ເຈົ້າໜ້າທີ່ຕຳຫລວດຈະລາຈອນ ຈັດກຳລັງ 187 ສະຫາຍ ເຂົ້າປ້ອງກັນກອງປະຊຸມຫົວໜ້າຕໍາຫລວດອາຊຽນຄັ້ງທີ 41 ທີ່ນະຄອນຫລວງວຽງຈັນ

ເຈົ້າໜ້າທີ່ຕຳຫລວດຈະລາຈອນ ຈັດກຳລັງ 187 ສະຫາຍ ເຂົ້າປ້ອງກັນກອງປະຊຸມຫົວໜ້າຕໍາຫລວດອາຊຽນຄັ້ງທີ 41 ທີ່ນະຄອນຫລວງວຽງຈັນ - 39367 - ເຈົ້າໜ້າທີ່ຕຳຫລວດຈະລາຈອນ ຈັດກຳລັງ 187 ສະຫາຍ ເຂົ້າປ້ອງກັນກອງປະຊຸມຫົວໜ້າຕໍາຫລວດອາຊຽນຄັ້ງທີ 41 ທີ່ນະຄອນຫລວງວຽງຈັນ
ເຈົ້າໜ້າທີ່ຕຳຫລວດຈະລາຈອນ ຈັດກຳລັງ 187 ສະຫາຍ ເຂົ້າປ້ອງກັນກອງປະຊຸມຫົວໜ້າຕໍາຫລວດອາຊຽນຄັ້ງທີ 41 ທີ່ນະຄອນຫລວງວຽງຈັນ - kitchen vibe - ເຈົ້າໜ້າທີ່ຕຳຫລວດຈະລາຈອນ ຈັດກຳລັງ 187 ສະຫາຍ ເຂົ້າປ້ອງກັນກອງປະຊຸມຫົວໜ້າຕໍາຫລວດອາຊຽນຄັ້ງທີ 41 ທີ່ນະຄອນຫລວງວຽງຈັນ

ວັນທີ 16-20 ຕຸລາ 2023, ກົມຕຳຫລວດຈະລາຈອນ ສົມທົບກັບພະແນກຕຳຫລວດຈະລາຈອນ ປກສ ນະຄອນຫລວງວຽງຈັນ ຈັດກຳລັງໄປປະຈຳແຕ່ລະຈຸດ ທາງຮ່ອມ, ຈຸດສາມແຍກ-ສີ່ແຍກ, ຈຸດເຂົ້າ-ອອກ ທີ່ພັກ ແລະ ໂດຍສະເພາະແມ່ນປະຈຳຢູ່ຈຸດຫໍປະຊຸມແຫ່ງຊາດ ທີ່ໃຊ້ເປັນສະຖານທີ່ຈັດກອງປະຊຸມແມ່ນໄດ້ຍົກສູງຄວາມຄວາມຜິດຊອບໜ້າທີ່ວິຊາສະເພາະ ຢ່າງເຂັ້ມງວດ. ພ້ອມນີ້ກໍໄດ້ແຕ່ງຕັ້ງຄະນະຊີ້ນຳບັນຊາລວມ, ບັນຊາຕົວຈິງ ແຕ່ລະຂະບວນແຂກໃນການປ້ອງກັນກອງປະຊຸມຫົວໜ້າຕຳຫລວດອາຊຽນ ຄັ້ງທີ 41 ລວມຈຳນວນພົນເຂົ້າຮ່ວມ 187 ສະຫາຍ, ຍິງ 16 ສະຫາຍ, ພາຫະນະຮັບໃຊ້ທັງໝົດ 52 ຄັນ, ລົດໂມໂຕເປີດທາງ 30 ຄັນ ແລະ ລົດສະຫລາມເປີດທາງ 22 ຄັນ.

ນອກນີ້, ຍັງໄດ້ຈັດຕັ້ງກຳລັງ ປ້ອງກັນ-ຈັດລະບຽບ ຢູ່ 5 ຈຸດສະຖານທີ່ສຳຄັນ ແລະ ຍັງໄດ້ແບ່ງລົດເປີດທາງອອກເປັນ 32 ຂະບວນ, ເພື່ອ ຮັບ-ສົ່ງ ຄະນະຜູ້ແທນແຕ່ລະປະເທດ, ອຳນວຍຄວາມສະດວກ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100%.

ກອງປະຊຸມຫົວໜ້າຕຳຫລວດອາຊຽນຄັ້ງທີ 41 ທີ່ລາວເປັນເຈົ້າພາບ ດຳເນີນໄປແຕ່ວັນທີ 17-19 ຕຸລາ 2023 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂັວນ: “ເພີ່ມທະວີການເປັນຄູ່ຮ່ວມໃນການສົ່ງເສີມສັນຕິພາບ, ຄວາມສະຫງົບ ແລະ ຄວາມໝັ້ນຄົງ”

ເຈົ້າໜ້າທີ່ຕຳຫລວດຈະລາຈອນ ຈັດກຳລັງ 187 ສະຫາຍ ເຂົ້າປ້ອງກັນກອງປະຊຸມຫົວໜ້າຕໍາຫລວດອາຊຽນຄັ້ງທີ 41 ທີ່ນະຄອນຫລວງວຽງຈັນ - 5 - ເຈົ້າໜ້າທີ່ຕຳຫລວດຈະລາຈອນ ຈັດກຳລັງ 187 ສະຫາຍ ເຂົ້າປ້ອງກັນກອງປະຊຸມຫົວໜ້າຕໍາຫລວດອາຊຽນຄັ້ງທີ 41 ທີ່ນະຄອນຫລວງວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!