ຫລັກການໃນການລ້ຽງລູກບໍ່ໃຫ້ເປັນຄົນຕຸ້ຍ

- 022609 2017 - ຫລັກການໃນການລ້ຽງລູກບໍ່ໃຫ້ເປັນຄົນຕຸ້ຍ
- kitchen vibe - ຫລັກການໃນການລ້ຽງລູກບໍ່ໃຫ້ເປັນຄົນຕຸ້ຍ

– ຄວາມເຊື່ອ : ເດັກນ້ອຍຕຸ້ຍບໍ່ເປັນຫຍັງ ເມື່ອໃຫຍ່ຂຶ້ນໂຕຈະຢືດອອກເອງ.
– ຄວາມຈິງ : ເດັກນ້ອຍຕຸ້ຍສ່ວນຫລາຍຈະຍັງຕຸ້ຍຈົນເປັນຜູ້ໃຫຍ່.
– ຄວາມເຊື່ອ : ເດັກນ້ອຍຕຸ້ຍໜ້າຮັກ, ສຸຂະພາບດີ.
– ຄວາມຈິງ : ເດັກນ້ອຍຕຸ້ຍຫລາຍ, ມີພຸງ, ຈະເປັນຫລາຍພະຍາດ ທັງໄຂມັນສູງ, ເບົາຫວານ, ນອນໂກນສຽງດັງ, ຄວາມດັນ, ຂາໂຂງ.
– ຄວນລ້ຽງລູກດ້ວຍນົມແມ່.
– ເດັກນ້ອຍອາຍຸເກີນ 1 ປີຄວນ ເຊົາໃຫ້ກິນນົມຕອນກາງຄືນ, ອາຍຸ 1 ປີເຄິ່ງຄວນເຊົາດູດເຕົ້ານົມ, ເດັກນ້ອຍເຂົ້າອະນຸບານຄວນໄດ້ກິນນົມມື້ລະ 2 – 3 ຄາບ, ເດັກເຂົ້າປະຖົມຫາມັດທະຍົມຄວນໄດ້ກິນນົມມື້ລະ 2 ຄາບ, ນົມທີ່ໃຫ້ເດັກນ້ອຍກິນຄວນເປັນນົມຈືດ.
– ໃຫ້ເດັກບໍລິໂພກຜັກ ແລະ ໝາກໄມ້ເປັນນິໄສທຸກຄາບທຸກມື້.
– ເລືອກກິນປາເປັນຫລັກ, ກິນ ຊີ້ນສັດທີ່ມີໄຂມັນໜ້ອຍ, ຫລີກເວັ້ນ ໜັງສັດ.
– ຫລີກເວັ້ນນຳ້ອັດລົມ, ເຄື່ອງດື່ມຫວານໆ ແລະ ເຂົ້າໜົມທີ່ອຸດົມໄປດ້ວຍໄຂມັນ ແລະ ນຳ້ຕານ.
– ບໍ່ສອນໃຫ້ເດັກກິນຫລິ້ນ ກິນບໍ່ເປັນເວລາ ເຊິ່ງພໍ່ແມ່ບາງຄົນກັງວົນວ່າລູກຈະຫິວ ຈຶ່ງຫາເຂົ້າໜົມ ແລະ ຂອງກິນຍາມວ່າງມາໃຫ້ລູກກິນ ເຮັດໃຫ້ລູກກິນເກີນຄວາມຕ້ອງການຈົນຕິດເປັນນິໄສ.
– ບໍ່ຊື້ເຂົ້າໜົມ, ນົມ ແລະ ອາຫານສະສົມໄວ້ໃນເຮືອນ ເດັກຍັງບໍ່ສາມາດຂັດຂວາງຄວາມຢາກໄດ້ ເມື່ອມີຂອງກິນຢູ່ໃນເຮືອນ ຫລາຍກໍຈະຈັບມາກິນເທື່ອລະຫລາຍໆຈົນໝົດໃນເວລາອັນສັ້ນ ແລະ ມີນຳ້ໜັກເກີນໃນທີ່ສຸດ ຫາກຈຳເປັນຕ້ອງຊື້ຂອງກິນມາໄວ້ໃນເຮືອນ ກໍຄວນເກັບມ້ຽນໃນຕູ້ພົ້ນຈາກສາຍຕາເດັກ.
– ສອນລູກໃຫ້ມີວິໄນໃນການກິນ, ໃຫ້ກິນອາຫານເປັນເວລາ, ຕັກອາຫານໃຫ້ພໍດີກິນ, ບໍ່ກິນຖິ້ມກິນເສຍ, ການຈັດອາຫານຂອງຄອບຄົວມີສ່ວນຊ່ວຍໃນການຝຶກວິໄນ, ບາງຄອບຄົວຈັດອາຫານມາຫລາຍເກີນໄປ 2 – 3 ເທົ່າ ກະຕຸ້ນໃຫ້ເກີດການກິນແບບບໍ່ຢຸດ, ການສອນໃຫ້ຫຍຳ້ອາຫານແຫລກໆຈຶ່ງກືນ ແລະ ກິນພໍດີອີ່ມ ຈະເປັນຜົນດີຕໍ່ສຸຂະພາບຂອງເດັກ.

