ພະຍາດຫົວໃຈ ກາຍເປັນສາເຫດການເສຍຊີວິດອັນດັບ 2 ຂອງປະເທດບຣູໄນ


ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ຕຸລາ 2023, ທ່ານ ນັດຊີ ຮວນດາ ປະທານສະມາຄົມພະຍາດຫົວໃຈ ປະເທດ ບຣູໄນ ດາຣູຊາລາມ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ພະຍາດຫົວໃຈ ແລະ ຫຼອດເລືອດ ກາຍເປັນສາເຫດການເສຍຊີວິດອັນດັບທີ 2 ຂອງບຣູໄນ ໂດຍມີຈຳນວນຜູ້ເສຍຊີວິດຈາກພະຍາດພະຍາດຫົວໃຈ ແລະ ຫຼອດເລືອດ 669 ຄົນໃນປີ2022, ຂະນະທີ່ ປີ 2021 ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ 416 ຄົນ, ບົດລາຍງານລະບຸວ່າ: ພະຍາດຫົວໃຈ ແລະ ຫຼອດເລືອດຍັງເປັນສາເຫດຫຼັກຂອງການເສຍຊີວິດທົ່ວໂລກ ຊຶ່ງລວມທັງບຣູໄນ.
ທ່ານ ຮວນດາ ກ່າວຕື່ມວ່າ: ການປະຊຸມ ແລະ ການປຶກສາຫາລືໃນຮູບແບບທາງວິທະຍາສາດ ໄດ້ຊ່ວຍເພີ່ມຄວາມຮູ້ໃໝ່ກ່ຽວກັບຄວາມຄືບໜ້າຫຼ້າສຸດດ້ານພະຍາດຫົວໃຈ ໃນດ້ານການປ້ອງກັນ ແລະ ການປິ່ນປົວພາວະທີ່ກ່ຽວຂ້ອງກັບພະຍາດຫົວໃຈ ການຫຼຸດຜ່ອນການເສຍຊີວິດ ແລະ ການສ້າງຜົນກະທົບທີ່ມີຄວາມໝາຍຕໍ່ສຸຂະພາບ ແລະ ຄວາມເປັນຢູ່ທີ່ດີໃນຊຸມຊົນຂອງພວກເຮົາ.
ອ້າງອີງຈາກ: https://www.newtv.co.th/news/126568