ເຈົ້າໜ້າທີ່ ກໍານົດເສັ້ນທາງສັນຈອນ ແລະ ບ່ອນຈອດລົດປະເພດຕ່າງໆ ໃນງານບຸນອອກພັນສາ ແລະ ຊ່ວງເຮືອ ທ່າວັດຈັນ ປີ 2023
October 14, 2023 - 11:19 AM


ວັນທີ 13 ຕຸລາ 2023, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການ ເລກທີ 459/ປກສ.ນວ ກ່ຽວກັບການເພີ່ມທະວີປ້ອງກັນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນໄລຍະງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ປະຈໍາປີ 2023. ເຊິ່ງໄດ້ກໍານົດເສັ້ນທາງສັນຈອນ ແລະ ບ່ອນຈອດລົດປະເພດຕ່າງໆ (ລົດທີ່ມາແຕ່ລະທິດ) ໃຫ້ປະຕິບັດຄື:
- ມາຈາກທິດເໜືອ, ມີຈຸດປະສົງມາທ່ຽວງານບຸນຊ່ວງເຮືອ ແມ່ນອະນຸຍາດໃຫ້ເຂົ້າຈອດສະຖານທີ່ຈອດລົດ ທີ່ອະນຸກໍາມະການອະນຸຍາດ ຫລື ຈອດຕາມແຄມຖະໜົນສຸພານຸວົງ ແລະ ທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນ.
- ມາຈາກທິດໃຕ້ ອະນຸຍາດໃຫ້ຈອດລົດຢູ່ສະຖານທີ່ຈອດລົດຂອງພະແນກໂຍທາທິການ ແລະ ທາງຮ່ອມໂຮງຮຽນ ມສ ເພຍວັດ ຫລື ຈອດຕາມແຄມທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງ ຍານພາຫະນະອື່ນ.
- ມາຈາກຖະໜົນ 13 ໃຕ້ ອະນຸຍາດໃຫ້ຈອດຕາມສະຖານທີ່ຈອດລົດຕໍ່ໜ້າສະໜາມກິລາເຈົ້າອານຸວົງ, ຫໍວັດທະນະທໍາ, ຕາມແຄມທາງຮ່ອມອື່ນໆທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນ.
- ລົດເກັງ, ລົດກະບະ, ລົດຕຸກໆ, ຈໍາໂບ້ ໃຫ້ຈອດຕາມສະຖານທີ່ຈອດລົດທີ່ອະນຸກໍາມະການຈັດງານໄດ້ກໍານົດ ແລະ ປະຕິບັດຕາມການແນະນໍາຂອງເຈົ້າໜ້າທີ່ຕໍາຫລວດຈະລາຈອນທີ່ກໍາລັງປະຕິບັດໜ້າທີ່ຢູ່ແຕ່ລະຈຸດ, ຕາມປ້ອມຕ່າງໆ.
- ລົດຈັກ, ລົດຖີບ ອະນຸຍາດໃຫ້ຈອດຕາມສະຖານທີ່ຈອດລົດທີ່ອະນຸກໍາມະການຈັດງານໄດ້ກໍານົດໄວ້.
- ຜູ້ນໍາໃຊ້ຍານພາຫະນະ ທີ່ບໍ່ມີຈຸດປະສົງມາທ່ຽວງານບຸນຊ່ວງເຮືອ ແຕ່ຕ້ອງນໍາໃຊ້ຖະໜົນຕ່າງໆໃຫ້ປະຕິບັດຄື: ມາຈາກຖະໜົນ 13 ເໜືອ ມີຈຸດປະສົງໄປຖະໜົນ 13 ໃຕ້ ແລະ ຖະໜົນທ່າເດື່ອ ໃຫ້ນໍາໃຊ້ຖະໜົນອາຊຽນ, ຖະໜົນໜອງບຶກ ແລະ ຖະໜົນດົງໂດກ; ມາຈາກຖະໜົນ 13 ໃຕ້ ແລະ ຖະໜົນເລກ10 ມີຈຸດປະສົງໄປຖະໜົນ 13 ເໜືອ ໃຫ້ນໍາໃຊ້ຖະໜົນ 450 ປີ, ຖະໜົນກໍາແພງເມືອງ ແລະ ຖະໜົນມິດຕະພາບ.
- ຫ້າມພາຫະນະທຸກປະເພດນໍາໃຊ້ຖະໜົນເຈົ້າຟ້າງຸ່ມ (ແຄມຂອງ) ແຕ່ສາມແຍກຄຣີນິກສາກົນ ເຖິງສາມແຍກປາກປ່າສັກ ເລີ່ມແຕ່ວັນທີ 27-30 ຕຸລາ 2023, ສະເພາະພາຫະນະທີ່ມີຈຸດປະສົງນໍາເອົາສິນຄ້າເຂົ້າໄປຂາຍໃນງານບຸນແມ່ນ ອະນຸຍາດໃຫ້ເຂົ້າ ແຕ່ເວລາ 5:00-8:00 ໂມງເຊົ້າເທົ່ານັ້ນ, ເມື່ອເອົາສິນຄ້າລົງແລ້ວໃຫ້ເອົາລົດອອກໄປຈອດຢູ່ບ່ອນອື່ນເພື່ອບໍ່ໃຫ້ກີດຂວາງການສັນຈອນໃນງານບຸນ. https://www.laophattananews.com/archives/171313