຸ 44 ປີ ແລະ ນາງ ແສງອຸ່ນ ອາຍຸ 38 ປີ ຢູ່ບ້ານຊຽງຍືນ ເມືອງສິງ ແຂວງຫລວງນ້ຳທາ ໃຫ້ຈໍາຄຸກ 10 ປີ ພ້ອມປັບໄໝຜູ້ລະ 20 ລ້ານກີບ, ທ້າວ ຄຳຜຸງ ອາຍຸ 57 ປີ ຢູ່ບ້ານຊຽງນ້ຳກໍ ເມືອງນາໝໍ້ ແຂວງອຸດົມໄຊ, ນາງ ວົງ ອາຍຸ 35 ປີ ຢູ່ບ້ານແສງສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ແລະ ທ້າວ ປ້ານ ອາຍຸ 48 ປີ ຢູ່ບ້ານທົ່ງໃຈເໜືອ ເມືອງ ແລະ ແຂວງຫລວງນ້ຳທາ ໃຫ້ຈໍາຄຸກ 6 ປີ ພ້ອມປັບໄໝຜູ້ລະ 12 ລ້ານກີບ ໃນຂໍ້ຫາຮ່ວມກັນປອມແປງ ແລະ ນຳໃຊ້ເງິນປອມຈໍານວນ 846.600 ໂດລາສະຫະລັດ.