ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໜອງທຶນ 1,7 ຕື້ກວ່າກີບ ໃຫ້ 3 ໂຄງການ ເພື່ອປົກປັກຮັກສາສິ່ງແວດລ້ອມ

ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໜອງທຶນ 1,7 ຕື້ກວ່າກີບ ໃຫ້ 3 ໂຄງການ ເພື່ອປົກປັກຮັກສາສິ່ງແວດລ້ອມ - 39147 - ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໜອງທຶນ 1,7 ຕື້ກວ່າກີບ ໃຫ້ 3 ໂຄງການ ເພື່ອປົກປັກຮັກສາສິ່ງແວດລ້ອມ
ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໜອງທຶນ 1,7 ຕື້ກວ່າກີບ ໃຫ້ 3 ໂຄງການ ເພື່ອປົກປັກຮັກສາສິ່ງແວດລ້ອມ - kitchen vibe - ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໜອງທຶນ 1,7 ຕື້ກວ່າກີບ ໃຫ້ 3 ໂຄງການ ເພື່ອປົກປັກຮັກສາສິ່ງແວດລ້ອມ

ວັນທີ 13 ຕຸລາ 2023, ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ໄດ້ ເຊັນສັນຍາສະໜອງທຶນ 1,7 ຕື້ກວ່າກີບ ໃຫ້ 3 ພາກສ່ວນ ຄື: ພະແນກກະສິກຳ ແລະ ປ່າໄມ້ ກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ ແຂວງຫລວງພະບາງ, ກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ. ໂດຍທ່ານ ນາງ ບົວຄໍາ ສຸລິວັນ ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ຜູ້ຕາງໜ້າ 3 ໂຄງການ ທີ່ໄດ້ຮັບທຶນ ຄື:

  1. ໂຄງການການຄຸ້ມຄອງ ປ່າປ້ອງກັນແຫ່ງຊາດແຫລ່ງນໍ້າຄານ ແບບມີສ່ວນຮ່ວມຂອງຊຸມຊົນ, ພະແນກກະສິກໍາ ແລະ ປ່າໄມ້, ກອງຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ ແຂວງ ຫລວງພະບາງ ເພື່ອສ້າງຄວາມອາດສາມາດ ແລະ ເປັນຕົວແບບໃນການຄຸ້ມຄອງ ປ່າປ້ອງກັນແຫ່ງຊາດແຫລ່ງນໍ້າຄານ ແລະ ປັບປຸງຊີວິດການເປັນຢູ່ ຂອງຊຸມຊົນ ທີ່ຕັ້ງຢູ່ໃນ ແລະ ຕິດກັບ ປ່າປ້ອງກັນ. ເຊິ່ງມີໄລຍະການຈັດຕັ້ງປະຕິບັດໂຄງການ 4 ປີ (2024-2027) ໂດຍງົບປະມານ: 708 ລ້ານກວ່າກີບ;
  2. ໂຄງການສ້າງຄວາມເຂັ້ມແຂງກ່ຽວກັບການຄຸ້ມຄອງມົນລະພິດທາງອາກາດຈາກໂຮງງານອຸດສາຫະກຳປຸງແຕ່ງ, ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ເພື່ອຄຸ້ມຄຸ້ມຄອງ, ຕິດຕາມ, ກວດກາ ການປ່ອຍມົນລະພິດທາງດ້ານອາກາດ ຂອງໂຮງງານອຸດສາຫະກໍາປຸງແຕ່ງ ເພື່ອຂໍ້ມູນທີ່ຖືກຕ້ອງຊັດເຈນ; ມີໄລຍະການຈັດຕັ້ງປະຕິບັດໂຄງການ 3 ປີ (2024-2026), ໂດຍມີງົບປະມານ: 571 ລ້ານກວ່າກີບ;
  3. ໂຄງການຕິດຕາມກວດກາ ແລະ ຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ເຂດອ່າງຮັບນໍ້າເຊນໍ້າກອກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ. ເພື່ອຕິດຕາມກວດການນໍາໃຊ້ນໍ້າ, ຫລຸດຜ່ອນຜົນກະທົບທີ່ເກີດຂຶ້ນໃນປັດຈຸບັນ, ຊຸກຍູ້ສົງເສີມ ການມີສ່ວນຮ່ວມຂອງປະຊາຊົນ ໃນການປົກປັກຮັກສາຊັບພະຍາກອນນໍ້າໃນພື້ນທີ່ ແລະ ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງໃຫ້ໜ່ວຍງານທີ່ກ່ຽວຂ້ອງ, ເຊິ່ງໄລຍະການຈັດຕັ້ງປະຕິບັດໂຄງການ 3 ປີ (2024-2026) ໂດຍມີງົບປະມານ: 500ລ້ານກີບ.

 

ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໜອງທຶນ 1,7 ຕື້ກວ່າກີບ ໃຫ້ 3 ໂຄງການ ເພື່ອປົກປັກຮັກສາສິ່ງແວດລ້ອມ - Visit Laos Visit SALANA BOUTIQUE HOTEL - ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໜອງທຶນ 1,7 ຕື້ກວ່າກີບ ໃຫ້ 3 ໂຄງການ ເພື່ອປົກປັກຮັກສາສິ່ງແວດລ້ອມ
ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໜອງທຶນ 1,7 ຕື້ກວ່າກີບ ໃຫ້ 3 ໂຄງການ ເພື່ອປົກປັກຮັກສາສິ່ງແວດລ້ອມ - 3 - ກອງທຶນປົກປັກຮັກສາສິ່ງແວດລ້ອມ ສະໜອງທຶນ 1,7 ຕື້ກວ່າກີບ ໃຫ້ 3 ໂຄງການ ເພື່ອປົກປັກຮັກສາສິ່ງແວດລ້ອມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!