- 032609 2017 300x206 - ຫລັກການໃນການລ້ຽງລູກບໍ່ໃຫ້ເປັນຄົນຕຸ້ຍ
– ຫລຸດກິດຈະກຳທີ່ບໍ່ເຄື່ອນໄຫວຮ່າງກາຍ ໂດຍສະເພາະການເບິ່ງໂທລະພາບ ເຊິ່ງມັກກ່ຽວພັນກັບການກິນເຂົ້າໜົມ, ມີຂໍ້ແນະນຳໃຫ້ເວລາໜ້າຈໍທັງໝົດ ເຊິ່ງລວມເຖິງເບິ່ງໂທລະພາບ, ຫລິ້ນເກມ, ຫລິ້ນອິນເຕີເນັດ ບໍ່ເກີນມື້ລະ 2 ຊົ່ວ ໂມງ ສຳລັບເດັກອາຍຸລຸ່ມ 2 ປີ ບໍ່ແນະນຳໃຫ້ເບິ່ງໂທລະພາບ.
– ສ້າງນິໄສການອອກກຳລັງກາຍ ທັງເປັນການຫລິ້ນກິລາ ເພື່ອໃຫ້ເດັກໄດ້ຮຽນຮູ້ກົດກະຕິກາແລະການຢູ່ຮ່ວມກັບຜູ້ອື່ນ ແລະ ກິດຈະກຳທາງກາຍໃນຊີວິດປະຈຳວັນ ເຊັ່ນ : ການເຮັດວຽກເຮືອນຮ່ວມກັບຄົນໃນຄອບຄົວ, ຍ່າງ ຫລື ຂີ່ລົດຖີບແທນການຂີ່ລົດຈັກ ຫລື ລົດໃຫຍ່, ຍ່າງແທນການຊີ້ນລິຟ ຫລື ຂັ້ນໄດເລື່ອນ ໂດຍໃຫ້ເວລາຢ່າງໜ້ອຍ 20 ນາທີທຸກມື້ ແລະ ເພີ່ມເວລາໃຫ້ຫລາຍຂຶ້ນໃນມື້ພັກຮຽນ.
– ເດັກຕ້ອງອີ່ມທ້ອງດ້ວຍອາຫານທີ່ມີຄຸນນະພາບ ແລະ ອີ່ມໃຈດ້ວຍຄວາມຮັກຄວາມເອົາໃຈໃສ່ຂອງພໍ່ແມ່ ເມື່ອໄດ້ອາຫານເໝາະສົມກັບອາຍຸ ເດັກກໍຈະເຕີບໃຫຍ່ຢ່າງສະຫລາດ ແລະ ແຂງແຮງ.

- 3 - ຫລັກການໃນການລ້ຽງລູກບໍ່ໃຫ້ເປັນຄົນຕຸ້ຍ
- Visit Laos Visit SALANA BOUTIQUE HOTEL - ຫລັກການໃນການລ້ຽງລູກບໍ່ໃຫ້ເປັນຄົນຕຸ້ຍ
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!